Homeຂ່າວຕ່າງປະເທດພົບ​ໂລງ​ຫິນ​ໃສ່​ສົບ​ຍຸກ​ອີ​ຍິບ​ບູຮານ​ອາ​ຍຸ 3 ພັນ​ປີ

ພົບ​ໂລງ​ຫິນ​ໃສ່​ສົບ​ຍຸກ​ອີ​ຍິບ​ບູຮານ​ອາ​ຍຸ 3 ພັນ​ປີ

Published on

186332

         ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ວ່າ ເກີດ​ເຫດ​ຮື​ຮາ ເມື່ອ​ຜູ້​ຊ່ຽວຊານ​ດ້ານ​ບູຮານ​ວັດ​ຖຸ​ ໄດ້​ຄົ້ນ​ພົບ “ໂລງ​ຫິນ​ໃສ່​ສົບ​ຍຸກ​ອີ​ຍິບ​ບູຮານ” ໃນ​ເຮືອນ​ຍິງເຖົ້າຄົນໜື່ງ ໃນ​ປະເທດ​ອັງ​ກິດ ຂະນະ​ທີ່​ຜູ້​ຊ່ຽວຊານ​ພາ​ກັນ​ຕື່ນຕົກໃຈ​ກັບ​ການ​ຄົ້ນ​ພົບ​ວັດ​ຖຸ​ບູຮານ​​ສຳຄັນ​ຂອງ​ອາລະຍະທຳ​ອີ​ຍິບນີ້
         ລາຍ​ງານ​ລະ​ບຸ​ວ່າ ໂລງ​ຫິນ​ດັ່ງ​ກ່າວ​ຖືກ​ພົບ​ໂດຍ​ສະເຕຊີ ຜູ້​ຊ່ຽວຊານ​ດ້ານ​ບູຮານ​ວັດ​ຖຸ ແລະ​ ຕົວ​ແທນ​ສຳ​ນັກ​ປະ​ມູນ “ລີ​ແມນ ແດນ​ຊີ” ທີ່​ໄດ້​ເຂົ້າ​ມາ​ກວດ​ສອບ​ເຮືອນ​ຂອງ​ຍິງ​ເຖົ້າຄົນໜື່ງ ໃນ​ເມືອງ​ເວ​ເສັກ ທີ່​ຖືກ​ຍ້າຍ​ໄປ​ຍັງ​ເຮືອນ​ພັກ​ຜູ້ເຖົ້າ ກ່ອນ​ພົບ​ໂລງ​ດັ່ງ​ກ່າວ​ຢູ່ໃນ​ຫ້ອງ​ນັ່ງ​ຫລີ້ນ ໂດຍ​ປະ​ເມີນ​ວ່າ ໂລງ​ຫິນ​ໃສ່​ສົບ​ບູຮານ​ນີ້ ຄາດ​ວ່າ​ຈະ​ມີ​ອາ​ຍຸ​ລາວ 3 ພັນປີ ແລະ ​ຖືກ​ໃຊ້​ເພື່ອ​ເປັນ​ທີ່​ສະ​ຖິດ ​ຂອງ​ຮ່າງ​ສົບ​ສະຕີ​ຊົນ​ຊັ້ນ​ສູງ​ໃນ​ຍຸກ​ອີ​ຍີບ​ບູຮານ
ສະເຕຊີ ບອກວ່າ ໂລງ​ຫິນ​ອີ​ຍິບ​ບູຮານ​ນີ້ ເປັນ​ບູຮານ​ວັດ​ຖຸ​ເກົ່າ​ແກ່​ທີ່ສຸດ​ທີ່​ເຂົາ​ເຄີຍ​ເຈີ​ມາ​ໃນ​ຊີວິດຂະນະ​ທີ່​ຜູ້​ຊ່ຽວຊານ​ຄົນ​ອື່ນໆ ກວ່າວ່າ ໂລງ​ຫິນ​ບູຮານ​ນີ້ ໜ້າ​ຈະ​ຖືກ​ຍິງ​ເຖົ້າ​ເຈົ້າ​ຂອງ​ເຮືອນ​ຊື້​ຈາກ​ພິ​ພິດຕະ​ພັນ​ທ້ອງ​ຖິ່ນ​ທີ່​ປິດ​ຕົວ​ເອງ ຫລັງ​ຈາກ​ຄອບຄອງ​ໂລງ​ສົບ​ຫິນ​ບູຮານນີ້ ທີ່​ຖືກ​ນຳ​ເຂົ້າ​ມາຍັງ​ອັງ​ກິດ​ໃນ​ໄລຍະ ​ທົດສະ​ວັດ​ທີ່ 19 ຫລື ​ຊ່ວງ​ຍຸກ​ສົງຄາມ​
         ທາງ​ດ້ານ​ຜູ້​ອຳ​ນວຍ​ການ​ຂອງ​ຝ່າຍ​ບໍລິຫານ​ຈັດການ​ຂອງ​ສະຖານ​ປະ​ມູນ “ລີ​ແມນ ແດນ​ຊີ່” ກ່າວ​ວ່າ ເປັນ​ເລື່ອງ​ທຳມະດາ​ຫລາຍ​ທີ່​ຜູ້​ຄົນ​ຈະ​ເກັບ​ວັດ​ຖຸ​ອີ​ຍິບ​ບູຮານ​ໃນ​ລັກສະນະ​ນີ້ ແລະ ສຳລັບ​ບູຮານ​ວັດ​ຖຸ​ອັນ​ນີ້​ປະ​ເມີນ​ວ່າ ​ຈະ​ມີ​ມູນ​ຄ່າ 6, 000 ປອນ ແຕ່​ລາ​ຄາ​ອາດ​ສູງ​ຂຶ້ນ​ອີກ​ຫລາຍ​ຫາກ​ຖືກ​ນຳ​ມາ​ປະ​ມູນ 

 

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...