spot_img
Homeຂ່າວຕ່າງປະເທດພົບຊາກສົບມະນຸດຕິດໃນຫຼຸມລໍ້ເຮືອບິນ C-17 ທີ່ລຳລຽງພົນລະເຮືອນອອກຈາກອາຟການິດສະຖານ

ພົບຊາກສົບມະນຸດຕິດໃນຫຼຸມລໍ້ເຮືອບິນ C-17 ທີ່ລຳລຽງພົນລະເຮືອນອອກຈາກອາຟການິດສະຖານ

Published on

ສຳນັກຂ່າວ Fox News ລາຍງານ: ກອງທັບອາກາດສະຫະລັດອາເມລິກາໄດ້ກວດພົບຊາກສົບຂອງມະນຸດຕິດຄ້າງຢູ່ໃນຫຼຸມລໍ້ຂອງເຮືອບິນ C-17 ທີ່ອອກເດີນທາງຈາກນະຄອນຫຼວງກາບູນ ຂອງອາຟການິດສະຖານ ໃນທ້າຍອາທິດຜ່ານມາ ແລະ ລາຍລະອຽດຕ່າງໆທີ່ຢູ່ອ້ອມຮອບເຮືອບິນລຳບິນດັ່ງກ່າວ ເຊິ່ງທາງເຈົ້າໜ້າທີ່ໄດ້ດຳເນີນການກວດສອບເພີ່ມເຕີມຂະນະລົງຈອດຢູ່ຖານທັບອາກາດ Al Udeid, ປະເທດກາຕ້າ ໃນວັນທີ 17 ສິງຫາ.

ເຈົ້າໜ້າທີ່ກອງທັບອາກາດກ່າວວ່າ: ເຮືອບິນ C-17 ລົງຈອດທີ່ສະໜາມບິນສາກົນກາບູນໃນມື້ວັນທິດຜ່ານມາ ເພື່ອສົ່ງມອບອຸປະກອນ ແລະ ຊ່ວຍອົບພະຍົບພົນລະເມືອງອາເມລິກາ ແລະ ພັນທະມິດໄປຍັງເຂດປອດໄພ ແຕ່ເຮືອບິນລຳດັ່ງກ່າວໄດ້ຖືກອ້ອມຮອບດ້ວຍຝູງຊົນຊາວອາຟການິດສະຖານຫຼາຍຮ້ອຍຄົນ ສະນັ້ນລູກເຮືອຈິ່ງຕັດສິນໃຈພາເຄື່ອງບິນອອກຈາກເຂດດັ່ງກ່າວໂດຍໄວ.

ພາບຖ່າຍຈາກໂທລະສັບມືຖືລວມທັງວີດີໂອທີ່ບັນທຶກພາບໃນສະໜາມບິນກາບູນ ໄດ້ສະແດງໃຫ້ເຫັນສະພາບຄວາມວຸ້ນວາຍ ເນື່ອງຈາກຊາວອາຟການິດສະຖານຫຼາຍຮ້ອຍຄົນພະຍາຍາມເກາະຕິດໄປກັບເຮືອບິນ ພ້ອມຍັງມີພາບວັດຖຸບາງຢ່າງຕົກລົງມາພາຍຫຼັງເຮືອບິນໄດ້ທະຍານອອກຈາກຣັນເວຍ໌ ເຊິ່ງຜູ້ຄົນສ່ວນໃຫຍ່ເຊື່ອວ່າແມ່ນສົບຂອງຄົນອາຟການິດສະຖານ.

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...