spot_img
Homeຂ່າວຕ່າງປະເທດເກຣັກເລັ່ງອົບພະຍົບປະຊາຊົນນັບພັນໜີໄຟໄໝ້ປ່າໃນເກາະເອເວຍ

ເກຣັກເລັ່ງອົບພະຍົບປະຊາຊົນນັບພັນໜີໄຟໄໝ້ປ່າໃນເກາະເອເວຍ

Published on

ແຫຼ່ງຂ່າວ BBC ລາຍງານ: ທາງການເກຣັກເລັ່ງອົບພະຍົບປະຊາຊົນ ແລະ ນັກທ່ອງທ່ຽວ 2.000 ກວ່າຄົນທີ່ອາໄສຢູ່ໃນເກາະເອເວຍເຊິ່ງເປັນເກາະໃຫຍ່ອັນດັບສອງຂອງປະເທດໄປຍັງພື້ນທີ່ປອດໄພ ເນື່ອງຈາກເກີດໄຟໄໝ້ປ່າຮຸນແຮງໃນມື້ວານນີ້ ຂະນະທີ່ເຈົ້າໜ້າທີ່ດັບເພີງກຳລັງພະຍາຍາມຄວບຄຸມໄຟ ທີ່ຍັງຢູ່ໃນສະພາບທີ່ຄວບຄຸມໄດ້ຍາກຍ້ອນມີລົມພັດແຮງ ເຮັດໃຫ້ບ້ານເຮືອນຫຼາຍຫຼັງຖືກກືນເຂົ້າໄປພ້ອມກັບໄຟປ່າຄັ້ງນີ້.

ເຫດໄຟໄໝ້ດັ່ງກ່າວເນື່ອງມາຈາກເກີດຄື້ນຄວາມຮ້ອນຮຸນແຮງທີ່ສຸດໃນຮອບ 30 ປີ ຍ້ອນການປ່ຽນແປງຂອງສະພາບອາກາດ ເຮັດໃຫ້ອຸນຫະພູມສູງເຖິງ 45 ອົງສາ. ພ້ອມກັນນັ້ນ, ເຈົ້າໜ້າທີ່ດັບເພີງຫຼາຍຮ້ອຍຄົນ ພ້ອມທະຫານ ແລະ ເຮືອບິນເຮລີຄອບແຕ 17 ລຳຖືກສົ່ງໄປຍັງເກາະເອເວຍ.

ນາງ ວາຊີລີເກຍ, ປະຊາຊົນທີ່ອາໄສໃນເກາະເອເວຍກ່າວວ່າ: ທຸກຢ່າງມັນປ່ຽນແປງແບບຄາດບໍ່ເຖິງ, ເຮືອນຢູ່ກໍຖືກໄຟໄໝ້ບໍ່ເຫຼືອຫຍັງ ມັນເປັນຫາຍະນະຮ້າຍແຮງທີ່ຫາກໍເຄີຍພົບໃນຊີວິດ, ໝູ່ບ້ານຂອງພວກເຮົາຖືກໄຟກືນກິນໝົດເຫຼືອພຽງເສດຂີ້ເຖົ່າ.

ເຈົ້າໜ້າທີ່ຂອງລັດກ່າວວ່າ: ຄວາມສ່ຽງຈາກການເກີດອັກຄີໄພໃນຫຼາຍເຂດທົ່ວປະເທດຍັງມີສູງ ເນື່ອງຈາກ ເກຣັກອາດຈະປະເຊີນກັບ “ລະດູຮ້ອນຮຸນແຮງ” ເຊິ່ງເປັນຜົນເຮັດໃຫ້ເກີດໄຟໄໝ້ປ່າງ່າຍຂຶ້ນ. ຢ່າງໃດກໍຕາມ, ໃນຊ່ວງ 10 ວັນຜ່ານມາ, ພື້ນທີ່ປ່າໃນເກຣັກຈຳນວນ 56.000 ກວ່າເຮັກຕາຖືກໄຟໄໝ້. ປັດຈຸບັນຫຼາຍປະເທດໄດ້ຍື່ນມືເຂົ້າຊ່ວຍເຫຼືອເກຣັກໃນການຕໍ່ສູ້ຕ້ານອັກຄີໄພຄັ້ງນີ້ ເຊັ່ນ ສະຫະຣາຊະອານາຈັກອັງກິດ, ຝຣັ່ງເສດ, ໂຣມາເນຍ ແລະ ສະວິດເຊີແລນ.

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...