ທ່ານນາຍົກເນັ້ນ 4 ພາກສ່ວນກ່ຽວຂ້ອງເອົາໃຈໃສ່ 6 ບັນຫາສຳຄັນຕາມຂະບວນຍຸຕິທໍາ

ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ 4 ພາກສ່ວນກ່ຽວຂ້ອງເຊັ່ນ ສານປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ ແລະ ອົງການໄອຍະການປະຊາຊົນສູງສຸດ ເອົາໃຈໃສ່ 6 ບັນຫາສຳຄັນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາໃຫ້ມີຄວາມໂປ່ງໃສ ແລະ ວ່ອງໄວ.

6 ບັນຫາສຳຄັນປະກອບມີ: ໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ມີຈັນຍາບັນ-ຈັນຍາທໍາໃນການປະຕິບັດໜ້າທີ່; ຍົກສູງປະສິດທິພາບໃນການດຳເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ເປັນແຜນງານປະຕິບັດລະອຽດແຕ່ລະດ້ານ; ສຸມໃສ່ສ້າງພະນັກງານດໍາເນີນຄະດີໃຫ້ມີຄວາມຮູ້ ຄວາມສາມາດ, ມີຄວາມຊ່ຽວຊານ ແລະ ເປັນມືອາຊີບໃນສະເພາະດ້ານ ເພື່ອເຮັດໃຫ້ບັນຫາຂໍ້ຂັດແຍ່ງ ແລະ ການລະເມີດກົດໝາຍທີ່ເກີດຂຶ້ນ ໄດ້ຮັບການແກ້ໄຂຢ່າງວ່ອງໄວ ແລະ ຖືກຕ້ອງ; ເອົາໃຈໃສ່ປັບປຸງແບບແຜນ, ກົນໄກການດໍາເນີນຄະດີຢູ່ແຕ່ລະຂັ້ນຕອນໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ຖືກຕ້ອງຕາມກົດໝາຍ ໃຫ້ສາມາດກວດສອບໄດ້ທຸກຂັ້ນຕອນການດຳເນີນຄະດີ ທັງເຮັດຕາມກົດໝາຍກໍານົດຢ່າງເຄັ່ງຄັດ.

ນອກຈາກນີ້ກໍຍັງຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ ໂຄສະນາເຜີຍແຜ່ກົດໝາຍໃຫ້ກວ້າງຂວາງ ແລະ ທົ່ວເຖິງໃນສັງຄົມ ລວມທັງເພີ່ມທະວີຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ວິຊາສະເພາະຂອງແຕ່ລະພາກສ່ວນໃຫ້ເຂັ້ມງວດຕາມກົດໝາຍ ເພື່ອເຮັດໃຫ້ການດໍາເນີນຄະດີມີຄວາມໂປ່ງໃສ, ວ່ອງໄວ ແລະ ມີຄຸນນະພາບ.

ກອງປະຊຸມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາ ຄັ້ງທີ VI ໄດ້ຈັດຂຶ້ນໃນວັນທີ 14-15 ກໍລະກົດ 2021 ທີ່ ສານປະຊາຊົນສູງສຸດ ໂດຍການເປັນປະທານຂອງ ທ່ານ ນາງ ວຽງ​ທອງ ສີ​ພັນ​ດອນ,​ ປະທານ​ສານ​ປະຊາຊົນ​ສູງ​ສຸດ ແລະ ໃຫ້ກຽດເຂົ້າຮ່ວມໂອ້ລົມຂອງ ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຊິ່ງມີທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ລັດຖະມົນຕີກະຊວງຍຸຕິທໍາ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍການນໍາຂອງ 4 ພາກສ່ວນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ຂໍ້ມູນຈາກ: Lao National Radio