Homeຂ່າວຕ່າງປະເທດເກີດເຫດ ເຮືອບິນຕົກຢູ່ທີ່ອິດຕາລີ ຜູ້ເສຍຊີວິດແມ່ນໜຶ່ງໃນມະຫາເສດຖີໂຣມັນເນຍ

ເກີດເຫດ ເຮືອບິນຕົກຢູ່ທີ່ອິດຕາລີ ຜູ້ເສຍຊີວິດແມ່ນໜຶ່ງໃນມະຫາເສດຖີໂຣມັນເນຍ

Published on

ເກີດເຫດເຮືອບິນນ້ອຍຕົກໃສ່ອາຄານຮ້າງຢູ່ທີ່ເມືອງມິລານ ຂອງອິດຕາລີ ເຮັດໃຫ້ຜູ້ໂດຍສານ 8 ຄົນເທິງເຮືອບິນເສຍຊີວິດທັງໝົດ ລວມທັງຄອບຄົວຂອງມະຫາເສດຖີຊາວໂຣມັນເນຍ.

ສໍານັກຂ່າວ BBC ລາຍງານວ່າ ເຮືອບິນສ່ວນໂຕ ທີ່ມີຊື່ລຸ້ນວ່າ Pilatus PC-12 ໄດ້ເດີນທາງອອກຈາກສະໜາມບິນ ລິນາເຕ ໃນເມືອງມິລານ ເມື່ອວັນທີ 3 ຕຸລາ 2021 ເພື່ອເດີນທາງໄຍັງເກາະ ຊາດິເນຍ ແຕ່ເຮືອບິນລໍາດັ່ງກ່າວກໍໄດ້ເກີດອຸບັດຕິເຫດຕົກລງມາ ຫຼັງຂຶ້ນບິນໄດ້ເວລາບໍ່ດົນ ໂດຍຜູ້ທີ່ເຫັນເຫດການບອກວ່າ ໄດ້ຍິນສຽງລະເບີດໃນຂະນະທີ່ເຮືອບິນຕົກໃສ່ຕຶກສູງ 2 ຊັ້ນ ຈົນເກີດເຫດໄຟໄໝ້ເກີດຂຶ້ນ.

ສື່ທ້ອງຖິ່ນຂອງອິດຕາລີລະບຸວ່າ ເຮືອບິນລໍານີ້ ມີໜຶ່ງໃນບຸກຄົນທີ່ລວຍທີ່ສຸດໃນໂຣມັນເນຍ ອາຍຸ 68 ປີ ຊື່ວ່າ ແດນ ເປເຕຣສຄູ ເຊິ່ງເປັນຄົນຂັບ ລາວເສຍຊີວິດໄປພ້ອມກັບເມຍ ແລະ ລູກຊາຍທີ່ມີອາຍຸ 30 ປີ ລວມທັງຄົນອື່ນໆ ລວມເປັນ 8 ສົບ.

ທາງດ້ານຕຶກທີ່ຖືກເຮືອບິນຕົກໃສ່ນັ້ນ ເປັນຕຶກທີ່ວ່າງ ເນື່ອງຈາກກໍາລັງຢູ່ລະຫວ່າງການກໍ່ສ້າງ ແຕ່ກໍມີລົດໃຫຍ່ທີ່ຈອດຢູ່ບໍລິເວນແຖວນັ້ນເສຍຫາຍຫຼາຍຄັນ. ຈົນເຖິງປັດຈຸບັນ ກໍຍັງບໍ່ມີການເປີດເຜີຍກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນລໍານີ້ຕົກລົງມາ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...