Home​ຂ່າວບັນເທິງປະຫວັດຫຍໍ້ ພ້ອມສະເປັກສາວທີ່ ເອ້ ອິນທະວົງ ສົນໃຈ

ປະຫວັດຫຍໍ້ ພ້ອມສະເປັກສາວທີ່ ເອ້ ອິນທະວົງ ສົນໃຈ

Published on

ທັງຫຼໍ່ ທັງມີຄວາມສາມາດ ສໍາລັບ ເອ້ ອິນທະວົງ ນັກສະແດງ-ນາຍແບບ ໄວໜຸ່ມລາວ ທີ່ກໍາລັງມີຜົນງານຫຼາກຫຼາຍ ຢູ່ໃນວົງການບັນເທິງ ບໍ່ວ່າຈະເປັນ ຜົນງານທາງດ້ານຊີລີ້ ຫຼື ງານຖ່າຍແບບຕ່າງໆ. ເຊິ່ງຄັ້ງນີ້, ລາວໂພສຈະພາທຸກຄົນມາຮູ້ຈັກກັບ ເອ້ ອິນທະວົງ ນັກສະແດງໄວໜຸ່ມ ພະເອກຊີລີ້ເຊິ່ງມີຜົນງານຢູ່ຫຼາຍເລື່ອງ ທີ່ກໍາລັງມາແຮງໃນຕອນນີ້.

ຊື່ ໄຊບັນດິດ ອິນທະວົງ (ເອ້) ເກີດວັນທີ 12 ຕຸລາ ປີ 2001, ມີລວງສູງ 176 cm, ເປັນຄົນນະຄອນຫຼວງວຽງຈັນຕັ້ງແຕ່ກໍາເນີດ, ມີຄອບຄົວທັງໝົດ 5 ຄົນຄື: ແມ່, ພໍ່ຕູ້, ປ້າ, ລູກຂອງປ້າ ແລະ ເອ້ ເຊິ່ງເອ້ແມ່ນລູກຊາຍດຽວ. ຮຽນຈົບຈາກໂຮງຮຽນມັດທະຍົມສົມບູນ ປາດຖະໜາ, ປັດຈຸບັນກໍາລັງສຶກສາຢູ່ທີ່ ຄະນະເສດຖະສາດ ສາຂາການຕະຫຼາດ ມະຫາວິທະຍາໄລເເຫ່ງຊາດ.

1. ເຂົ້າມາເຮັດວຽກໃນວົງການບັນເທິງໄດ້ແນວໃດ?

ກ່ອນທີ່ຈະເຂົ້າມາມີຜົນງານຢູ່ໃນວົງການບັນເທິງແມ່ນ ເອ້ໄດ້ຖືກທາບທາມຈາກ ອ້າຍຊູໂມ້ ເຊິ່ງເພິ່ນເປັນເຈົ້າຂອງ Tara Academy ເຊິ່ງເປັນສັງກັດທີ່ລວມໄວໜຸ່ມລາວທີ່ເຮັດວຽກຢູ່ໃນວົງການບັນເທິງ ລາວໄດ້ເຫັນເອ້ຜ່ານທາງເຟສບຸກ ແລະ ຕິດຕໍ່ເອ້ມາຖາມເອ້ວ່າສົນໃຈໃນດ້ານນີ້ບໍ່ ໃນເມື່ອມີໂອກາດດີໆເຂົ້າມາແບບນີ້ ເອ້ກໍເລີຍເລືອກທີ່ຈະບໍ່ປະຕິເສດ ເຊິ່ງນັ້ນກໍເປັນບາດກ້າວທໍາອິດທີ່ເຮັດໃຫ້ເອ້ໄດ້ເຂົ້າມາໃນວົງການບັນເທິງລາວ.

2. ຜົນງານທໍາອິດຂອງເອ້?

ຜົນງານທໍາຂອງເອ້ ແມ່ນ ຊີລີ້ທີ່ມີຊື່ເລື່ອງວ່າ “Diary Love The series ຮັກວຸ້ນໆຄຸນໜູເນ່ເນ້” ເຊິ່ງຕອນນັ້ນແມ່ນໄດ້ສະແດງເປັນຕົວປະກອບ. ຄັ້ງທໍາອິດທີ່ໄດ້ມາຢູ່ໜ້າກ້ອງແມ່ນຮູ້ສຶກຕື່ນເຕັ້ນ ເເລະ ປະທັບໃຈທີ່ສຸດ ບໍ່ຄິດເລີຍວ່າຕົນເອງຈະໄດ້ມີໂອກາດມາເປັນນັກສະແດງໃນຊີລີ້ເລື່ອງນີ້ ເຖິງຈະເປັນພຽງຕົວປະກອບກໍຕາມ. ຫຼັງຈາກນັ້ນບໍ່ດົນ ເອ້ກໍໄດ້ມີໂອກາດຂຶ້ນມາເປັນນັກສະແດງຫຼັກຢ່າງເຕັມໂຕ ໃນຊີ່ລີ້ຫຼາຍເລື່ອງເຊັ່ນ: ຮັກນີ້ສີບົວ 3, ປະຕິຫານດອກໄມ້, ຮູບເງົາ The Signal ແລະ One Love The Series.

3. ເຊື່ອວ່າສາວໆຫຼາຍໆຄົນກໍາລັງລໍຖ້າຄໍາຖາມນີ້ ສະເປັກເອ້ມັກຜູ້ຍິງແບບໃດ?

ເອ້ມັກຜູ້ຍິງທີ່ ເວລາໄດ້ລົມນໍາເເລ້ວຮູ້ສຶກອົບອຸ່ນ, ນິໄສຜູ້ໃຫຍ່ ເເລະ ລົມນໍາໄດ້ທຸກເລື່ອງ ຮັບໃນສິ່ງທີ່ເຮົາເປັນໄດ້ ເອ້ກໍໂອເຄເເລ້ວ.

4. ນອກຈາກວຽກໃນວົງການບັນເທິງແລ້ວ ເອ້ມີສິ່ງທີ່ຢາກເຮັດອີກບໍ່?

ນອກຈາກວຽກໃນວົງການບັນເທິງ ເອ້ກະມີຄວາມຝັນຢາກຈະເຮັດວົງດົນຕີນໍາໝູ່ ແລະ ຄວາມຝັນຂອງເອ້ອີກຢ່າງໜຶ່ງທີ່ຢາກເປັນຕັ້ງເເຕ່ນ້ອຍເລີຍກໍຄື ຢາກເປັນທະຫານນັກບິນອາກາດ ເພາະວ່າພໍ່ຕູ້ຂອງເອ້ເພິ່ນເປັນທະຫານນັກບິນອາກາດ ເອ້ເຫັນຕັ້ງແຕ່ຍັງນ້ອຍເລີຍຮູ້ສຶກຢາກເປັນຄືເພິ່ນ.

5. ຝາກຜົນງານປັດຈຸບັນ

ຜົນງານປັດຈຸບັນຂອງເອ້ເເມ່ນ ຊີລີ້ເລື່ອງ “7 days 7 boys” ເປັນຊີລີ້ວາຍລາວເລື່ອງໃໝ່ ກັບການຖ່າຍທອດເລື່ອງລາວຄວາມສຳພັນຄວາມຮັກໃນຫຼາກຫຼາຍມຸມມອງ ເຊິ່ງກໍາລັງຈະອອນເເອໃນໄວໆນີ້ ຝາກຕິດຕາມກັນແດ່ເດີ້.

ສໍາລັບໃຜທີ່ອ່ານບົດສໍາພາດນີ້ແລ້ວ ຢາກໄປຕິດຕາມ ເອ້ ອິນທະວົງ ສາມາດເຂົ້າໄປຕິດຕາໄດ້ທີ່ ເຟສບຸກ: Aey Inthavong, ເພຈ: Aey Inthavong TARA, ເພຈ: Tara academy, ໄອຈີ: aey_inthavong

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...