spot_img
Homeຂ່າວຕ່າງປະເທດຈັບເຈົ້າອາວາດພ້ອມພະໃນວັດ ຊຸມແຊວກິນຊີ້ນດາດ ແລະ ເບຍ

ຈັບເຈົ້າອາວາດພ້ອມພະໃນວັດ ຊຸມແຊວກິນຊີ້ນດາດ ແລະ ເບຍ

Published on

ສຳນັກຂ່າວໄທລັດລາຍງານໃຫ້ຮູ້ໃນວັນທີ 30 ສິງຫາ 2021 ວ່າ ເຈົ້າອາວາດວັດໃນເມືອງຊຽງໃໝ່ ໄດ້ຈັດງານລ້ຽງກິນຊີ້ນດາດກັບພະໃນວັດ ລວມທັງໝົດຈໍານວນ 6 ອົງ ແລະ ປະຊາຊົນອີກ 1 ຄົນ ເຊິ່ງຕອນທີ່ເຂົ້າຈັບກຸມ ພົບເຫັນປ໋ອງເບຍເຕັມຫ້ອງ, ເຈົ້າອາວາດ ແລະ ພະ ທຸກອົງ ໄດ້ຍອມຮັບວ່າໄດ້ດື່ມເບຍແທ້, ຕໍາຫຼວດຈຶ່ງໄດ້ນັດໄປຮັບຊາບຂໍ້ກ່າວຫາ “ມົ້ວສຸມ ຊຸມແຊວໃນລັກສະນະທີ່ມີຄວາມສ່ຽງຕໍ່ການແຜ່ລະບາດຂອງໂຣກ”

ກາງເດິກວັນທີ 29 ສິງຫາ 2021, ຕໍາຫຼວດຈາກສະຖານີຕໍາຫຼວດພູທອນພູພິງຣາຊະນິເວດ ເຂົ້າກວດສອບພາຍໃນວັດປັນເສົາ ຕໍາບົນ ສຣີພູມ ເມືອງ ຊຽງໃໝ່ ພາຍຫຼັງໄດ້ຮັບການຮ້ອງຮຽນວ່າພະໃນວັດຈັດງານລ້ຽງ ຕັ້ງວົງດື່ມເບຍຢ່າງມ່ວນຊື່ນ ສົ່ງສຽງດັງ ບໍ່ຢ້ານຕໍ່ການຜິດວິໄນສົງ ແລະ ຍັງເຂົ້າຄ່າຍຜິດກົດໝາຍ.

ພາບເຈົ້າອາວາດ ແລະ ພະ ຖືກຈັບກຸມໃນຂະນະທີ່ຈັດງານລ້ຽງ, ພາບຈາກ ສຳນັກຂ່າວ ໄທລັດ

ເຈົ້າໜ້າທີ່ໄດ້ເຂົ້າກວດສອບຕາມທີ່ຮັບແຈ້ງ ແລະ ພົບເຈົ້າອາວາດ ແລະ ພະໃນວັດ ລວມທັງໝົດ 6 ອົງ ແລະ ປະຊາຊົນຈໍານວນ 1 ຄົນກຳລັງລ້ອມວົງກິນຊີ້ນດາດພາຍໃນກຸດຕິ ພົບເບຍ ເລະ ເຄື່ອງດື່ມແອວກໍຮໍອື່ນໆຫຼາຍກວ່າ 10 ປ໋ອງຢູ່ໃນຫ້ອງ. ພະທຸກອົງຍອມຮັບວ່າດື່ມແທ້, ເຈົ້າໜ້າທີ່ຈຶ່ງແຈ້ງໃຫ້ທັງໝົດຮັບຊາບຂໍ້ກ່າວຫາ ແລະ ໃຫ້ທຸກຄົນໃນທີ່ເກີດເຫດເປົ່າກວດຫາຄ່າແອວກໍຮໍ ແລະ ພົບວ່າມີຄ່າແອວກໍຮໍໃນກະແສເລືອດ ຈຶ່ງໃຫ້ເຂົ້າມາພົບເຈົ້າໜ້າທີ່ ເພື່ອຮັບຊາບຂໍ້ກ່າວຫາເຊົ້າວານນີ້.

ພາບເຈົ້າອາວາດ ແລະ ພະ ເຂົ້າຮັບຊາບຂໍ້ກ່າວຫາ, ພາບຈາກ ສຳນັກຂ່າວ ໄທລັດ

ຫຼ້າສຸດ ໃນເວລາ 8 ໂມງເຊົ້າຂອງວັນທີ 30 ສິງຫາ 2021, ເຈົ້າອາວາດ ແລະ ພະ ທັງໝົດໄດ້ໄປພົບເຈົ້າໜ້າທີ່ສອບສວນຕາມນັດ ໂດຍມີການຫຼີກລ່ຽງນັກຂ່າວ ແລະ ກໍມີບຸກຄົນອ້າງໂຕເປັນຜູ້ໃກ້ຊິດພະຍາຍາມຂໍປິດຂ່າວ, ໂດຍມື້ວານນີ້ ເຈົ້າໜ້າທີ່ສອບສວນໄດ້ແຈ້ງຄວາມຜິດ ຂໍ້ຫາ ມົ້ວສຸມ ຊຸມແຊວ ໂດຍລັກສະນະທີ່ມີຄວາມສ່ຽງຕໍ່ການແຜ່ລະບາດຂອງໂລກ ຕາມພຣະຣາຊະບັນຍັດໂຣກຕິດຕໍ່ ໂດຍຍັງຢູ່ໃນຂັ້ນຕອນການສອບປາກຄວາມເພີ່ມຕື່ມ.

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...