spot_img
Homeຂ່າວຕ່າງປະເທດຈີນບໍ່ມີຄົນຕິດເຊື້ອໂຄວິດສາຍພັນເດລຕ້າລາຍໃໝ່ເກືອບເດືອນ

ຈີນບໍ່ມີຄົນຕິດເຊື້ອໂຄວິດສາຍພັນເດລຕ້າລາຍໃໝ່ເກືອບເດືອນ

Published on

ເວັບໄຊຂ່າວໄທຣັດອອນໄລນ໌ລາຍງານ: ຄະນະກຳມະການດ້ານສຸຂະພາບຂອງຈີນ (NHC) ກ່າວໃນວັນທີ 23 ສິງຫາ ວ່າ: ຈີນບໍ່ມີຜູ້ຕິດເຊື້ອໂຄວິດສາຍພັນເດລຕ້າລາຍໃໝ່ພາຍໃນປະເທດເປັນຄັ້ງທຳອິດນັບແຕ່ທ້າຍເດືອນກໍລະກົດເປັນຕົ້ນມາ, ເຊິ່ງໄດ້ພິສູດໃຫ້ເຫັນວ່າ ການລັອກດາວແຕ່ຫົວທີຍັງສາມາດຄວບຄຸມການລະບາດຂອງສາຍພັນເດລຕ້າໄດ້.

ຈີນກວດພົບຜູ້ຕິດເຊື້ອສາຍພັນເດລຕ້າພາຍໃນປະເທດເປັນຄັ້ງທຳອິດໃນວັນທີ 20 ກໍລະກົດ ຈາກນັ້ນໄວຣັສກໍແຜ່ລະບາດເກືອບເຄິ່ງປະເທດ ທັງກວດພົບຜູ້ຕິດເຊື້ອໃໝ່ສູງເຖິງ 1.200 ຄົນ ຖືເປັນການລະບາດຄັ້ງໃຫຍ່ສຸດນັບແຕ່ຊ່ວງຕົ້ນປີ 2020, ແຕ່ລັດຖະບານກໍຮັບມືດ້ວຍວິທີການລັອກດາວຢ່າງເຂັ້ມງວດ ເຊິ່ງເປັນວິທີເດີມທີ່ຈັດຕັ້ງປະຕິບັດໄລຍະຜ່ານມາ ພ້ອມທັງເລັ່ງກວດຫາເຊື້ອພະຍາດໃຫ້ພົນລະເມືອງຂອງຕົນໂດຍໄວ ແລະຕິດຕາມກວດສອບທາມລາຍຜູ້ຕິດເຊື້ອຢ່າງຈິງຈັງ ທັງຈຳກັດການເດີນທາງພາຍໃນປະເທດ ເຮັດໃຫ້ຈຳນວນຜູ້ຕິດເຊື້ອລາຍວັນຫຼຸດລົງຢ່າງວ່ອງໄວ.

ຢ່າງໃດກໍຕາມ, ຈີນມີລາຍງານຜູ້ຕິດເຊື້ອລາຍໃໝ່ 21 ຄົນໃນວັນທີ 23 ສິງຫາ ແຕ່ເປັນຜູ້ເດີນທາງມາຈາກຕ່າງປະເທດທັງໝົດ ເຊິ່ງບໍ່ມີລາຍງານຜູ້ຕິດເຊື້ອພາຍໃນປະເທດແຕ່ຢ່າງໃດ.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...