spot_img
HomeBaby-ແມ່ແລະເດັກ ເອກ​ໂກ້​ພົບເຂັມ 12 ດວງຝັງ​ຢູ່ໃນ​ໂຕ​ເດັກນ້ອຍ

ເອກ​ໂກ້​ພົບເຂັມ 12 ດວງຝັງ​ຢູ່ໃນ​ໂຕ​ເດັກນ້ອຍ

Published on

a1_49

           ວັນທີ່ 24 ຕຸລາ 2557 ເວັບ​ໄຊ​ຊ່ຽງ​ໄຮ້​ອີ ມີ​ລາຍ​ງານ​ເຫດ​ສຸດ​ຕົກໃຈ ເມື່ອ​ໝໍ​ທີ່​ໂຮງໝໍ​ໃນ​ເມືອງ​ຫລຽວ​ເສີງ ມົນ​ທົນ​ຊານ​ຕົງ ປະເທດ​ຈີນ ເອກໂກ້​​ພົບ​ວ່າ​ມີ​ເຂັມ 12 ດວງ​ຝັງ​ຢູ່​ພາຍ​ໃນ​ຕົວ​ຂອງ​ເດັກນ້ອຍ​ອາຍຸພຽງ 11 ເດືອນ ໃນ​ຂະນະ​ທີ່​ພໍ່ແມ່​ຂອງ​ເດັກ​ຍັງ​ບໍ່​ຮູ້ເບາະ​ແສ​ຂອງ​ຜູ້​ທີ່​ເຮັດ​ຮ້າຍ​ລູກ​ຂອງ​​ພວກເຂົາ
ດ້ານ ນາງ​ ຫລິວ ແມ່​ຂອງ ຟານ ຈີ​ຊວນ ເດັກນ້ອຍ​ຄົນນີ້ ເປີດເຜີຍ​ວ່າ ກ່ອນ​ໜ້າ​ນີ້​ນາງ​ເຄີຍ​ດຶງ​ເຂັມ 4 ດວງ​ອອກຈາກ​ໂຕ​ຂອງ​ລູກ​ສາວ ມັນ​ເປັນ​ເຂັມ​ຍິບເຄື່ອງ​​ບາງດວງຍາວ 2 ຊັງ​ຕີ​ແມັດ ແຕ່​ນາງ​ກໍ​ບໍ່​ໄດ້​ຄິດ​ຫຍັງ​ຫລາຍ​ເພາະ​ຄິດວ່າ​ລູກ​ຄົງ​ໄປ​ນັ່ງ​ທັບ​ເຂັມ​ທີ່​ນາງ​ວາງ​ຖິ້ມ​ໄວ້​ຕາມພື້ນ ນອກ​ຈາກ​ນີ້​ລູກ​ນ້ອຍ​ຍັງມີ​ຈຸດ​ແດງ​ຂຶ້ນ​ຕາມ​ຕົວ ແຕ່​ນາງ​ກໍ​ຄິດວ່າ​ນັ້ນ​ເປັນພຽງ​ອາການ​ແພ້​ຫຍັງ​ບາງຢ່າງ​ເທົ່າ​ນັ້ນ
ຈົນກະທັ້ງ​ເມື່ອ​ວັນທີ່ 20 ຕຸລາ​ທີ່​ຜ່ານມາ ນາງ​ສັງເກດ​ວ່າ​ຈຸດ​ແດງໆ 2 ຈຸດ​ທີ່​ກົ້ນ​ຂອງ​ລູກ​ນ້ອຍ​ມີ​ອາການ​ບວມ ນາງ ​ແລະ ​ຜົວ​ຈຶ່ງ​ພາ​ລູກ​ມາ​ທີ່​ໂຮງໝໍ ກ່ອນ​ຈະ​ຕ້ອງ​ຕະ​ລຶງ​ກັບ​ພາບ​ເອກ​ໂກ້​ທີ່ເປີດ​ເຜີຍ​ໃຫ້​ເຫັນ​ວ່າ​ມີ​ເຂັມ 12 ດວງ​ຝັງ​ຢູ່​ທີ່​ທ້ອງ ​ແລະ​ ກົ້ນ​ຂອງ​ລູກ
ນາງ​ຫລິວ ບອກ​ວ່າ ນາງ​​ເຄີຍ​ດຶງ​ເຂັມ​ອອກຈາກ​ໂຕລູກ​ສາວ ເມື່ອ​ໄດ້​ເຫັນ​ພາບ​ດັ່ງ​ກ່າວ ເມື່ອ 2 ເດືອນ​ກ່ອນ​ເດັກ​ນ້ອຍ​ເອົາ​ແຕ່​ຮ້ອງ​ໄຫ້​ໃນ​ຕອນ​ທີ່​ນາງ​ອາບ​ນ້ຳ​ໃຫ້ ກ່ອນ​ຈະ​ພົບ​ວ່າ​ທີ່​ກົ້ນຂອງ​ລູກ​ມີ​ເຂັມ​​ຢູ່ ແລະ​ ອີກ​ໜຶ່ງ​ເດືອນ​ຕໍ່​ມາ​ກໍ​ພົບ​ວ່າ​ມີ​ເຂັມ 3 ດວງ​​ຢູ່​ທີ່​ທ້ອງ, ກົ້ນ ແລະ ​ຕົ້ນ​ຂາ​ຊ້າຍ​ຂອງ​ລູກ​ສາວ ແຕ່​ນາງ​ກໍ​ພຽງ​ດຶງ​ເຂັມ​ອອກ ​ແລະ ​ບໍ່​ໄດ້​ຄິດ​ຫຍັງ​ເທົ່າໃດ ເພາະ​ລູກ​ສາວ​ຂອງ​ນາງ​ນັ້ນ​ດື້ຫລາຍ ຈົນກະທັ້ງ​ຕອນ​ນີ້​ຄິດ​ຍ້ອນ​ກັບ​ໄປ ນາງ​ຄິດວ່າ​ມີ​ຄົນ​ຊົ່ວ​​ບາງ​ຄົນ​ນຳ​ເຂັມ​ມາ​ແທງ​ໃສ່​ລູກ​ສາວ​ຂອງ​ນາງ
ຕອນ ນີ້​ນາງ​ຫລິວ ​ແລະ​ ຜົວ​ໄດ້​ແຈ້ງ​ຄວາມ​ເລື່ອງ​ດັ່ງ​ກ່າວ​ຕາມ​ຄຳ​ແນະ​ນຳ​ຂອງ​ແພດ​ແລ້ວ ແຕ່​ກໍ​ຍັງ​ຄົງ​ເປັນ​ທີ່​ສົງ​ໄສ​ວ່າ​ໃຜ​ກັນ​ທີ່​ເປັນ​ຄົນ​ທາ​ລຸນ​ເດັກນ້ອຍ ໃນ​ຂະນະ​ທີ່​ພໍ່​ຂອງ​ເດັກ​ເຜີຍ​ວ່າ ແມ່​ຂອງ​ເຂົາ​ ແລະ ​ແມ່​ເມຍ​ມັກ​ຈະ​ຜັດ​ປ່ຽນ​ກັນ​ມາ​ເບິ່ງແຍງ​ລູກນ້ອຍ ໂດຍ​ໃນ​ບາງເທື່ອ​ເພື່ອນ​ໆ ແລະ​ເພື່ອນບ້ານກໍ​ຈະ​ເຂົ້າ​ມາ​ຊ່ວຍ​ເບິ່ງແຍງ ຟານ ຈີ​ຊວນ ໃນ​ຕອນ​ທີ່​ທັງ​2​ອອກ​ໄປ​ເຮັດວຽກ

ນີ້​ໃນ​ວັນທີ່ 23 ຕຸລາ​ທີ່​ຜ່ານມາ ຟານ ຈີ​ຊວນ ເດັກນ້ອຍ​​ໄດ້​ຖືກ​ສົ່ງ​ໂຕໄປ​ຮັບ​ການ​ປິ່ນປົວ​ທີ່​ໂຮງໝໍປັກກີ່ງ​ແລ້ວ ຊຶ່ງ​ເຖິງວ່າ​ເດັກນ້ອຍ​ຈະ​ຍັງມີ​ອາການ​ຊົງ​ຕົວ ແຕ່​ແພດ​ກໍ​ຍັງ​ເປັນ​ກັງ​ວົນ​ວ່າ​ເຂັມ​ທີ່​ຢູ່​ພາຍ​ໃນ​ຮ່າງກາຍ​ອາດ​ແທງ​ໃສ່​ອະໄວຍະວະ​ພາຍ​ໃນ​ທີ່ ສຳຄັນ​ໄດ້ ຖ້າ​ເນັງ​ໂຕ​ເດັກນ້ອຍ ໃນ​ຂະນະ​ທີ່​ຊາວບ້ານ​ຊຶ່ງ​ອາໄສ​ຢູ່ໃນ​ບໍລິເວຍບ້ານ​ດຽວ​ກັນ​ໄດ້​ຊ່ວຍ​ລະ​ດົມ​ເງີນ​ແລ້ວ​ກວ່າ 3, 000 ຫຍວນ ເພື່ອ​ເປັນ​ຄ່າ​ຮັກ​ສາປິ່ນປົ່ວ​ໃຫ້​

a2_50

a3_23

a4_15

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)