spot_img
Homeຂ່າວຕ່າງປະເທດແມ່ເຖົ້າ ທຸ່ມເງີນປະມານ200, 000 ບາດເພື່ອບ໋ອກ Wi-Fi

ແມ່ເຖົ້າ ທຸ່ມເງີນປະມານ200, 000 ບາດເພື່ອບ໋ອກ Wi-Fi

Published on

186193

            ແມ່ເຖົ້າອາຍຸ 72 ປີ​ຊື່​ວ່າ Stefanie Russell ໄດ້​ທຸ່ມ​ເງີນ​ໄປ​ປະ​ມານ 200, 000 ບາດ ເພື່ອ​ໃຊ້​ປັບປຸງ​ເຮືອນ​ຕົວ​ເອງ ໃຫ້​ສາມາດ​ປ້ອງ​ກັນ​ສັນ​ຍານ​ໂທລະ​ສັບ ແລະ ​ສັນຍາ​ນ Wi-Fi ​ແມ່ເຖົ້າ​ທ່ານ​ນີ້​ໄດ້​ບອກວ່າ ນາງ​ມີ​ອາການ​ແພ້​​ຫລາຍ​ເມື່ອ​ຢູ່ໃນ​ທີ່ ທີ່​ມີ​ສັນຍາ​ນະ​ພວກ​ນີ້ ແລະ​ ກໍ​ເຄີຍ​ປ່ວຍ​ໜັກ​ຈາກ​ສາ​ເຫດ​ດັ່ງ​ກ່າວ ແລະ​ ແມ່ເຖົ້າ​ຈະ​ຄອຍຢູ່​ຫ່າງ​ຈາກ​ອຸປະກອນ​ເອເລັກໂທນິກ​ທີ່​ສາມາດ​ປ່ອຍ​ຄື້ນ​ສັນຍາ​ນອອກ​ມາ​ໄດ້ ອາການ​ຂອງ​​ແມ່ເຖົ້າ​ຕອນ​ນີ້​ກໍ​ຍັງ​ບໍ່​ໄດ້ຮັບ​ການ​ຢືນຢັນ​ຈາກ​ແພດ​ວ່າ​ອາການ​ຂອງ​ແມ່ເຖົ້າ​ມີ ແທ້ ຫລື ບໍ່ ເພາະ​​ແມ່ເຖົ້າ​ຍັງ​ບໍ່​ເຄີຍ​ເຂົ້າ​ຮັບ​ການ​ກວດ​ຈາກ​ແພດ​ເລີຍ​ຈັກ​ເທື່ອ

ແຕ່​​ແມ່ເຖົ້າ​ໄດ້​ທຸ່ມ​ເງີນ​ໄປ​ແລ້ວ​ປະ​ມານ 2ແສນ​ບາດ ເພື່ອຈະ​ທາ​ສີ​ເຮືອນ​ແບບ​ພິເສດ​ທີ່​ສາມາດ​ປ້ອງ​ກັນ​ບໍ່​ໃຫ້​ສັນ​ຍານ​ເອເລັກໂທນິກ​ຕ່າງໆ ເຂົ້າ​ມາ​ໃຫ້​ເຮືອນ ເຖິງ 4 ຊັ້ນ ລາ​ຄາ​ສີ​ແບບ​ພິເສດ​ນີ້ 1 ລີດ ຈະມີ​ລາ​ຄາ​ປະ​ມານ​ເກືອບ 500,000 ກີບ​ ແຕ່​ກໍ​ແລກ​ກັບ​ທີ່​​ແມ່ເຖົ້າ​ຈະ​ສາມາດ​ໃຊ້​ຊີວິດ​ໄດ້​ສະ​ດວກ​ສະບາຍ​ຂຶ້ນ ໂດຍ​ບໍ່​ຕ້ອງ​ກັງ​ວົນ​ເລື່ອງ​ສັນ​ຍານ​ຕ່າງໆ​ທີ່​ເຂົ້າ​ລົບກວນ​ນາງ

 

186194

186195

 

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...