spot_img
Homeຂ່າວຕ່າງປະເທດ"Mu" ໂຄວິດສາຍພັນໃໝ່ມາອີກແລ້ວ! WHO ກຳລັງເລັ່ງກວດສອບ

“Mu” ໂຄວິດສາຍພັນໃໝ່ມາອີກແລ້ວ! WHO ກຳລັງເລັ່ງກວດສອບ

Published on

ເດລຕ້າແຜງລິດຍັງບໍ່ໝົດ ໂຄວິດ-19 ສາຍພັນໃໝ່ພາຍໃຕ້ຊື່ “Mu” ກໍປາກົດຕົວຂຶ້ນມາຕື່ມອີກ ຂະນະທີ່ອົງການອະນາໄມໂລກ (WHO) ກຳລັງເລັ່ງກວດສອບສາຍພັນດັ່ງກ່າວ ພ້ອມລະບຸວ່າເປັນການກາຍພັນທີ່ມີສັກກາຍະພາບໃນການຫຼົບຫຼີກພູມຄຸ້ມກັນທີ່ໄດ້ຮັບຈາກການຕິດເຊື້ອ ຫຼື ການສັກວັກຊີນ.

ສາຍພັນ Mu ຫຼື ຮູ້ຈັກກັນດີທາງວິທະຍາສາດໃນຊື່ B.1.621 ຄົ້ນພົບຄັ້ງທຳອິດໃນໂຄລົມເບຍ ໄດ້ເພີ່ມເຂົ້າໃນລາຍຊື່ສາຍພັນທີ່ໜ້າສົນໃຈຂອງ WHO ໃນວັນທີ 30 ສິງຫາຜ່ານມາ ເນື່ອງຈາກ Mu ມີການກາຍພັນທາງພັນທຸກຳທີ່ບົ່ງບອກໄດ້ວ່າ ພູມຄຸ້ມກັນຕາມທຳມະຊາດ ຫຼື ແມ່ນແຕ່ວັກຊີນທີ່ໃຊ້ໃນປັດຈຸບັນ ລວມທັງການປິ່ນປົວແບບໂມໂນໂຄລນອລ ແອນຕີບໍດີ ອາດຈະໃຊ້ບໍ່ໄດ້ຜົນກັບໄວຣັສສາຍພັນນີ້.

ຢ່າງໃດກໍຕາມ, WHO ຍັງຕ້ອງໄດ້ສືບຕໍ່ສຶກສາວິໄຈເພີ່ມເຕີມ ເພື່ອຫາຫຼັກຖານຢືນຢັນທີ່ຊັດເຈນວ່າ Mu ສາມາດແຜ່ເຊື້ອຍາກງ່າຍພຽງໃດ ຫຼື ດື້ຕໍ່ວັກຊີນ ແລະ ການປິ່ນປົວໃນປັດຈຸບັນໃນລະດັບໃດ.

ຂໍ້ມູນຈາກແຫຼ່ງຂ່າວ CNBC

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...