Homeຂ່າວຕ່າງປະເທດອ່ອງຊານ ຊູຈີ ຖືກຕັ້ງຂໍ້ຫາການໃຊ້ອໍານາດແບບບໍ່ເປັນທຳ ເຊິ່ງມີໂທດຕິດຄຸກເຖິງ 15 ປີ!!

ອ່ອງຊານ ຊູຈີ ຖືກຕັ້ງຂໍ້ຫາການໃຊ້ອໍານາດແບບບໍ່ເປັນທຳ ເຊິ່ງມີໂທດຕິດຄຸກເຖິງ 15 ປີ!!

Published on

ໃນວັນພະຫັດທີ 10 ມີຖຸນາ 2021 ທີ່ຜ່ານມາສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າ: ຫຼັງຈາກທີ່ຄະນະກໍາມະການຕໍ່ຕ້ານການສໍ້ລາດບັງຫຼວງຂອງມຽນມາໄດ້ດໍາເນີນການສືບສວນຂໍ້ກ່າວຫາຫຼາຍຢ່າງຂອງທ່ານນາງ ອ່ອງຊານ ຊູຈີ ພວກເຂົາກໍເຫັນວ່າອະດີດຜູ້ນໍາປະເທດຄົນນີ້ໄດ້ໃຊ້ຕໍາແໜ່ງໜ້າທີ່ໃນການສໍ້ລາດບັງຫຼວງ ເຮັດໃຫ້ທ່ານນາງ ອ່ອງຊານ ຊູຈີ ຖືກຕັ້ງຂໍ້ຫາຕາມກົດໝາຍຕໍ່ຕ້ານການສໍ້ລາດບັງຫຼວງມາດຕາທີ 55 ເຊິ່ງຫາກເຫັນວ່າການຕັ້ງຂໍ້ຫາດັ່ງກ່າວນັ້ນເປັນຄວາມຈິງທ່ານນາງ ອ່ອງຊານ ຊູຈີ ອາດຕິດຄຸກສູງເຖິງ 15 ປີ.

ຄະນະກໍາມະການຕໍ່ຕ້ານການສໍ້ລາດບັງຫຼວງໄດ້ຕັ້ງອີກໜື່ງຂໍ້ຫາກໍຄືທ່ານນາງອ່ອງຊານ ຊູຈີ ໄດ້ໃຊ້ອໍານາດແບບບໍ່ເປັນທໍາໃນການໃຫ້ເຊົ່າທີ່ດິນໃນເມືອງຫຼວງເນປິດໍ ແລະ ສ້າງອາຄານເພື່ອເປີດເປັນສໍານັກງານໃຫຍ່ຂອງມູນລະນິທິ “ດໍ ຂິ່ນ ຈີ”  ແລະ ຄະນະກໍາມະການຍັງກ່າວຫາວ່າທ່ານນາງອ່ອງຊານ ຊູຈີ ໄດ້ຮັບເງິນ ແລະ ຄໍາ ມູນຄ່າລວມຫຼາຍກວ່າ 600,000 ດອລລ້າແບບບໍ່ຖືກຕ້ອງຕາມກົດໝາຍ.

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...