spot_img
Homeຂ່າວຕ່າງປະເທດສິງກະໂປໄດ້ເລີ່ມທົດລອງຫຸ່ນຍົນເພື່ອກວດກາໃນພື້ນທີ່ສາທາລະນະ

ສິງກະໂປໄດ້ເລີ່ມທົດລອງຫຸ່ນຍົນເພື່ອກວດກາໃນພື້ນທີ່ສາທາລະນະ

Published on

ເວັບໄຊ້ ndtv ໄດ້ລາຍງານວ່າສິງກະໂປໄດ້ເລີ່ມທົດລອງຫຸ່ນຍົນເພື່ອກວດກາໃນພື້ນທີ່ສາທາລະນະ ແລະ ສອດແນມເບິ່ງການປະຕິບັດພຶດຕິກໍາທາງສັງຄົມທີ່ບໍ່ດີຂອງກຸ່ມຄົນ.

ສິງກະໂປເປັນປະເທດໜຶ່ງທີ່ມີຄວາມປອດໄພຫຼາຍທີ່ສຸດໃນໂລກ ແລະ ປະເທດສິງກະໂປກໍໄດ້ທົດລອງໃຊ້ຫຸ່ນຍົນອັດຕະໂນມັດຈໍານວນສອງເຄື່ອງເພື່ອກວດກາພຶດຕິກໍາທີ່ບໍ່ດີເຊັ່ນ: ການລະເມີດມາດຕະການຄວາມປອດໄພໃນການປ້ອງກັນພະຍາດ COVID-19, ການສູບຢາໃນສະຖານທີ່ຫ້າມສູບຢາ ແລະ ການຈອດລົດຖີບທີ່ບໍ່ເໝາະສົມ.

ຫຸ່ນຍົນດັ່ງກ່າວມີຊື່ວ່າ Xavier ໄດ້ຖືກຕິດຕັ້ງກ້ອງຖ່າຍຮູບທີ່ສາມາດກວດກາພຶດຕິກໍາທີ່ບໍ່ດີ ແລະ ສົ່ງການແຈ້ງເຕືອນໄປຍັງສູນບັນຊາ ແລະ ຄວບຄຸມ.

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...