spot_img
Homeຂ່າວຕ່າງປະເທດMark Zuckerberg ປະກາດການປ່ຽນຊື່ໃໝ່ບໍລິສັດແມ່ Facebook ເປັນ Meta ເພື່ອປັບຕົວເຂົ້າສູ່ໂລກ Metaverse ເຕັມຕົວ

Mark Zuckerberg ປະກາດການປ່ຽນຊື່ໃໝ່ບໍລິສັດແມ່ Facebook ເປັນ Meta ເພື່ອປັບຕົວເຂົ້າສູ່ໂລກ Metaverse ເຕັມຕົວ

Published on

​ມີຂ່າວ​ລືມາ​ເປັນ​ເວ​ລາ​ຫຼາຍ​ມື້​ວ່າ Facebook ຈະປ່ຽນຊື່ບໍລິສັດ, ເຊິ່ງໃນມື້ນີ້ Mark Zuckerberg ກໍໄດ້ປະກາດຊື່ໃໝ່ອອກມາແລ້ວ ອອກມາເປັນ ‘Meta’ ໂດຍຊື່ນີ້ແມ່ນເກີດຂຶ້ນໃນວິດີໂອຖະແຫຼງເຖິງແນວທາງການນໍາພາຜູ້ໃຊ້ເຟສບຸກ ເຂົ້າໄປໃນໂລກຂອງ Metaverse ທີ່ບໍລິສັດກໍາລັງກະກຽມໄວ້ໃຫ້.

Zuckerberg ກ່າວວ່າ ຊື່ຂອງບໍລິສັດໄດ້ຖືກຜູກມັດເຂົ້າກັບໂປຣດັກຊັ່ນດຽວ ນັ້ນກໍຄືເຟສບຸກ, ເຖິງແມ່ນວ່າບໍລິສັດຈະມີໂປຣດັກຊັ່ນອີກຈໍານວນຫນຶ່ງໃນເຄືອ ເຊັ່ນ: Instagram ແລະ WhatsApp ຈຶ່ງຈໍາເປັນຕ້ອງປ່ຽນຊື່ເພື່ອໃຫ້ກວມໂປຣດັກຊັ່ນຕ່າງໆ ທີ່ກໍາລັງກ້າວໄປສູ່ໂລກໃໝ່ເຊັ່ນ Metaverse ຫຼາຍຂຶ້ນ

ຢ່າງໃດກໍຕາມ, ການປ່ຽນຊື່ຄັ້ງນີ້ ມັນຍັງເປັນພຽງແຕ່ການປ່ຽນຊື່ສໍາລັບ ‘ບໍລິສັດ’ ເທົ່ານັ້ນ, ແຕ່ໂປຣດັກຊັ່ນຕ່າງໆ ທີ່ເປັນສື່ສັງຄົມອອນລາຍກໍຈະຍັງໃຊ້ຊື່ເກົ່າຕໍ່ໄປ

Metaverse ຄືໂລກແຫ່ງໃໝ່ທີ່ ‘Meta’ ກໍາລັງຈະສ້າງຂຶ້ນມາ ໂດຍການເປີດຕົວໃນມື້ນີ້ Zuckerberg ແລະ ທີມງານໄດ້ສາຍພາບໃຫ້ເຫັນເຖິງການຍ້ານ ຄົນເຮັດວຽກຈາກໂລກທີ່ແທ້ຈິງ ມາເຮັດວຽກຮ່ວມກັນໃນໂລກທີ່ຄືກັບວ່າ ເຂົາເຈົ້າສາມາດພົວພັນກັນໄດ້ແທ້ໆ ແລະ ​ສ້າງ​ຄວາມ​ເປັນ​ໄປ​ໄດ້​ໃໝ່ໆ ຂຶ້ນມາ ​ໃນ​ແບບທີ່​ໂລກ​ທີ່​ແທ້​ຈິງ​​ຍັງ​ບໍ່​ສາ​ມາດ​ເຮັດ​ໄດ້​

ຕະຫຼອດການນໍາສະເໜີຂອງທີມງານ Zuckerberg ຈຸດສໍາຄັນແມ່ນພະຍາຍາມສື່ສານວ່າໂລກ Metaverse ຈະເປັນສິ່ງທີ່ບໍລິສັດແຫ່ງນີ້ຈະສ້າງຂຶ້ນມາຢ່າງຈິງຈັງ ເຖິງແມ່ນວ່າເຕັກໂນໂລຊີທີ່ສາມາດສ້າງໂລກນີ້ ຈະຍັງຢູ່ໃນຂັ້ນຕອນການຄົ້ນຄວ້າກໍຕາມ

ອ້າງອີງ: Theverge , Facebook Reality Laps

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...