spot_img
Homeຂ່າວພາຍ​ໃນປະຫວັດຫຍໍ້ຂອງຜູ້ຕິດເຊຶ້ອພາຍໃນ ແລະ ຜູ້ເສຍຊີວິດໃໝ່ ປະຈໍາວັນທີ 24 ຕຸລາ 2021

ປະຫວັດຫຍໍ້ຂອງຜູ້ຕິດເຊຶ້ອພາຍໃນ ແລະ ຜູ້ເສຍຊີວິດໃໝ່ ປະຈໍາວັນທີ 24 ຕຸລາ 2021

Published on

ໃນມື້ວານນີ້ ວັນທີ 23 ຕຸລາ 2021 ທົ່ວປະເທດໄດ້ ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 6,838 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 648 ຄົນ  (ຕິດເຊື້ອພາຍໃນປະເທດ  = 635 ຄົນ,ເດີນທາງຈາກຕ່າງປະເທດ 13 ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊຶ້ອ ພະຍາດໂຄວີດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 35,633  ຄົນ,  ເສຍຊີວິດສະສົມ 52 (ໃໝ່ 2) ປິ່ນປົວຫາຍດີໃນມື້ວານນີ້ 379,ຮອດປະຈຸບັນມີຈໍານວນຜູ້ທີ່ ປິ່ນປົວຫາຍດີທັງໝົດແມ່ນ 27.671 ເຊິງໝາຍຄວາມວ່າ ມາຮອດມື້ນີ້ມີຜູ້ຕິດເຊື້ອພະຍາດໂຄວີດ-19 ທີ່ປີ່ນປົວຫາຍດີ  ກວມເອົາ 77.65 % ຂອງ ຈຳນວນຜູ້ຕິດເຊື້ອສະສົມທັງໝົດ ຂອງ ສປປລາວ. ຈຳນວນແຂວງທີ່ມີລາຍງານການຕິດເຊື້ອ ມື້ນີ້ ແມ່ນມີ ນະຄອນຫຼວງວຽງຈັນ ແລະ 10 ແຂວງ.

 

ຂໍ້ມູນໂດຍຫຍໍ້ ກ່ຽວກັບຄົນຕິດເຊື້ອໃໝ່ 648 ຄົນ ມີດັ່ງນີ້:

 

ສຳລັບການຕີດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈຳນວນ 13 ຄົນ ຄື: ສະຫວັນນະເຂດ 12 ແລະ ສາລະວັນ 1 ຄົນ ນັ້ນແມ່ນໄດ້ມີການເກັບຕົວຢ່າງ ແລະ ສົ່ງໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິ ເວນ ຂອງແຕ່ລະແຂວງແຕ່ມື້ເດີນທາງ ເຂົ້າມາ ສປປລາວ, ເມື່ອຜົນກວດເປັນບວກພວກກ່ຽວຈະ ຖືກນຳສົ່ງໄປປີ່ນປົວຢູ່ສະຖານທີ່ທີ່ ແຂວງກຳນົດໄວ້

ສ່ວນການຕິດເຊື້ອພາຍໃນປະເທດ ຈຳນວນ 635 ຄົນ ຄື:

  1. ແຂວງວຽງຈັນ 184 ຄົນ ລາຍລະອຽດຄື:

ເມືອງໂພນໂຮງ, ມີ 18 ບ້ານ, 7 ຄົນ: ບ້ານນາເລົ່າ, ບ້ານໜອງປຸງ, ບ້ານຫຼັກ 52, ບ້ານໂພນສູງ, ບ້ານໂພນງາມ, ບ້ານສະກ້າ, ບ້ານໂພນໄຊ, ບ້ານແຈ້ງສະຫວ່າງ, ບ້ານາໂພໃຕ້, ບ້ານນາຍາງ, ບ້ານາບອນ, ບ້ານນາມ່ວງ, ບ້ານນາໂພເໜຶອ, ບ້ານເຕົາຖ່ານ, ບ້ານແອັກຊ້າງ, ບ້ານໂພນ, ບ້ານໂພນຄໍາໃຕ້ ແລະ ບ້ານໂພນໃຕ້, ບ້ານໃໝ່.

ເມືອງກາສີ ມີ 8 ບ້ານ, 40 ຄົນ: ບ້ານນາຊູ, ບ້ານວຽງແກ້ວ, ບ້ານພູຄໍາ, ບ້ານນາມົນ, ບ້ານໜອງບົວທອງ , ບ້ານຈູງ, ບ້ານໂພນສີດາ, ບ້ານຈຽງ

ເມືອງແກ້ວອຸດົມ, ມີ 04 ບ້ານ, 33 ຄົນ: ບ້ານທ່າຊັນ, ບ້ານທ່າລາດ, ບ້ານແສງສະຫວ່າງ, ບ້ານເຕົາປູນ

ເມືອງວຽງຄໍາ, ມີ 1 ບ້ານ, 1 ຄົນ: ບ້ານໂພນຊອງ

ເມືອງໜື່ນ, ມີ 08 ບ້ານ, 18 ຄົນ: ບ້ານນໍ້າເລົ້າ, ບ້ານນາໄຮ, ບ້ານສີວິໄລ, ບ້ານໂພນງາມ ແລະ ບ້ານວັງ, ບ້ານກ້ອນຄໍາ, ບ້ານນາບົວ ແລະ ບ້ານນໍ້າເພີນ

ເມືອງວັງວຽງ, ມີ 04 ບ້ານ, 07 ຄົນ: ບ້ານສົມສະຫວາດ, ບ້ານນາມອນ, ບ້ານວຽງແກ້ວ, ບ້ານເມືອງຊອງ

ເມືອງຫີນເຫີບ, ມີ 02 ບ້ານ, ມີ 05 ຄົນ: ບ້ານມຸກ , ບ້ານວັງຄີ

ເມືອງວຽງຄໍາ, ມີ 03 ບ້ານ, ມີ 03 ຄົນ: ບ້ານໂພນໝີ , ບ້ານໂນນສະຫວ່າງ , ບ້ານປາກກະຍຸງ

ເມືອງທຸລະຄົມ, ມີ 02 ບ້ານ, 02 ຄົນ: ບ້ານນາແພງ , ບ້ານເກີນ

  1. ນະຄອນຫຼວງວຽງ ຈັນ 183 ຄົນ ຈາກ 8 ເມືອງ 76 ບ້ານ

ເມືອງຈັນທະບູລີ ມີ 7 ບ້ານຄື: ຮ່ອງຄ້າ, ໜອງປີງ,ສີສະຫວາດ, ດອນແດງ, ໂພນຕ້ອງສະຫວາດ, ດົງໜ້ຽງ, ຫ້ວຍຫົງ

ເມືອງສີໂຄດຕະບອງ 20 ບ້ານຄື: ໂນນແກ້ວ, ໜອງດ້ວງເໜືອ, ຫນອງດ້ວງທົ່ງ, ວຽງສະຫວັນ, ສີໄຄທົ່ງ, ຫນອງດ້ວງໃຕ້, ດ່ານຄໍາ, ສີບຸນເຮືອງທົ່ງ, ອຸບມຸງ, ນາຄໍາ, ນາແຮ່, ໂພນສະຫວາດ, ຈໍາປາ, ວັດໄຕນ້ອຍທ່າ, ຕາດທອງ, ດົງນາໂຊກໃຕ້, ທົ່ງປົ່ງ, ໂພນສົມບູນ, ຊຳເກດ, ອາກາດ

ເມືອງໄຊເສດຖາມີ 16 ບ້ານຄື: ສົມສະຫງ່າ, ຫົວຂົວ, ໂຊກຄໍາ, ຈອມມະນີ, ແສງສະຫວ່າງ, ທາດຫຼວງກາງ, ໜອງສ້າງທໍ່, ນາໄຊ, ຊຽງດາ, ທາດຫລວງໃຕ້, ໂນນຫວາຍ, ໂພນພະເນົາ, ໂພນທອງ, ຮ່ອງແກ, ອາມອນ, ໂນນສະຫງ່າ

ເມືອງສີສັດຕະນາກ ມີ 10 ບ້ານຄື:  ຈອມເພັດເໜືອ, ທົ່ງພານທອງ, ໂພນສະຫວ່າງ, ສະພານທອງເໜືອ, ຝາຍ, ນາຄໍາ, ຈອມເພັດໃຕ້, ດອນນົກຂຸ້ມ, ທົ່ງກາງ , ດົງປ່າລານທົ່ງ

ເມືອງນາຊາຍທອງ ມີ 4 ບ້ານຄື: ສີເກີດ, ນາທອ່ນ, ຫ້ວຍນໍ້າເຢັນ, ນາສ້ຽວ

ເມືອງໄຊທານີ ມີ 11 ບ້ານຄື: ດົງໂດກ, ໜອງພະຍາ, ທ່າງ່ອນ, ພະຂາວ, ສະພັງມຶກ, ຄໍາຮຸ່ງ, ຂຸດສາມບາດ, ທ່ານາກ, ໂນນແສງຈັນ, ສີວິໄລ, ຕານມີໄຊ

ເມືອງຫາດຊາຍຟອງ ມີ 7 ບ້ານ ຄື: ສາລາຄໍາໃຕ້, ຊາຍຟອງໃຕ້, ສົມຫວັງເໜືອ, ແກ້ງປາຢ້າງ, ຫົວຫ້າ, ຖິ່ນເພຍ, ດົງໂພນເລົາ

ເມືອງສັງທອງ ມີ 1 ບ້ານ ຄື: ບ້ານນາຈະເລີນໃຫ່ຍ

  1. ຫຼວງພະບາງ ມີ 165 ຄົນ ຈາກ 4 ເມືອງ

ນະຄອນຫຼວງພະບາງ ມີ 5 ບ້ານ ,154 ຄົນ (ບ້ານຜາໂອ, ບ້ານໂພສີ, ບ້ານຫາດຮ່ຽນ, ບ້ານນາຫຼວງ, ບ້ານທາດໂບສົດ, ບ້ານຜາສຸກ)

ເມືອງປາກອູມີ 8 ຄົນ (ບ້ານສ້ຽວ, ບ້ານຫາດມາດ, ບ້ານຊ່າງໄຫ)

ເມືອງນ້ຳບາກ ມີ 2 ຄົນ ຈາກບ້ານ ບົມ(ຫ້ວຍຍືງ)

ເມືອງງອຍ ມີ 1 ຄົນ ຈາກບ້ານພູວຽງ

  1. ບໍ່ແກ້ວ 27 ຄົນ ຈາກ 2 ເມືອງ

ເມືອງຫ້ວຍຊາຍ, ມີ 05 ບ້ານ, 21 ຄົນ (ບ້ານຫ້ວຍຊາຍໃຕ້, ບ້ານປ່າອ້ອຍ, ບ້ານຫ້ວຍຊາຍເໜຶອ, ບ້ານອຸດົມ, ບ້ານຂອນແກ້ວ )

ເມືອງຕົ້ນເຜີ້ງ, ເຂດພິເສດ ມີ 06 ຄົນ (ກໍາມະກອນມຽນມາ)

  1. ຈໍາປາສັກ 23 ຄົນ ຈາກ 3 ເມືອງ

ເມືອງໂພນທອງ ມີ 06 ບ້ານ, 17 ຄົນ (ບ້ານໂພໄຊ, ບ້ານວັດຫໍ, ບ້ານໂນນສະຫວັນ, ບ້ານໂພນທອງ, ບ້ານທ່າຫລວງ, ບ້ານໝໍສະລຽບ)

ເມືອງບາຈຽງ: ບ້ານລົ່ມສັກເໜືອ ມີ 05 ຄົນ

ນະຄອນປາກເຊ: ບ້ານທ່າຫລວງ ມີ 01 ຄົນ

  1. ບໍລິຄາໄຊ 16 ຈາກ 2 ເມືອງ

ເມືອງປາກກະດີງ: ມີ 06 ບ້ານ, 14 ຄົນ (ບ້ານນໍ້າສ້າງ, ບ້ານໂພນຈະເລີນ, ບ້ານສົມສະໜຸກ, ບ້ານນໍ້າທອນ, ບ້ານປາກສາ ແລະ ບ້ານຊາຍຄໍາ )

ເມືອງປາກຊັນ: ມີ 02 ບ້ານ, 02 ຄົນ ບ້ານນາສົ້ມມໍ ແລະ ບ້ານໂພສີ

  1. ຫຼວງນໍ້າທາ 15 ຄົນ ມາຈາກ 4 ເມືອງຄື: ເມືອງນໍ້າທາ, ເມືອງລອງ, ເມືອງວຽງພູຄາ ແລະ ເມືອງສີງ
  2. ສະຫວັນະເຂດ 9 ຄົນ ຈາກ 2 ເມືອງ ແລະ ນະຄອນໄກສອນ

ນະຄອນໄກສອນ ມີ 05 ບ້ານ, 07 ຄົນ (ບ້ານບຶງວະ, ບ້ານໜອງເດີ່ນ, ບ້ານດົງນາຄຳ, ບ້ານຊອກ, ບ້ານອຸດົມວິໄລ

ເມືອງຈໍາພອນ, ມີ 02 ບ້ານ, 02 ຄົນ (ບ້ານຫຼັກ 35  ແລະ   ບ້ານນາເຕີຍ)

ເມືອງຊົນບູລີ: ບ້ານທ່າຄຳເຫຼື້ອມ ມີ 01 ຄົນ

  1. ສາວະວັນ ມີ 9 ຄົນ ຈາກ 3 ເມືອງ

ເມືອງສະໜ້ວຍ, ມີ 02 ບ້ານ, 03 ຄົນ (ບ້ານເທດສະບານ, ບ້ານລະໄລ)

ເມືອງສາລະວັນ, ມີ 03 ບ້ານ, 03 ຄົນ  (ບ້ານຫຼັກ 2, ບ້ານຄັນທະລາດ, ບ້ານໜອງໃສ່ )

ເມືອງເລົ່າງາມ: ມີ 03 ບ້ານ, 03 ຄົນ  (ບ້ານພໍ່ນວນ, ບ້ານໂນນສູງ

  1. ຄໍາມ່ວນ 3 ຄົນ ຈາກ 2 ເມືອງ

ເມືອງທ່າແຂກ: ບ້ານດອນມະໄຫຼ ມີ 2 ຄົນ,

ເມືອງໜອງບົກ: ບ້ານຊຽງງຫວ່າງທ່າ ມີ 1 ຄົນ

  1. ອັດຕະປື 1 ຄົນ

 

ສຳລັບ ຄົນເຈັບເສຍຊີວີດ 2 ຄົນ,​ ລາຍລະອຽດ ດັ່ງນີ້:

ຜູ້ເສຍຊີວິດ ທີ່ 1.     ເພດຍິງ, ອາຍຸ 70 ປີ, ປະຈຸບັນຢູ່ບ້ານ ດານສະຫວັນ ເມືອງແກ້ວອຸດົມ, ແຂວງວຽງຈັນ

ຄົນເຈັບໄດ້ໄປສະຖານທີທີ່ສ່ຽງ ຢູ່ພາຍໃນບ້ານດານສະຫວັນ ແລະ ໂຮງໝໍແຂວງ ທີ່ມີຄົນຕິດເຊື້ອ, ຄອບຄົວຜູ້ກ່ຽວມີຜູ້ຕິດເຊື້ອນຳກັນ 06 ຄົນ, ພະຍາດປະຈໍາຕົວ: ເປັນພະຍາດຫົວໃຈຊຸດໂຊມ, ຄວາມດັນເລືອດສູງ ໄດ້ກີນຢາປະຈໍາເປັນເວລາຫລາຍປີ, ເຄື່ອນໄຫວໄປມາບໍ່ໄດ້ ໄດ້ນອນກັບທີ່, ຍັງບໍ່ໄດ້ຮັບການສັກຢາວັກຊີນ, ວັນທີ 16 ຕຸລາ 2021: ຜູ້ກ່ຽວມີອາການໄອ, ຫາຍໃຈຝືດ, ແໜ້ນໜ້າເອິກ, ກິນດື່ມໄດ້ເລັກໜ້ອຍ ແລະ ບໍ່ມີອາການໄຂ້, ວັນທີ 17 ຕຸລາ 2021: ຜູ້ກ່ຽວ ໄດ້ມາກວດພະຍາດ ເພື່ອແທກຫົວໃຈ ຢູ່ໂຮງໝໍແຂວງ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວີດ-19, ວັນທີ 18 ຕຸລາ 2021: ຜູ້ກ່ຽວ ໄດ້ລໍຖ້າຜົນກວດ ຢູ່ບ້ານ ແລະ ຈົນມາຮອດເວລາ 13 ໂມງ 30 ນາທີ ຂອງມື້ດຽວກັນນັ້ນ, ຜູ້ກ່ຽວມີອາການອິດເມື່ອຍ, ຫາຍໃຈຝຶດ, ແໜ້ນໜ້າເອິກ, ໄອຫລາຍ ແລະ ນອນບໍ່ໄດ້ ຈື່ງໄດ້ມາກວດ ແລະ ນອນປີ່ນປົວຢູ່ໂຮງໝໍແຂວງ, ວັນທີ 19 ຕຸລາ 2021: ຜົນກວດແມ່ນພົບເຊື້ອພະຍາດໂຄວິດ-19 ຈື່ງໄດ້ເຂົ້ານອນປີ່ນປົວຢູ່ສູນປີ່ນປົວໂຄວິດ-19 ທີ່ເມືອງໂພນໂຮງ ແຂວງວຽງຈັນ, ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແມ່ນແຕ່ວັນທີ 18-23 ຕຸລາ 2021 ເປັນເວລາ 06 ວັນ, ມາຮອດເວລາ 07 ໂມງ 15 ນາທີເຊົ້າ ຂອງວັນທີ 23 ຕຸລາ 2021: ຜູ້ກ່ຽວອາການອີດເມື່ອຍຫລາຍ, ຈືດມ້ານ ຫລາຍ, ຢຸດຫາຍໃຈ, ຫົວໃຈຢຸດເຕັ້ນ, ແພດໝໍໄດ້ສຸມທຸກກຳລັງເພື່ອເຊີດຊູຄົນເຈັບ ແຕ່ອາການຄົນເຈັບບໍ່ຕອບສະໜອງ ແລະ ໄດ້ເສຍຊີວິດລົງ.

ຜູ້ເສຍຊີວິດ ທີ່ 2. ເພດຍິງ, ອາຍຸ 31 ປີ, ອາຊີບ ພະນັກງານອາສາສະໜັກ, ບ້ານຢູ່ ບ້ານຊຽງຫວາງທ່າ, ເມືອງ ໜອງບົກ,  ແຂວງຄໍາມ່ວນ, ຜູ້ກ່ຽວມີພະຍາດປະຈຳຕົວ: ພະຍາດຫົວໃຈ, ໄດ້ສັກຢາວັກຊີນຊີໂນຟາມຄົບ 2 ເຂັມ, ວັນທີ 16 ຕຸລາ 2021: ມີອາການໄອ, ຫາຍໃຈຝືດ ແລະ ແໜ້ນໜ້າເອິກ ແຕ່ບໍ່ມາປີ່ນປົວຢູ່ສະຖານທີບໍລິການສາທາລະນະສຸກ, ຄອບຄົວໄດ້ພາຜູ້ກ່ຽວປີ່ນປົວດ້ວຍໄສຍະສາດ ແລະ ປີ່ນປົວຕາມຮິດຄອງປະເພນີ), ວັນທີ 22 ຕຸລາ 2021: ຜູ້ກ່ຽວມີອາການໜັກ, ຫາຍໃຈຝຶດ ແລະ ທ້ອງເບັງ ຈື່ງໄດ້ມາກວດຢູ່ໂຮງໝໍແຂວງຄໍາມ່ວນ ພ້ອມທັງໄດ້ເກັບຕົວຢ່າງເພື່ອມາກວດຊອກຫາພະຍາດໂຄວິດ-19 ແລະໃນມື້ດຽວກັນຜົນກວດອອກແມ່ນພົບເຊື້ອພະຍາດໂຄວິດ-19 ແລ້ວນໍາສົ່ງເຂົ້າມານອນປີ່ນປົວຢູ່ສູນປີ່ນປົວໂຄວິດ-19 ວັດທະນາທໍາແຂວງ , , ແພດໝໍໄດ້ສຸມທຸກກໍາລັງເພື່ອປີ່ນປົວເຊີດຊູ ແຕ່ເນື່ອງຈາກຜູ້ກ່ຽວມາປີ່ນປົວໃນໂຮງໝໍຊ້າ ເຮັດໃຫ້ມີອາການໜັກຫຼາຍ ແລະ ຜູ້ກ່ຽວກໍ່ໄດ້ເສຍຊິວິດລົງ.

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...