spot_img
Homeຂ່າວຕ່າງປະເທດຈະຫລວດຂົນສົ່ງອາວະກາດ Antares ຂອງສະຫະລັດລະເບີດ! ຫລັງປ່ອຍຂຶ້ນພຽງ 6 ວິນາທີ!

ຈະຫລວດຂົນສົ່ງອາວະກາດ Antares ຂອງສະຫະລັດລະເບີດ! ຫລັງປ່ອຍຂຶ້ນພຽງ 6 ວິນາທີ!

Published on

news_108

 

ຈະຫລວດແອນຕາເຣສ (Antares) ຂອງສະຫະລັດອາເມຣິກາ ລະເບີດຫລັງຖືກປ່ອຍອອກຈາກຖານສົ່ງຂອງນາຊາ ໃນ

ລັດເວີຈີເນຍ ພຽງ 6 ວິນາທີ.

 

ໃນມື້ນີ້ (29 ຕຸລາ 2014) ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນເວລາ 18 ໂມງ 22 ນາທີ ຕາມເວລາທາງພາກຕາເວັນອອກ

ຂອງສະຫະລັດ ຫລື ປະມານ 05 ໂມາງ 22 ນາທີຂອງຕອນເຊົ້າມື້ນີ້ ຕາມເວລາໃນປະເທດລາວ ໄດ້ເກີດເຫດຈະຫລວດແອນ

ຕາເຣສ (Antares) ເຊິ່ງເປັນຈະຫລວດແບບໄຮ້ຄົນຂັບ ຂອງບໍລິສັດ Orbital Science ລະເບີດຂຶ້ນ ຫລັງຈາກທີ່ທະຍານ

ຂຶ້ນອອກຈາກຖານປ່ອຍຈະຫລວດ Walop Flight ຂອງນາຊາ ໃນລັດເວີຈິເນຍ ພຽງແຕ່ 6 ວິນາທີເທົ່ານັ້ນ, ເຖິງຢ່າງໃດກໍ

ຕາມບໍ່ມີຜູ້ໄດ້ຮັບບາດເຈັບ ຫລື ເສຍຊີວິດຈາກເຫດການດັ່ງກ່າວ, ໃນຂະນະທີ່ສາເຫດຂອງເຫດລະເບີດດັ່ງກ່າວນີ້ ຍັງຢູ່ລະ

ຫວ່າງການສືບສວນຢ່າງລະອຽດຂອງເຈົ້າໜ້າທີ່ສະຫະລັດ.

 

ຈະຫລວດແອນຕາເຣສ ເປັນຈະຫລວດຂົນສົ່ງສິນຄ້າ ເຊິ່ງກຳລັງຈະຂົນອາຫານ, ອຸປະກອນຕ່າງໆຂອງນາຊາ ລວມໄປເຖິງອຸ

ປະກອນໃນການວິໄຈດ້ານວິທະຍາສາດ ນ້ຳໜັກລວມກ່ວາ 2,268 ກິໂລ ຂຶ້ນໄປສົ່ງມອບໃຫ້ກັບນັກບິນອາວະກາດ ເທິງສຖາ

ນີອາວະກາດນານາຊາດ, ແຕ່ແລ້ວຫລັງຈາກທີ່ຈະຫລວດລຳດັ່ງກ່າວ ທະຍານຂຶ້ນໄປສູ່ທ້ອງຟ້າໄດ້ພຽງ 6 ວິນາທີ ກໍເກີດລະ

ເບີດຂຶ້ນ ສົ່ງຜົນໃຫ້ຈະຫລວດດັ່ງກ່າວເສຍຫາຍຢ່າງໜັກໜ່ວງ.

 

AmericaSpace-image-of-Orbital-Science-Corporation-Antares-rocket-being-raised-into-position-at-NASA-Wallops-Virginia-Photo-Credit-Mark-Usciak-with-AmericaSpace
ຈະຫລວດແອນຕາເຣສ

 

ດ້ານທ່ານ ແຟຣັງ ຄັນເບີດສັນ ຮອງປະທານບໍລິສັດ Orbital Science ໄດ້ເປີດເຜີຍວ່າ ນັບຕັ້ງແຕ່ຈະຫລວດຂົນສົ່ງສິນຄ້າ

ຂອງນາຊາ ຖືກປົດປະຈຳການໃນປີ 2011 ນາຊາ ກໍໄດ້ເຮັດສັນຍາກັບບໍລິສັດ Orbital Science ໃນການສົ່ງມອບອຸປະກອນ

ຕ່າງໆ ຂຶ້ນໄປເທິງສະຖານີອາວະກາດນານາຊາດໄດ້ 8 ຄັ້ງແລ້ວ, ແຕ່ເທື່ອນີ້ພາລະກິດບໍ່ປະສົບຜົນສຳເລັດ ເພາະເກີດເຫດ

ລະເບີດຂຶ້ນກ່ອນ ເຊິ່ງຕອນນີ້ກໍໄວເກີນໄປທີ່ຈະບອກໄດ້ວ່າ ເກີດເຫດການຫຍັງຂຶ້ນກັບຈະຫລວດລຳດັ່ງກ່າວ, ຢ່າງໃດກໍດີ

ທາງບໍລິສັດ Orbital Science ຈະດຳເນີນການສືບສວນຢ່າງລະອຽດ ເພື່ອບໍ່ໃຫ້ເກີດການດັ່ງກ່າວນີ້ ເກີດຂຶ້ນອີກໃນອານາ

ຄົດ.

 

dtled-3

Untitled-1_45
ກົດທີ່ລິ້ງ ເພື່ອເບິ່ງຄຣິບ http://youtu.be/6-8P902UO2w

 

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...