Homeຂ່າວພາຍ​ໃນກະຊວງສາທາມອບລົດນຳສົ່ງຄົນເຈັບ 50 ຄັນໃຫ້ໂຮງໝໍສູນກາງ ແລະ ຊຸມຊົນທົ່ວປະເທດ

ກະຊວງສາທາມອບລົດນຳສົ່ງຄົນເຈັບ 50 ຄັນໃຫ້ໂຮງໝໍສູນກາງ ແລະ ຊຸມຊົນທົ່ວປະເທດ

Published on

ກະຊວງສາທາລະນະສຸກໄດ້ມອບລົດນຳສົ່ງຄົນເຈັບ (Ambulance) ຈຳນວນ 50 ຄັນ ໃຫ້ແກ່ໂຮງໝໍສູນກາງ ແລະ ໂຮງໝໍຊຸມຊົນທົ່ວປະເທດ ເພື່ອຮັບໃຊ້ເຂົ້າໃນວຽກງານສາທາລະນະສຸກ, ເຊິ່ງເປັນລົດທີ່ໄດ້ຮັບຈາກລັດຖະບານ ໂດຍທຶນກູ້ຢືມຈາກທະນາຄານພັດທະນາອາຊີ.

ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ ລົດຈຳນວນດັ່ງກ່າວຈະໄດ້ນຳໃຊ້ເຂົ້າໃນການບໍລິການສາທາລະນະສຸກ ບໍ່ວ່າຈະເປັນການຮັບໃຊ້ວຽກງານໂຄວິດ ກໍຄືການບໍລິການຮັບ-ສົ່ງຄົນເຈັບທົ່ວໄປໃຫ້ມີປະສິດທິພາບ, ເພື່ອແກ້ໄຂບັນຫາການນຳສົ່ງ ທັງຮັບປະກັນການເຂົ້າເຖິງການບໍລິການຂອງປະຊາຊົນບັນດາເຜົ່າ, ລວມທັງແມ່ຍິງ ແລະ ເດັກນ້ອຍ ເພື່ອເຮັດໃຫ້ບັນລຸແຜນພັດທະນາສາທາລະນະສຸກ 5 ປີຄັ້ງທີ IX, ບັນລຸ 11 ຕົວຊີ້ບອກ ແລະ ເຮັດໃຫ້ ສປປລາວ ຫຼຸດພົ້ນຈາກຄວາມທຸກຍາກ.

ໃນພິທີມອບຮັບຄັ້ງນີ້, ມີ 11 ແຂວງ, ນະຄອນຫຼວງ, ໂຮງໝໍ 103 ກອງທັບ ແລະ ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ. ນອກຈາກນີ້, ກະຊວງສາທາລະນະສຸກຍັງຈະໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນຕື່ມ 81 ຄັນ ເຊິ່ງໄດ້ແຈກຢາຍໄປກ່ອນໜ້ານີ້ 7 ຄັນ ສ່ວນທີ່ເຫຼືອ 74 ຄັນ ແມ່ນຈະໄດ້ແຈກຢາຍໃຫ້ບັນດາໂຮງໝໍແຂວງ, ໂຮງໝໍຊຸມຊົນ ທີ່ຍັງບໍ່ທັນໄດ້ຮັບ.

ພິທີມອບຮັບລົດນຳສົ່ງຄົນເຈັບຈຳນວນ 50 ຄັນຄັ້ງນີ້ຈັດຂຶ້ນໃນວັນທີ 27 ກັນຍາ 2021 ທີ່ກະຊວງສາທາລະນະສຸກ, ກ່າວມອບໂດຍທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໂດຍມີຕາງໜ້າຈາກພະແນກສາທາລະນະສຸກທົ່ວປະເທດເປັນຜູ້ຮັບ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...