spot_img
Homeຂ່າວພາຍ​ໃນເກີດເຫດການຍິງກັນ ບາດເຈັບສາຫັດ!

ເກີດເຫດການຍິງກັນ ບາດເຈັບສາຫັດ!

Published on

ເກີດເຫດການຍິງກັນ ວັນທີ 01 ກັນຍາ 2021 ເວລາ 20:20 (ມື້ຄືນ) ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີເຫດ ຢູ່ບ້ານສີບຸນເຮືອງ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ.

ທີມກູ້ຊີບກູ້ໄພນະຄອນຫຼວງສູນສັງການ ໄດ້ອອກກວດສອບເຫດພົບຄົນເຈັບຈຳນວນ 01 ຄົນ ເພດຊາຍ ສັນຊາດຈີນ ອາການເບື້ອງຕົ້ນແມ່ນຖືກຍິງທີບໍລິເວນຂ້າງຫລັງຝາກຊ້າຍ 3 ຈຸດ.

ດັ່ງນັ້ນ, ຈຶ່ງໄດ້ທຳການປະຖົມພະຍາບານເບື້ອງຕົ້ນ ແລ້ວນຳສົ່ງໂຮງໝໍມິດຕະພາບ (150 ຕຽງ)

ຂໍ້ມູນເບື້ອງຕົ້ນ ຂອງຄົນເຈັບ: ທ້າວ ຫຼີວຊີຊວນ ອາຍຸ 45 ປີ ສັນຊາດ ຈີນ ພະນັກງານທະນາຄານ ໄດ້ຂີລົດຈັກຍີຫຍໍ້ ສະກູບບີ້ປ້າຍ ຍບ 8016 ສີບົວດຳ ມຸງຫນ້າກັບບ້ານມາຮອດຈຸດຫນ້ານກວດກາສູນກາງ(ສນຍ) ບ້ານສີບຸນເຮືອງ ແມ່ນໄດ້ຖືກລັດຍິງ ດ້ວຍປືນບໍ່ຮູ້ລຸ້ນ 3 ລູກເຂົ້າກາງຫຼັງ.

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...