spot_img
Homeຂ່າວພາຍ​ໃນລັດອະນຸຍາດໃຫ້ມີການຖືພາແທນ ແລະ ໃຫ້ຫຼຸລູກໄດ້

ລັດອະນຸຍາດໃຫ້ມີການຖືພາແທນ ແລະ ໃຫ້ຫຼຸລູກໄດ້

Published on

ລັດອະນຸຍາດໃຫ້ມີການຖືພາແທນສຳລັບຄູ່ຜົວເມຍທີ່ແຕ່ງດອງແລ້ວ ແຕ່ບໍ່ສາມາດຖືພາໄດ້ດ້ວຍຕົນເອງຕາມທຳມະຊາດສາມາດໃຫ້ຜູ້ອື່ນຖືພາແທນໄດ້ ສຳລັບການຫຼຸລູກແມ່ນສະເພາະການຫຼຸລູກແບບເກີດຂຶ້ນເອງໂດຍທຳມະຊາດ.

ກະຊວງສາທາລະນະສຸກໄດ້ອອກຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງການໃຫ້ຖືພາແທນ ແລະ ການໃຫ້ຫຼຸລູກ ເລກທີ 2077, ລົງວັນທີ 8 ກໍລະກົດ 2021 ເຊິ່ງໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການຕ່າງໆກ່ຽວກັບການຄຸ້ມຄອງຕິດຕາມ, ກວດກາ, ການໃຫ້ຖືພາ, ການໃຫ້ຖືພາແທນ, ການຫຼຸລູກ ແລະ ການໃຫ້ຫຼຸລູກຢູ່ ສປປ ລາວ ທັງນີ້ກໍເພື່ອເຮັດໃຫ້ການປະຕິບັດວຽກງານດັ່ງກ່າວ ຖືກຕ້ອງສອດຄ່ອງກັບຫຼັກວິທະຍາສາດ, ຈັນຍາທຳທາງການແພດ, ມີມະນຸດສະທຳ ແລະ ຍຸຕິທຳຕໍ່ພົນລະເມືອງ.

ການກຳນົດເງື່ອນໄຂຂອງການຖືພາແທນ ໂດຍຜ່ານການຍິນຍອມດ້ວຍຕົນເອງ, ຄູ່ຜົວເມຍ, ສ່ວນຄອບຄົວຜູ້ໃຫ້ຖືພາແທນ ຕ້ອງເປັນເອື້ອຍ, ນ້ອງສາວ, ລູກຂອງເອື້ອຍແມ່, ລູກຂອງນ້ອງສາວແມ່ ແຕ່ຖ້າບໍ່ມີ ແມ່ນສາມາດເອົາຕະກຸນທາງແມ່ຖືພາແທນໄດ້, ຫ້າມບໍ່ໃຫ້ແມ່ຂອງເຈົ້າຂອງໄຂ່, ພີ່ນ້ອງທາງຜົວ ແລະ ຄົນນອກຕະກຸນຖືພາແທນ.

ຜູ້ຖືພາແທນຕ້ອງແມ່ນແມ່ຍິງ ທີ່ມີອາຍຸລະຫວ່າງ 18 ຫາ 35 ປີ, ຫ້າມແມ່ຍິງຕຸ້ຍຖືພາແທນ ທັງຫ້າມແມ່ທີ່ເຄີຍເກີດລູກມາແລ້ວ 3 ຄັ້ງ ຫຼື ແມ່ຍິງທີ່ເຄີຍຜ່າຕັດເອົາລູກອອກ ມາແລ້ວ 2 ຄັ້ງ, ຫ້າມແມ່ຍິງເປັນໂລກຈິດ, ແມ່ຍິງໂສດ, ແມ່ຍິງເປັນພະຍາດມະເຮັງລວມທັງຜູ້ທີ່ມີພະຍາດປະຈຳຕົວ ແລະ ແມ່ຍິງທີ່ໄດ້ປ່ຽນອະໄວຍະວະເຊັ່ນ ຫົວໃຈ, ຕັບ, ໄຂ່ຫຼັງ, ແລະຫ້າມແມ່ຍິງທີ່ບໍ່ເຊັນໃບປະຕິຍານ.

ສຳລັບເງື່ອນໄຂການໃຫ້ຫຼຸລູກແມ່ນກຳນົດກັບແມ່ທີ່ເປັນພະຍາດຫົວໃຈ, ພະຍາດກຳມະພັນ, ລະບົບປະສາດ, ພະຍາດໄຂ່ຫຼັງ, ມະເຮັງ, ເບົາຫວານ, ແລະ ເລືອດບໍ່ກ້າມ ລວມທັງມີການກຳນົດກັບລູກທີ່ເປັນເດັກປັນຍາອ່ອນ, ຫົວໃຈເດັກຜິດປົກກະຕິ, ເດັກໃນທ້ອງໄດ້ຮັບສານພິດ, ເດັກໃນທ້ອງໄດ້ຮັບກຳມັນຕະພາບລັງສີເກິນ 15 rad, ມານໄຂ່ກົບ, ຖືພາບໍ່ມີຕົວອ່ອນ ແລະ ລູກຕາຍໃນທ້ອງ. ນອກຈາກນີ້, ກໍຍັງກຳນົດໃນການຖືພາໃນກໍລະນີ ຖືກຂົ່ມຂືນ, ການຄຸມກຳເນີດຫຼົ້ມເຫຼວ, ມີລູກເກີນ 4 ຄົນ, ຄອບຄົວທຸກຍາກ ແລະ ແມ່ຍິງທີ່ຍັງບໍ່ທັນບັນລຸນິຕິພາວະແມ່ນອະນຸຍາດໃຫ້ການຫຼຸລູກໄດ້.

ຂໍ້ມູນຈາກ: Seng Svsv

 

 

 

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...