spot_img
Homeຂ່າວພາຍ​ໃນສູນປິ່ນປົວພາກສະໜາມດາວເຮືອງ ຍອດບັນຈຸຜູ້ຕິດເຊື້ອ ໂຄວິດ-19 ເຕັມແລ້ວ

ສູນປິ່ນປົວພາກສະໜາມດາວເຮືອງ ຍອດບັນຈຸຜູ້ຕິດເຊື້ອ ໂຄວິດ-19 ເຕັມແລ້ວ

Published on

ມາຮອດວັນທີ 13 ຕຸລາ 2021 ສູນປິ່ນປົວພາກສະໜາມດາວເຮືອງຢູ່ສົ້້ນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ນະຄອນຫລວງວຽງຈັນ ຮັບຜູ້ຕິດເຊື້ອພະຍາດໂຄວິດ-19 ເຂົ້າປິ່ນປົວເຕັມຄວາມສາມາດບັນຈຸແລ້ວ ໂດຍສາມາດບັນຈຸໄດ້ 800 ຄົນ. ຂະນະທີ່ ອົງການກາແດງລາວເປັນຜູ້ສະໜອງດ້ານສະບຽງອາຫານໃຫ້ໃນແຕ່ລະວັນ.

ທ່ານ  ຖາວອນ ສີຫາມາຍາ, ຮອງເຈົ້າເມືອງຫາດຊາຍຟອງ, ນະຄອນ ຫລວງວຽງຈັນ ທັງເປັນຫົວໜ້າໂຮງໝໍພາກສະໜາມດາວ ເຮືອງ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸແຫ່ງຊາດໃນວັນທີ 13 ຕຸລາ 2021ວ່າ: ເມື່ອກ່ອນໂຮງໝໍພາກສະໜາມດາວເຮືອງໃຊ້ເພື່ອຈຳກັດບໍລະເວນຜູ້ມີຄວາມສ່ຽງຕິດເຊື້ອພະຍາດໂຄວິດ-19 ແຕ່ຍ້ອນຈຳ ນວນຜູ້ຕິດເຊື້ອພະຍາດຊະນິດນີ້ຢູ່ນະຄອນຫລວງວຽງຈັນ ນັບມື້ເພີ່ມຂຶ້ນ ນັບແຕ່ຕົ້ນເດືອນຕຸລາເປັນຕົ້ນມາ ຈິ່ງປ່ຽນມາເປັນສູນປິ່ນປົວພາກສະ ໜາມ ທີ່ບັນຈຸໄດ້ 800 ຄົນ, ແຕ່ມາຮອດວັນທີ 13 ຕຸລາ 2021 ໄດ້ຮັບຜູ້ຕິດເຊື້ອເຂົ້າປິ່ນປົວເຕັມຄວາມສາມາດບັນຈຸແລ້ວ. ຂະນະດຽວກັນທີ່ພາຍໃນສູນຍັງຕ້ອງການເຄື່ອງນອນປະມານ 60 ຊຸດ ເຮັດໃຫ້ຄະນະຮັບຜິດຊອບພວມຄົ້ນຄ້ວາຢູ່.

ຮອງເຈົ້າເມືອງຫາດຊາຍຟອງ ໃຫ້ຮູ້ຕື່ມວ່າ: ສໍາລັບອາຫານການກິນຂອງຜູ້ປິ່ນປົວພາຍໃນໂຮງໝໍສະໜາມດາວເຮືອງ ສະເພາະຜູ້ຕິດເຊື້ອທີ່ເປັນແຮງງານຂອງບັນດາຫົວໜ່ວຍທຸກລະກິດທີ່ເຂົ້າປິ່ນປົວແມ່ນຫົວ ໜ່ວຍທຸລະກິດເຂົາເຈົ້າຮັບຜິດຊອບ, ສ່ວນຜູ້ຕິດເຊື້ອື່ນໆ ແມ່ນອົງການກາແດງລາວເປັນຜູ້ສະໜອງໃຫ້ທັງສາມຄາບໃນແຕ່ລະວັນ ໂດຍມີຄະນະຮັບ ຜິດຊອບການແຈກຢາຍອາຫານຢ່າງລະອຽດເພື່ອບໍ່ໃຫ້ແອອັດ ແລະ ຮັບ ປະກັນໃຫ້ແຕ່ລະຄົນໄດ້ຮັບອາຫານທັງ 3 ຄາບ.

ແຫຼ່ງຂ່າວ: ສື່ເພື່ອສັງຄົມ, Lao Youth

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...