Homeຂ່າວທ້ອງຖິ່ນນັກສະແດງສາມພັນກວ່າຄົນກຽມພ້ອມຮັບໃຊ້ອຸດົມໄຊເກມ

ນັກສະແດງສາມພັນກວ່າຄົນກຽມພ້ອມຮັບໃຊ້ອຸດົມໄຊເກມ

Published on

oudomxay

 

ບັນດານັກສະແດງຈຳນວນ 3.250 ຄົນ ເຊິ່ງເປັນນັກຮຽນທີ່ໄດ້ຮັບການຄັດເລືອກ ມາຈາກໂຮງຮຽນມັດທະຍົມສົມບູນ

5 ແຫ່ງ ພວມເລັ່ງ ຝຶກຊ້ອມຢ່າງຫ້າວຫັນ ເພື່ອກຽມຄວາມພ້ອມໃນການຮັບ ໃຊ້ມະຫະກຳກິລາແຫ່ງຊາດ ຄັ້ງທີ X ຫລື

ອຸດົມໄຊເກມ ເຊິ່ງຈະຈັດຂຶ້ນຢ່າງເປັນທາງການແຕ່ ວັນທີ 13-21 ເດືອນທັນວາ 2014 ນີ້ ທີ່ແຂວງອຸດົມໄຊ.

 

ທ່ານ ບຸນໄຊ ລາສີ ຫົວໜ້າກອງສິລະປະກອນແຂວງ ທັງເປັນຄະນະກຳມະການຮັບຜິດຊອບພິທີ ເປີດ-ປິດ ອຸດົມໄຊເກມ

ໃຫ້ສຳພາດຕໍ່ຜູ້ສື່ຂ່າວ ຂປລ ເມື່ອບໍ່ດົນມານີ້ວ່າ: ພາຍຫລັງທີ່ໄດ້ຮັບການແຕ່ງຕັ້ງ ແລະ ມອບໝາຍໜ້າທີ່ຈາກຂັ້ນເທິງ

ຄະນະກຳມະການຮັບຜິດຊອບພິທີ ເປີດ-ປິດ ກໍໄດ້ມີການ ຄັດເລືອກເອົານັກສະແດງ ຈາກ 5 ໂຮງຮຽນ ຄື: ມສ ແຂວງ,

ມສ ເມືອງໄຊ, ມສ ຫ້ວຍຂຸມ, ມສ ດອນໄຊ ແລະ ມສ ບ້ານບໍ່ ຈຳນວນ 3.250 ຄົນ ເພື່ອເຂົ້າຮ່ວມການຝຶກ ຊ້ອມ ເຊິ່ງແບ່ງ

ເປັນ 4 ເດີ່ນຊ້ອມຄື: ເດີ່ນພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງ, ເດີ່ນ ມສ ແຂວງ, ເດີ່ນ

ໂຮງ ຮຽນຊົນເຜົ່າ ແລະ ເດີ່ນພະແນກສາທາລະນະສຸກແຂວງ ໂດຍເນັ້ນໃສ່ 7 ລາຍການສະແດງ, ໃນນັ້ນ ຈະສະແດງໃນພິ

ທີເປີດ 5 ລາຍການຄື: ບົດຟ້ອນ “ ຍິນດີຕ້ອນຮັບສູ່ອຸດົມໄຊເກມ ” ເຊິ່ງສະແດງເຖິງປະຊາຊົນບັນດາເຜົ່າທົ່ວແຂວງອຸດົມ

ໄຊ ມີຄວາມພາກພູມໃຈ ແລະ ຍິນດີຕ້ອນຮັບບັນດາແຂກທີ່ມາຮອດມາເຖິງ, ມາທ່ຽວແຂວງ ອຸດົມໄຊ ໃນໂອກາດອຸດົມ

ໄຊເກມ ດ້ວຍຄວາມຈິງໃຈ; ບົດຟ້ອນ “ສຽງກອງໄຊໃນງານ ບຸນເຜົ່າລື້” ສະແດງເຖິງສີສັນວັດທະນະທຳຂອງເຜົ່າລື້ ຢູ່

ແຂວງອຸດົມໄຊ ໂດຍສະເພາະ ສິລະປະການຕີກອງຫລວງ, ກອງໄຊ ແລະ ກອງຕ່າງ; ບົດຟ້ອນ “ສຽງດົນຕີໄມ້ໄຜ່ເທິງພູດອຍ”

ສະແດງເຖິງ ສີສັນວັດທະນະທຳ ຂອງເຜົ່າກຶມມຸ ຢູ່ແຂວງອຸດົມໄຊ ເຊິ່ງເປັນດົນຕີທີ່ຜະລິດ ແລະ ສ້າງຂຶ້ນ ຈາກໄມ້ໄຜ່-ໄມ້ເຮ້ຍ

ມາເຄາະ, ມາຕີກັນໃຫ້ກາຍ ເປັນສຽງດົນຕີ; ບົດຟ້ອນ “ດອກຄາຍ ແລະ ສຽງແຄນເທິງ ພູສູງ” ສະແດງເຖິງສີສັນວັດທະນະ

ທຳຂອງ ເຜົ່າມົ້ງ ຢູ່ແຂວງອຸດົມໄຊ ເຊິ່ງດອກຄາຍຄືສັນຍາລັກຂອງເຜົ່າມົ້ງ ແລະ ສຽງແຄນເປົ່າກ້ຽວສາວຂອງເຜົ່າມົ້ງ ແລະ

ບົດຟ້ອນ “ອຸດົມໄຊ ດິນແດນແຫ່ງ ໄຊຊະນະ” ໝາຍເຖິງມູນເຊື້ອຄວາມພິລະ ອາດຫານໃນການຕໍ່ສູ້ກູ້ຊາດ ແລະ ໄດ້ຮັບໄຊ

ຊະນະຂອງແຂວງອຸດົມໄຊ ເຊິ່ງຈະໃຊ້ນັກສະແດງ ຈຳນວນ 2.600 ຄົນ ແລະ ສະແດງໃນພິທີປິດ 2 ລາຍການຄື: ໝາກຂ່າງ

ຫັນສາ ແລະ ໜ້າເກັກມີໄຊ ທັງສອງ ລາຍການນີ້ ແຂວງອຸດົມໄຊ ມີຈິນຕະນາການ ຢາກສົ່ງເສີມກິລາພື້ນເມືອງຂອງແຂວງ

ກໍຄືຂອງຊາດ ໃຫ້ຍືນຍົງຄົງຕົວ ໂດຍສະເພາະ ໝາກຂ່າງ ແລະ ໜ້າເກັກ ທີ່ເຄີຍໃຊ້ໃນການແຂ່ງຂັນກິລາ ມາແຕ່ດຶກດຳບັນ

ເຊິ່ງຈະໃຊ້ນັກສະແດງ ທັງໝົດ 3.000 ກວ່າຄົນ.

 

ທ່ານ ບຸນໄຊ ລາສີ ຍັງໃຫ້ຮູ້ຕື່ມວ່າ: ການຝຶກຊ້ອມດັ່ງກ່າວ ໂດຍຄູຝຶກມາຈາກສູນກາງສົມທົບກັບແຂວງ ເລີ່ມ ຝຶກຊ້ອມມາ

ແຕ່ວັນທີ 7 ເດືອນຕຸລາ ປີ 2014 ພ້ອມທັງຢືນຢັນວ່າ ຈະສຳເລັດກ່ອນວັນເປີດພິທີ ແລະ ທັນກັບການຊ້ອມ ໃຫຍ່ ສະແດງ

ເໝືອນຈິງ ໃນວັນທີ 7, 9 ແລະ 11 ເດືອນທັນວາ 2014 ຢ່າງແນ່ນອນ. ພ້ອມນັ້ນ ທ່ານຍັງໄດ້ເຊີນຊວນ ບັນດາແຂກ ກໍຄືປະ

ຊາຊົນ ທັງພາຍໃນ ແລະ ຕ່າງປະເທດ ຫາໂອກາດຍາດເວລາມາທ່ຽວ ຊົມທຳມະຊາດ ແລະ ອາກາດ ສົດໄສ ໃນມະຫະກຳກິລາ

ແຫ່ງຊາດ ຄັ້ງທີ X ຫລື ອຸດົມໄຊເກມ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...