ສາຍພັນເດລຕ້າທີ່ແຜ່ເຊື້ອໃນຜູ້ເຖົ້າທີ່ສັກວັກຊີນຄົບມີຄວາມແຮງເທົ່າສາຍພັນທົ່ວໄປທີ່ແຜ່ເຊື້ອໃນຄົນບໍ່ໄດ້ຮັບວັກຊີນ

ເວັບໄຊ The Guardian ລາຍງານ: ຜູ້ສູງອາຍຸທີ່ໄດ້ຮັບວັກຊີນຄົບຫາກເກີດມີການຕິດເຊື້ອໂຄວິດທີ່ເປັນສາຍພັນເດລຕ້າ ແມ່ນຈະມີອາການເທົ່າທຽມກັບຄົນປ່ວຍໂຄວິດທົ່ວໄປທີ່ຍັງບໍ່ໄດ້ຮັບວັກຊີນ ແຕ່ການວິໄຈບໍ່ໄດ້ລະບຸວ່າ ອັດຕາການແຜ່ເຊື້ອໃນຜູ້ປ່ວຍໂຄວິດທີ່ໄດ້ຮັບວັກຊີນຄົບມີລະດັບຫຼາຍໜ້ອຍຊໍ່າໃດ.

ນັກວິໄຈເຕືອນວ່າ ຜົນກະທົບຕໍ່ການສົ່ງສັນຍານຂອງການແຜ່ເຊື້ອສຳລັບຜູ້ປ່ວຍທີ່ສັກວັກຊີນຄົບແມ່ນຍັງບໍ່ຊັດເຈນ, ເຖິງແມ່ນຄວາມສ່ຽງໃນການຕິດເຊື້ອຈະຕໍ່າສຳລັບຜູ້ຮັບວັກຊີນຄົບແລ້ວກໍຕາມ, ແຕ່ກໍມີຄວາມສ່ຽງເທົ່າຜູ້ປ່ວຍໂຄວິດທົ່ວໄປທີ່ບໍ່ໄດ້ຮັບວັກຊີນ ຫາກຜູ້ປ່ວຍຄົນດັ່ງກ່າວຕິດເຊື້ອໄວຣັສທີ່ເປັນສາຍພັນເດລຕ້າທັງເປັນຄົນທີ່ມີອາຍຸສູງກວ່າ 60 ປີ.

ສິ່ງນີ້ສະແດງໃຫ້ເຫັນວ່າ ສາຍພັນເດລຕ້າສາມາດແຜ່ເຊື້ອໄດ້ງ່າຍໃນກຸ່ມທີ່ຍັງບໍ່ໄດ້ຮັບວັກຊີນ ພ້ອມມີປະລິມານເຊື້ອໄວຣັສໃນຮ່າງກາຍລະດັບສູງກວ່າສາຍພັນອື່ນ. ສະນັ້ນ, ທຸກຄົນຄວນປ້ອງກັນຕົນເອງໃຫ້ດີ ດ້ວຍການໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມື ແລະ ຮັກສາໄລຍະຫ່າງທາງສັງຄົມ.