spot_img
Homeຄວາມງາມວິທີ​ເຮັດໃຫ້​ຜົມ​ຍາວ​ໄວ ດ້ວຍ 5 ວິທີ​

ວິທີ​ເຮັດໃຫ້​ຜົມ​ຍາວ​ໄວ ດ້ວຍ 5 ວິທີ​

Published on

940

  1. ກະຕຸ້ນ​ໜັງ​ຫົວ
    ໃນ​ຂະນະ​ທີ່​ທ່ານສະ​ຜົມ​ຢູ່ ໃຫ້​ລອງ​ນວດ​ໜັງ​ຫົວ​ເບົາໆ ​ປະ​ມານ 1 ຫລື 2 ນາ​ທີ ວິທີ​ນີ້​ຈະ​ຊ່ວຍ​ໃຫ້​ເລືອດ​ໄຫລ​ວຽນ​ໄດ້​ດີ​ຂຶ້ນ ຊຶ່ງ​ຈະ​ນຳ​ມາສູ່​ການ​ທີ່​ຜົມ​ງອກ​ໄດ້​ວ່ອງໄວ​ຂຶ້ນ
  2. ເລັມ​ປາຍຜົມເປັນ​ປະຈຳ
    ເຖິງແມ່ນວ່າ​ການ​ເລັມປາຍ​ຜົມ​ຈະ​ບໍ່​ຊ່ວຍ​ໃຫ້​ຜົມ​ໄວ​ຂຶ້ນ​ຢ່າງ​ທີ່​ຄິດ ແຕ່​ມັນ​ຈະ​ຊ່ວຍ​ບໍ່​ໃຫ້​ທ່ານມີ​ບັນຫາ​ຜົມ​ເສຍ​ແຕກ​ປາຍ ຊຶ່ງ​ຈະ​ເຮັດໃຫ້​ເສັ້ນ​ຜົມ​ຂອງ​ທ່ານສຸຂະພາບ​ດີ ​ແລະ ​ຊ່ວຍ​ໃຫ້​ເສັ້ນ​ຜົມ​ຂອງ​ທ່ານ​ຍາວ​ຢ່າງ​ໄວ​ນັ້ນເອງ
  3. ກິນ​ວິ​ຕາ​ມິນ
    ຫາກ​ຕ້ອງ​ການ​ຈະ​ເລັ່ງ​ໃຫ້​ຜົມ​ຍາວ​ໄວ​ຍິ່ງ​ຂຶ້ນ ກໍ​ລອງ​ຫາ​ວິ​ຕາ​ມິນ​ທີ່​ຊ່ວຍ​ເຮັດໃຫ້​ຜົມ​ໃໝ່​ງອກ​ໄວ​ຢ່າງ​ວິ​ຕາ​ມິນ​ບີ​ເບິ່ງ​ ຊຶ່ງ​ນອກ​ຈາກ​ຈະ​ເຮັດໃຫ້​ຜົມ​ຍາວ​ໄວ​ແລ້ວ ກໍ​ຍັງ​ຈະ​ຊ່ວຍ​ເຮັດໃຫ້​ຜິວ​ ແລະ​ ເລັບ​ສຸຂະພາບ​ດີ​ນຳ
  4. ໃຊ້​ແຊມ​ພູ​ ແລະ ​ຄີມ​ນວດ​ໃຫ້​ເໝາະ​ສົມ
    ການ​ທີ່​ທ່ານຕ້ອງ​ເຈີ​ກັບ​ບັນຫາ​ຜົມ​ແຕກ​ປາຍ ​ຫລື ​ຜົມ​ແຫ້ງ​ເສຍ ກໍ​ອາດຈະ​ເປັນ​ເພາະ​ວ່າ​ທ່ານ​ເລືອກ​ໃຊ້​ແຊມ​ພູ​ ແລະ ​ຄີມ​ນວດ​ຜົມ​ທີ່​ບໍ່​ເໝາະ​ກັບ​ສະພາບ​ຜົມ​ກໍເປັນ​ໄດ້ ດັ່ງ​ນັ້ນ​ຄວນ​​ລົງ​ທຸນ​ຊື້​ແຊມ​ພູ​ ແລະ ​ຄີມ​ນວດ​ໃໝ່​ທີ່​ມີ​ສ່ວນ​ປະສົມ​ຂອງ​ເຄົາ​ຕິນ ທີ່​ຈະ​ຊ່ວຍ​ເຮັດໃຫ້​ເສັ້ນ​ຜົມ​ແຂງ​ແຮງ​ແລະ​ຍາວ​ໄດ້​ໄວ​ຍິ່ງ​ຂຶ້ນ

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...