Homeຂ່າວທ້ອງຖິ່ນສືບຕໍ່ປິດເມືອງຈົນກວ່າການລະບາດຈະຄວບຄຸມໄດ້ນັບຕັ້ງແຕ່ວັນທີ 20 ມິຖຸນາ-04 ກໍລະກົດ 2021.

ສືບຕໍ່ປິດເມືອງຈົນກວ່າການລະບາດຈະຄວບຄຸມໄດ້ນັບຕັ້ງແຕ່ວັນທີ 20 ມິຖຸນາ-04 ກໍລະກົດ 2021.

Published on

ການລະບາດຂອງໂຄວິດ-19 ໃນ ສປປ ລາວ ສະຖານະການຍັງບໍ່ສາມາດຄວບຄຸມໄດ້ ໃນແຕ່ລະມື້ຍັງພົບຜູ້ຕິດເຊື້ອເພີ່ມ, ປັດຈຸບັນມີຍອດຕິດເຊື້ອສະສົມ 2,050ຄົນ, ປິ່ນປົວດີ 1,935ຄົນ ກຳລັງປິ່ນປົວ 112ຄົນ.

ອີງຕາມການປະເມີນສະພາບການແຜ່ລະບາດຂອງໂຄວິດ-19 ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆໃນຄຳສັ່ງຂອງນາຍົກລັດຖະມົນຕີ, ຄຳສ່ັງເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ສະບັບເລກ 595/ຫສນຍ, ລົງວັນທີ 04 ມິຖຸນາ 2021  ແລະ ມາດຕະການຕ່າງໆທີ່ວາງອອກເຫັນວ່າ ລັດຖະບານກໍ່ຄືອົງການຈັດຕັ້ງທ້ອງຖຶ່ນໄດ້ຊີ້ນຳຕໍ່ການຄວບຄຸມ ແລະ ສະກັດກັ້ນການລະບາດພ້ອມທັງໄດ້ຮັບການຮ່ວມມືຈາກທຸກພາກສ່ວນໃນສັງຄົມ ແລະ ເພື່ອນມີຕ່າງປະເທດ ເປັນຢາງດີໃຫ້ມີການລະບາດພາຍໃນມີທ່າອ່ຽງຫຼຸດລົງ. ການຕິດເຊື້ອຢູ່ບັນດາແຂວງ ສ່ວນຫຼາຍແມ່ນມາຈາກການນຳເຂົ້າ, ຢູ່ນະຄອນຫຼວງວຽງຈັນ ເຖິງວ່າມີການລະບາດໃນຊຸມຊົນ ແຕ່ສາມາດຄວຍຄຸມໄດ້ໃນລະດັບແນ່ນອນ.

ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກ່ຽວກັບ ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດ COVID-19 ໃນໄລຍະວັນທີ 20 ມິຖຸນາ-04 ກໍລະກົດ 2021.

ມາດຕະການສືບຕໍ່ປະຕິບັດມີລາຍລະອຽດດັ່ງລຸ່ມນີ້:

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...