spot_img
Homeຂ່າວທ້ອງຖິ່ນຊົມເຊີຍ! ປກສ ນະຄອນ ໄກສອນ ພົມວິຫານ

ຊົມເຊີຍ! ປກສ ນະຄອນ ໄກສອນ ພົມວິຫານ

Published on

ໃນວັນ 21 ມີຖຸນາ 2021 ທີ່ຜ່ານມານີ້, ເຈົ້າໜ້າທີ່ ປກສ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ນໍາເອົາລົດຈັກເວັບ100 ຈໍານວນ 8 ຄັນ ທີ່ເກັບກູ້ໄດ້ຈາກຄະດີລັກຊັບພົນລະເມືອງ ມອບໃຫ້ເຈົ້າຂອງ, ກ່າວມອບໂດຍ ພັຕ ພອນໄຊ ກຸນນຸວົງ ຮອງພະແນກຕຳຫຼວດ,ຜູ້ຊີ້ນຳວຽກງານສືບສວນ-ສອບສວນ.

ພັຕ ພອນໄຊ ກຸນນຸວົງ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ໄດ້ມີເຫດການຄົນຮ້າຍໄດ້ເຄື່ອນໄຫວກໍ່ເຫດປຸ້ນຊັບ, ຊີງຊັບ ແລະ ລັກຊັບພົນລະເມືອງ(ລັກລົດຈັກ) ຢູ່ພາຍໃນນະຄອນ ໄກສອນ ພົມວິຫານ ເຮັດໃຫ້ເກີດຜົນເສຍຫາຍຕໍ່ຊັບສິນຂອງປະຊາຊົນ ຈາກນັ້ນ, ເຈົ້າໜ້າທີ່ ປກສ ນະຄອນ ກໍ່ໄດ້ລົງເກັບຂໍ້ມູນຫຼັກຖານ ໃນສະຖານທີ່ເປົ້າໜາຍເກີດເຫດ, ມາວັນທີ 18 ພຶດສະພາ 2021ໃນເວລາ 17 ໂມງ, ເຈົ້າໜ້າທີ່ ປກສ ນະຄອນ ຈຶ່ງໄດ້ກັກຕົວ ທ້າວ ພອນສະຫວັນ ຫຼື ອ້າຍ ອາຍຸ 35 ປີ ອາຊີບ ວ່າງງານ ບ້ານ ໄຊຍະພູມ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ.

ຜ່ານການສືບສວນ-ສອບສວນ ທ້າວ ພອນສະຫວັນ ຫຼື ອ້າຍ ສາລະພາບວ່າ: ໄດ້ເຄື່ອນໄຫວກໍ່ເຫດກະທຳຜິດ ຢູ່ພາຍໃນນະຄອນ ໄກສອນ ພົມວິຫານ ມີທັງໜົດຈຳນວນ 29 ເຫດການຄື: ປຸ້ນຊັບ 01 ຄັ້ງ, ຊີ້ງຊັບ03ຄັ້ງ, ສໍ້ໂກງຊັບ01 ແລະ ລັກຊັບຜົນລະເມືອງ 24 ຄັ້ງ ໃນນັ້ນໄດ້ລັກລົດຈັກ 23 ຄັ້ງ ເຊີ່ງຜູ້ກ່ຽວໄດ້ໃຊ້ມີດຈີ້ນາບຂູ່ປຸ້ນເອົາຊັບສິນ ຂອງຜູ້ເສຍຫາຍຢູ່ຫ້ອງເຊົ່າຫຼັກ08 ບ້ານ ອຸດົມວິໄລ ນະຄອນ ໄກສອນ ພົມວິຫານ, ໄດ້ຊີງຊັບດຶງກະເປົ໋າ ສອງແມ່ລູກ ຈົນເຮັດໃຫ້ລົດລົ້ມຢູ່ໜ້າພັດທະຄານຮຸ່ງທິບ ບ້ານ ທ່າເມືອງ, ໄດ້ຮ່ວມກັບທ້າວ ວິຊຸນ ຫຼື ຕຸກ ຊີງຊັບ ໄດ້ດຶງເອົາກະເປົ໋າ ຢູ່ຮ້ານອາຫານໂຊກໄຊ ບ້ານ ໂພນສະຫວ່າງໃຕ້ ແລະ ດຶງເອົາກະເປົ໋າຢູ່ຮ້ານ ເຊີ້ ບ້ານ ໂນນສະຫວາດ ນະຄອນ ໄກສອນ ພົມວິຫານ, ໄດ້ສໍ້ໂກງຊັບໂດຍໃຊ້ຮູບການຕົວະຢືມເອົາລົດຈັກ 01 ຄັນ ແລ້ວເອົາໄປຂາຍເລີຍ, ໄດ້ເຂົ້າໄປລັກນ໋ອດບຸກ ຂອງຄູບາ ຢູ່ກຸດຕິພາຍ ໃນວັດໃຫຍ່ໄຊຍະພູມ 01 ຄັ້ງ, ເຊິ່ງຜູ້ກ່ຽວແມ່ນໄດ້ເຄື່ອນໄຫວ ໂດຍການເລາະຫາລັກລົດຈັກໄດ້ທັງໜົດ 23 ຄັ້ງ ແລະ ຜົນເສຍຫາຍລົດຈັກຈຳນວນ 23 ຄັນ, ຊຶ່ງໄດ້ຮ່ວມກັບເມຍຊື່ ນາງ ກຸ້ງ ໄປລັກລົດຈັກຈຳນວນ 02 ຄັນອີກ.

ມາຮອດວັນທີ 2 ມີຖຸນາ 2021 ທີ່ຜ່ານມາ, ເຈົ້າໜ້າທີ່ ປກສ ນະຄອນ ໄກສອນ ພົມວິຫານ ໄດ້ປະສານສົມທົບກັບທຸກພາກສວນໄຕ່ນຳລົດຈັກທີ່ທ້າວ ພອນສະຫວັນ ຫຼື ອ້າຍ ໄດ້ນຳໄປຂາຍມີຈຳນວນ 19 ຄັນ, ໄດ້ເຄື່ອງຂອງກາງລົດ ເກັບກູ້ຄືນມາໄດ້ຈຳນວນ 08 ຄັນ ແລະ ທາງເຈົ້າໜ້າທີ່ ປກສ ນະຄອນ ຈຶ່ງໄດ້ກວດກາ ແລະ ໄດ້ມອບລົດຈັກຄືນຈຳນວນໜຶ່ງໃຫ້ເຈົ້າຂອງເດີມ, ເຊິ່ງສ່ວນຜູ້ກະທຳຜິດແມ່ນຈະໄດ້ດຳເນີນຄະດີຕາມລະບຽບກົດໝາຍ ແລະ ສ່ວນພະຫະນະທີ່ຍັງເຫຼືອແມ່ນຈະໄດ້ສືບຕໍ່ໄຕ່ນຳເກັບກູ້ ເພື່ອສົ່ງຄືນໃຫ້ເຈົ້າຊັບຕໍ່ໄປ.

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...