spot_img
Homeຂ່າວການພັດທະນາNGO ກວ່າ 170 ອົງການປະຕິບັດວຽກງານຮ່ວມພັດທະນາຢູ່ລາວ

NGO ກວ່າ 170 ອົງການປະຕິບັດວຽກງານຮ່ວມພັດທະນາຢູ່ລາວ

Published on

IO Not Gv

 

20 ກວ່າ​ປີ ອົງ​ການຈັດຕັ້ງສາກົນ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ (INGOs) ໄດ້​ເຂົ້າ​ມາ​ປະຕິບັດວຽກ​ງານ​ກ່ຽວ​ກັບ​ການ​ພັດ​ທະນາ​

ຢູ່ ສປປ ລາວ ເຊິ່ງ​ປັດຈຸບັນມີ NGO ຈຳນວນ 171ອົງການ​ທີ່​ເຄື່ອນ​ໄຫວ​ປະຕິບັດ​ໜ້າທີ່​ຮ່ວມ​ກັບ​ລັດຖະບານລາວ ໃນ​ນັ້ນ​

ມີ​ສຳນັກງານ​ຜູ້​ຕາງໜ້າປະຈຳ​ຢູ່ ສປປ ລາວ ຈຳນວນ 78ອົງການ ມາ​ຈາກ 21ປະເທດ ຂະນະ​ທີ່​ມູນຄ່າ​ການ​ຮ່ວມ​ມື ແລະ

ຊ່ວຍເຫຼືອ​ວຽກ​ງານ​ການ​ພັດ​ທະນາ​ເສດຖະກິດ-ສັງຄົມ ສະເລ່ຍ 66ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 5.280ຕື້​ກີບ.

 

ກະຊວງ​ການ​ຕ່າງປະເທດ ຈັດ​ກອງ​ປະຊຸມ​ທົບ​ທວນຄືນ​ການຮ່ວມ​ມື​ ລະຫວ່າງລັດຖະບານ​ກັບອົງ​ການຈັດຕັ້ງ​ສາກົນ​ທີ່​ບໍ່

​ຂຶ້ນ​ກັບລັດຖະບານ ຄັ້ງ​ທີ 2 ຢູ່​ທີ່​ສູນການ​ຮ່ວມ​ມື​ສາກົນ ລາວ-ຍີ່ປຸ່ນ (ຫຼັກ 5) ນະຄອນຫຼວງ ໂດຍ​ການເປັນ​ປະທານ​ຂອງ​

ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ ກະຊວງການ​ຕ່າງປະເທດ ມີ​ບັນດາ​ລັດຖະ​ມົນຕີ​

ຊ່ວຍ​ກະຊວງ​ກ່ຽວຂ້ອງ ອຳນາດ​ການ​ປົກຄອງ​ແຂວງ ທູຕາ​ນູ​ທູດ ແລະ ຜູ້ຕາງໜ້າ​ຈາກອົງການ NGO ເຂົ້າ​ຮ່ວມ.

 

ທ່ານ ສະເຫຼີມ​ໄຊ ກົມ​ມະ​ສິດ ລັດຖະມົນຕີ​ຊ່ວຍ​ວ່າການ ​ກະຊວງ​ການ​ຕ່າງປະເທດ ​ກ່າວ​ວ່າ: ຕະຫຼອດ​ໄລຍະ 5 ປີຜ່ານມາ

(2010-2014) ລັດຖະບານ​ລາວ ໄດ້ຮ່ວມ​ກັບ​ອົງ​ການຈັດຕັ້ງ​ສາກົນ​ທີ່ບໍ່​ຂຶ້ນ​ກັບ​ລັດຖະບານ ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ສົ່ງ

ເສີມ​ການ​ພັດທະ​ນາ​ຢູ່ ​ສປປ ລາວ ໃນ​ທົ່ວ​ທຸກແຂວງ​ຂອງ​ປະເທດ ກວມ​ເອົາ​ຂະແໜງ​ສະຫວັດດີ​ການ-ສັງຄົມ 33,16%

ສາທາລະນະ​ສຸກ 24% ສຶກ​ສາ​ທິ​ການ ແລະ ກີລາ 25,73% ແລະ ວຽກ​ງານ​ກະ​ສິກຳ 17,11% ມູນ​ຄ່າ​ການ​ຮ່ວມ​ມື 5 ປີ ລວມ​

ທັງ​ໝົດ 328,5 ລ້ານໂດ​ລາ​ສະຫະລັດ ສະເລ່ຍ 66 ລ້ານ​ໂດ​ລາ ຫຼື ປະມານ 5.280 ຕື້​ກີບ/ປີ ເຊິ່ງ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ຜູ້​ເຂົ້າ

​ຮ່ວມໄດ້​ປຶກສາ​ຫາລື​ຮ່ວມກັນ ເພື່ອ​ສືບຕໍ່​ສົ່ງເສີມ​ການ​ຮ່ວມມື​ໃຫ້​ເຂັ້ມແຂງ-ເກີດ​ປະໂຫຍດ​ສູງສຸດ​ແກ່​ພໍ່ ​ແມ່​ປະຊາຊົນ

ແກ້​ໄຂບັນຫາ​ທີ່​ເປັນ​ອຸປະສັກ ​ໃນ​ຂະ​ບວນການຈັດຕັ້ງ​ວຽກ​ງານ​ພັດທະນາເສດຖະກິດ-ສັງຄົມ ພ້ອມ​ນັ້ນ ກອງ​ປະຊຸມ​ຄັ້ງ​

ນີ້ ​ຍັງ​ໄດ້​ສະເໜີຜ່ານ ເພື່ອ​ຮັບຮອງ​ເອົາ​ຂໍ້​ແນະນຳວ່າ​ດ້ວຍ​ການຈັດຕັ້ງ​ປະຕິບັດ​ ດຳລັດ​ຂອງ​ນາຍົກລັດຖະມົນຕີ ວ່າດ້ວຍ​

ອົງ​ການຈັດຕັ້ງ​ສາກົນ​ທີ່​ບໍ່ຂຶ້ນ​ກັບ​ລັດຖະບານ ສະບັບ​ເລກ​ທີ 013/​ນຍ ໂດຍ​ດຳລັດ​ດັ່ງກ່າວ ມີ​ເປົ້າ​ໝາຍ​ສຳຄັນເພື່ອ​ແນ

ໃສ່ເຮັດ​ໃຫ້ການ​ຮ່ວມ​ມື-ຊ່ວຍເຫຼືອຂອງ​ທັງ​ສອງ​ ຝ່າຍ ​ໃຫ້​ເກີດ​ປະໂຫຍດ ແລະ ສອດຄ່ອງ​ກັບ​ແນວທາງ​ນະໂຍບາຍ​ປ່ຽນ

ແປງ​ໃໝ່ຂອງ​ພັກ-ລັດຖະບານ​ລາວ ຍິ່ງຂຶ້ນ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...