Homeຂ່າວພາຍ​ໃນວິທີປັບໂຕໃນຍຸກ New normal

ວິທີປັບໂຕໃນຍຸກ New normal

Published on

New normal (ນິວນໍມໍ) ແມ່ນຫຍັງ? New normal ແມ່ນໝາຍເຖິງ ຮູບການດຳເນີນຊີວິດແບບໃໝ່ ທີ່ແຕກຕ່າງຈາກອາດີດ ເພາະໄດ້ຮັບຜົນກະທົບຈາກບາງເຫດການ ຈົນແບບແຜນ ແລະ ແນວທາງໃນການໃຊ້ຊີວິດປະຈຳວັນ ເກີດການປ່ຽນແປງສູ່ວິຖີຊີວິດໃໝ່.

ຄືກັບການແຜ່ລະບາດຂອງພະຍາດ Covid-19, ໃນປັດຈຸບັນ ທີ່ມີຜົນກະທົບໃຫ້ເກີດການປ່ຽນແປງໃນດ້ານຕ່າງໆໃນສັງຄົມ ໂດຍມີການປັບໂຕເຂົ້າສູ່ຍຸກດີຈິຕອລ ແລະ ໃຊ້ສ່ອງທາງໃນການເຮັດວຽກອອນລາຍຫຼາຍຂຶ້ນ ທັງນີ້ການຮູ້ສະຖານະການແລະປັບໂຕໄດ້ກ່ອນ ກໍຍ່ອມໄດ້ປຽບສະເໝີ.

ພາບໂດຍ xinhuanet

ມື້ນີ້ເຮົາຈະຍົກມາ 3 ຢ່າງສຳຫຼັບພຶດຕິກຳ New normal ໃນຊ່ວງ Covid-19

  1. ການນຳໃຊ້ເທັກໂນໂລຢີ ແລະອິນເຕີເນັດ ໃນສັງຄົມຍຸກ New normal ເທັກໂນໂລຢີຄວມຄູ່ມາກັບອິນເຕີເນັດ ແມ່ນມີຄວາມສຳຄັນຫຼາຍໃນຊ່ວງໂຄວິດມານີ້ ບໍ່ວ່າຈະເປັນ ການຮຽນອອນລາຍ, Work from home, ການປະຊຸມອອນລາຍ ລວມໄປເຖິງການສັ່ງຊື້ສິນຄ້າທາງອອນລາຍ ພ້ອມຍັງມີສື່ບັນເທິງຕ່າງໆເຊັ່ນການເບິ່ງໜັງ ແລະ ຟັງເພງ.
  2. ການເວັ້ນໄລຍະຫ່າງທາງສັງຄົມການເວັ້ນໄລຍະຫ່າງທາງສັງຄົມ ຫຼື Social Distancing ແມ່ນຄວນຈະຢູ່ຫ່າງກັນຢ່າງໜ້ອຍ 1-2 ແມັດ ເພື່ອລົດການແຜ່ເຊື້ອ ແລະ ລົດຄວາມສ່ຽງໃນການຕິດເຊື້ອກັບຜູ້ອື່ນ ພ້ອມຍັງຊ່ວຍລົດປະລິມານຜູ້ປ່ວຍອີກດ້ວຍ.
  3. ການດູແລເອົາໃຈໃສ່ສຸຂະພາບທັງໂຕເອງ ແລະ ຄົນຮອບຂ້າງໝັ່ນສັງເກດຕົນເອງເມື່ອບໍ່ສະບາຍ ສວມໃສ່ໜ້າກາກໜ້າອະໄມທຸກຄັ້ງເມື່ອອອກໄປພົບປະຜູ້ຄົນຈຳນວນຫຼາຍ ລ້າງມືຢ່າງຖືກວິທີ ອອກກຳລັງກາຍ ແລະ ຄວນມາໃສ່ໃຈສຸຂະພາບໃຫ້ຫຼາຍຂຶ້ນ.
ພາບໂດຍ xinhuanet

New Normal ໃນມື້ນີ້ ອາດເປັນແນວທາງໃນການປັບໂຕໃຫ້ເຂົ້າກັບສະຖານະການທີ່ກຳລັງຈະເກີດຂຶ້ນໃນອະນາຄົດ ການກຽມພ້ອມ ແລະ ຕັ້ງຮັບທີ່ດີ ຈຶ່ງເປັນສິ່ງສຳຄັນທີ່ຈະເຮັດໃຫ້ເຮົາສາມາດດຳລົງຊີວິດຢູ່ໄດ້ ເຖິງແມ່ນວ່າຈະມີວິກິດໃໝ່ໆເຂົ້າມາກໍຕາມ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...