spot_img
Homeຂ່າວຕ່າງປະເທດຕູ້ມສະນັ່ນ! ເກີດເຫດລະເບີດໂຮງງານຜະລິດພາສຕິກຢູ່ທີ່ປະເທດໄທ ມີຜູ້ໄດ້ຮັບບາດເຈັບຫຼາຍລາຍ

ຕູ້ມສະນັ່ນ! ເກີດເຫດລະເບີດໂຮງງານຜະລິດພາສຕິກຢູ່ທີ່ປະເທດໄທ ມີຜູ້ໄດ້ຮັບບາດເຈັບຫຼາຍລາຍ

Published on

ເມື່ອເວລາ 3:30 ຕອນເຊົ້າຂອງມື້ນີ້ (ວັນທີ 5 ກໍລະກົດ 2021) ທາງຕໍາຫຼວດໄທໄດ້ຮັບແຈ້ງວ່າ ມີເຫດໄຟໄໝ້ໂຮງງານອຸດສະຫະກໍາກ່ຽວກັບໂຟມ ແລະ ເຄມີ ຢູ່ພາຍໃນຮ່ອມ ກິ່ງແກ້ວ 21, ບ້ານ ບາງພີໃຫຍ່, ເມືອງບາງພີ, ແຂວງສະໝຸດປາການ.

ໄຟໄໝ້ໂຮງງານຢູ່ທີ່ ແຂວງສະໝຸດປາການ ປະເທດໄທ

ຫຼັງໄດ້ຮັບແຈ້ງເຫດ, ເຈົ້າໜ້າທີ່ຮັບຜິດຊອບກໍໄດ້ລົງໄປກວດສອບທີ່ເກີດເຫດ ເຊິ່ງເປັນໂຮງງານປະກອບກິດຈະການກ່ຽວກັບໂຟມ ແລະ ເຄມີຂະໜາດໃຫຍ່ ທີ່ມີຊື່ວ່າ ບໍລິສັດ ໝິງຕີ້ເຄມີຄໍ ຈໍາກັດ.

ໄຟໄໝ້ໂຮງງານຢູ່ທີ່ ແຂວງສະໝຸດປາການ ປະເທດໄທ

ໄຟໄດ້ລຸກໄໝ້ຢ່າງຮຸນແຮງພ້ອມກັບສຽງລະເບີດທີ່ດັງເປັນໄລຍະ, ແຮງອັດຈາກການລະເບີດ ເຮັດໃຫ້ບ້ານເຮືອນຂອງປະຊາຊົນທີ່ຢູ່ຫ່າງຈາກໂຮງງານດັ່ງກ່າວປະມານ 500 ແມັດ ແມ່ນໄດ້ຮັບຄວາມເສຍຫາຍເປັນຈໍານວນຫຼາຍ ແລະ ຍັງມີຜູ້ໄດ້ຮັບບາດເຈັບຫຼາຍລາຍອີກດ້ວຍ

ພາບແກ້ວແຕກພາຍໃນເຮືອນປະຊາຊົນທີ່ເກີດຈາກແຮງສັ່ນສະເທືອນຈາກເຫດລະເບີດຈາກໂຮງງານທີ່ເກີດເຫດໄຟໄໝ້ ຮູບໂດຍ Twitter: @Poniix

ຊາວບ້ານແຖວນັ້ນໄດ້ເລົ່າວ່າ ຕົນເອງຢູ່ທີ່ດ້ານນອກໂຮງງານ ໄດ້ມີພະນັກງາານມາເອີ້ນວ່າມີນໍ້າມັນຮົ່ວ, ຕົນເອງໄດ້ຢ່າງເຂົ້າໄປເບິ່ງ ແລະ ຢ່າງໄປຮອດປ້ອມຍາມພໍດີ ກໍໄດ້ເກີດເຫດລະເບີດເປັນຖັງທີ່ມີຂະໜາດ 2,000 ຕັນ (2,000,000 ກິໂລກຣັມ) ຖັດໄປແມ່ນມີສານເຄມີໄວໄຟຂະໜາດໃຫຍ່ທີ່ກໍາລັງໄໝ້ຢູ່.

ບົດຄວາມຫຼ້າສຸດ

ສະພາບອາກາດປະຈຳວັນທີ 25 ກັນຍາ 2024

ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງຂອງປະເທດ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຫາປານກາງຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຈະຕົກໜັ້ກຢູ່ບາງທ້ອງຖິ່ນພາກກາງພ້ອມມີລົມພັດແຮງບາງໂອກາດ (ອ່ານເພິ່ມລຸ່ມນີ້)

ແຂວງຢຸນນານ ສປ ຈີນ ມອບເຄື່ອງຊ່ວຍເຫຼືອ ແກ່ແຂວງບໍ່ແກ້ວ ມູນຄ່າ 70 ລ້ານກີບ

ວັນທີ 24 ກັນຍາ 2024 ນີ້, ທ່ານ ຢວນຢາພິງ ຫົວໜ້າ ກອງບັນຊາການຕໍາຫຼວດນໍ້າ ແຂວງຢູນນານ ສປ ຈີນ ພ້ອມຄະນະ ໄດ້ນຳເອົາເຂົ້າສານ,...

ກຽມເປີດລົດເມໂດຍສານລະຫວ່າງປະເທດ ອຸດອນ-ໜອງຄາຍ-ວັງວຽງ

ບໍລິສັດຂົນສົ່ງ (ບກສ) ຂອງປະເທດໄທ ກຽມເປີດແລ່ນລົດເມ ເສັ້ນທາງ ອຸດອນ-ສະໜາມບິນອຸດອນ-ໜອງຄາຍ-ວັງວຽງ ເພື່ອອໍານວຍຄວາມສະດວກ ໃຫ້ບັນດານັກທ່ອງທ່ຽວ ແລະ ມີແຜນສຶກສາ ເສັ້ນທາງໃໝ່ ອີກ 5 ເສັ້ນທາງ...

ການພົບປະລະຫວ່າງຮອງນາຍົກລັດຖະມົນຕີ ລາວ-ຈີນ

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 21 ທີ່ນະຄອນໜານໜິງ, ສປ ຈີນ, ໃນຕອນແລງຂອງວັນທີ 24 ກັນຍາ 2024 ທີ່ ສູນປະຊຸມສາກົນໂຮງແຮມລີ້ຢວນ, ສະຫາຍ...