spot_img
Homeຂ່າວຕ່າງປະເທດນາຍົກ 5 ປະເທດລາອອກຈາກຕໍາແໜ່ງ ຫຼັງຈາກບໍ່ສາມາດຮັບມືກັບການລະບາດຂອງໂຄວິດ-19 ໄດ້

ນາຍົກ 5 ປະເທດລາອອກຈາກຕໍາແໜ່ງ ຫຼັງຈາກບໍ່ສາມາດຮັບມືກັບການລະບາດຂອງໂຄວິດ-19 ໄດ້

Published on

ນາຍົກລັດຖະມົນຕີຂອງ 5 ປະເທດ ໄດ້ລາອອກຈາກຕໍາແໜ່ງ ເນື່ອງຈາກບໍ່ສາມາດບໍລິຫານຈັດການກັບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ ເຊິ່ງມີປະເທດ:

1. ນາຍົກລັດຖະມົນຕີປະເທດມົງໂກນ
ທ່ານ ຄູເລຊຸກ ອຸກນາ ນາຍົກລັດຖະມົນຕີ ໄດ້ລາອອກຈາກຕໍາແໜ່ງໃນວັນທີ 21 ມັງກອນ 2021 ຫຼັງຈາກທີ່ປະຊາຊົນອອກມາປະທ້ວງເຖິງການບໍລິຫານຈັດການໂຄວິດ-19 ທີ່ຜິດພາດ

2. ນາຍົກລັດຖະມົນຕີປະເທດອີຕາລີ
ທ່ານ ຈູເຊປເປ້ ຄອນເຕ້ ນາຍົກລັດຖະມົນຕີ ໄດ້ລາອອກຈາກຕໍາແໜ່ງໃນວັນທີ 26 ມັງກອນ 2021 ຫຼັງຖືກວິພາກວິຈານກ່ຽວກັບການດໍາເນີນນະໂຍບາຍຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຈົນເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 85,000 ຄົນ

3. ນາຍົກລັດຖະມົນຕີປະເທດສະໂລວາກີ
ທ່ານ ອີກໍ ມາໂຕວິດ ນາຍົກລັດຖະມົນຕີ ໄດ້ລາອອກຈາກຕໍາແໜ່ງໃນວັນທີ 23 ມີນາ 2021 ຫຼັງຈາກທີ່ຖືກວິຈານຢ່າງນັກໜ່ວງກ່ຽວກັບການລັກຊື້ວັກຊີນ Sputnik V ຈາກປະເທດຣັດເຊຍຈໍານວນ 2 ລ້ານໂດສ ໂດຍບໍ່ໄດ້ຮັບຄວາມເຫັນດີຈາກລັດຖະບານ

4. ນາຍົກລັດຖະມົນຕີປະເທດຕຸຍນີເຊຍ
ທ່ານ ຮິເຊມ ເມຊີຊີ່ ນາຍົກລັດຖະມົນຕີ ໄດ້ຖືກປົດອອກຈາກຕໍາແໜ່ງ ໃນວັນທີ 25 ກໍລະກົດ 2021 ແລະ ຖືກສັ່ງຫ້າມບໍ່ໃຫ້ເຂົ້າຮ່ວມການປະຊຸມສະພາຊົ່ວຄາວ ຫຼັງຈາກທີ່ປະຊາຊົນອອກມາປະທ້ວງໃນການຮັບມືກັບສະຖານະການການແຜ່ລະບາດຂອງໂຄວິດ-19 ຜິດພາດ ເຮັດໃຫ້ມີຜູ້ຕິດເຊື້ອຕໍ່ມື້ເພີ່ມຂຶ້ນເປັນຈໍານວນຫຼາຍ

5. ນາຍົກລັດຖະມົນຕີປະເທດມາເລເຊຍ
ທ່ານ ມູຍິດດິນ ຍັສຊິນ ນາຍົກລັດຖະມົນຕີປະເທດມາເລເຊຍ ໄດ້ລາອອກຈາກຕໍາແໜ່ງໃນວັນທີ 16 ສິງຫາ 2021 ຫຼັງຈາກທີ່ຖືກກົດດັນຈາກພັກຮ່ວມລັດຖະບານໃຫ້ລາອອກຈາກຕໍາແໜ່ງ ເພື່ອສະແດງຄວາມຮັບຜິດຊອບທີ່ບໍລິຫານຈັດການກັບສະຖານະການໂຄວິດ-19 ຜິດພາດ ເຮັດໃຫ້ປະເທດມາເລເຊຍເກີດການລະບາດຂອງພະຍາດທີ່ໜັກໜ່ວງ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...