Homeຂ່າວຕ່າງປະເທດພະນັກງານປໍ້ານໍ້າມັນໃນເຢຍລະມັນຖືກຂ້າຍ້ອນບອກລູກຄ້າໃສ່ຜ້າອັດປາກ-ດັງ

ພະນັກງານປໍ້ານໍ້າມັນໃນເຢຍລະມັນຖືກຂ້າຍ້ອນບອກລູກຄ້າໃສ່ຜ້າອັດປາກ-ດັງ

Published on

ສຳນັກຂ່າວ Berlin ລາຍງານ: ເກີດເຫດສະເທືອນຂວັນໃນທ້າຍອາທິດຜ່ານມາ ເມື່ອຊາຍເຢຍລະມັນ ໄວ 49 ປີ ໄດ້ກໍ່ເຫດຄາຕະກຳພະນັກງານປໍ້ານໍ້າມັນແຫ່ງໜຶ່ງ ໃນເມືອງ Idar-Oberstein ທີ່ຕັ້ງຢູ່ທາງທິດຕາເວັນຕົກຂອງເຢຍລະມັນ ເນື່ອງຈາກບໍ່ພໍໃຈທີ່ຜູ້ເຄາະຮ້າຍໄດ້ຂໍໃຫ້ຜູ້ກ່ຽວສວມໃສ່ຜ້າອັດປາກ-ດັງປ້ອງກັນໂຄວິດ ຂະນະເຂົ້າໃຊ້ບໍລິການໃນເຂດປໍ້ານໍ້າມັນແຫ່ງນັ້ນ.

ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 18 ກັນຍາຜ່ານມາ ຂະນະທີ່ຜູ້ຕ້ອງສົງໄສໄດ້ໃຫ້ການຕໍ່ເຈົ້າໜ້າທີ່ພາຍຫຼັງຖືກຈັບວ່າ: ຕົນໄດ້ເຂົ້າໄປເຂດປໍ້ານໍ້າມັນດັ່ງກ່າວ ແລະຫວັງຈະຊື້ເບຍ ແຕ່ພະນັກງານຜູ້ເຄາະຮ້າຍປະຕິເສດໃຫ້ບໍລິການ ພ້ອມຂໍໃຫ້ສວມໃສ່ຜ້າອັດປາກ-ດັງເພື່ອປ້ອງກັນພະຍາດໂຄວິດ-19 ກ່ອນ, ເຮັດໃຫ້ຊາຍຫົວຮ້ອນຄົນນີ້ເກີດຄວາມບໍ່ພໍໃຈ ຈິ່ງກັບໄປທີ່ລົດພ້ອມໃສ່ຜ້າອັດປາກ-ດັງ ແລ້ວກັບຄືນໄປປໍ້ານໍ້າມັນກ່ອນຈະຈົກປືນອອກມາຍິງໃສ່ທີ່ຫົວພະນັກງານໜຸ່ມ ໄວ 20 ປີ ຈົນເຮັດໃຫ້ເສຍຊີວິດຄາທີ່.

ພາຍຫຼັງກໍ່ເຫດຜູ້ກ່ຽວໄດ້ຫຼົບໜີກ່ອນຈະຍອມເຂົ້າມອບຕົວຕໍ່ເຈົ້າໜ້າທີ່ໃນມື້ຕໍ່ມາ. ຢ່າງໃດກໍຕາມ, ຂໍ້ກຳນົດໃນການໃສ່ຜ້າອັດປາກ-ດັງໃນຮ້ານຄ້າຕ່າງໆໃນເຢຍລະມັນ ຖືເປັນມາດຕະການສຳຄັນທີ່ລັດຖະບານວາງອອກ ເພື່ອປ້ອງກັນ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...