spot_img
Homeຂ່າວຕ່າງປະເທດເຮືອບິນທະຫານ ໄລ່ຕາມເຮືອບິນໂດຍສານ ໃນປະທດເບລາຣຸດ ເພື່ອຈັບໂຕໜຶ່ງໃນຜູ້ໂດຍສານ

ເຮືອບິນທະຫານ ໄລ່ຕາມເຮືອບິນໂດຍສານ ໃນປະທດເບລາຣຸດ ເພື່ອຈັບໂຕໜຶ່ງໃນຜູ້ໂດຍສານ

Published on

ເຫດການເກີດຂື້ນເມື່ອ ວັນທີ 24 ພຶດສະພາ 2021 ທີ່ຜ່ານມາ, ສຳນັກຂ່າວ ຊີເອັນເອັນ ລາຍງານວ່າ: ຜູ້ນຳຂອງປະເທດເບລາຣຸດ ສັ່ງເຮືອບິນທະຫານ ສະກັດກັ້ນ ເຮືອບິນຂອງສາຍການບິນໄຣອັນແອ RYANAIR ໃຫ້ລົງຈອດ ເພື່ອຈັບໂຕນັກຂ່າວໃນເຮືອບິນໂດຍສານ. ເຫດການຄັ້ງນີ້ສ້າງຄວາມບໍ່ພໍໃຈໃຫ້ລັດຖະບານ ໃນເອີຣົບ ລວມເຖິງລັດຖະບານອາເມຣິກາ.

ປະທານາທິບໍດີ ອາເລັກ ຊານເດີ ລູຄາເຊນໂກ ຜູ້ນຳ ຂອງປະເທດເບລາຣຸດ ສັ່ງໃຫ້ເຮືອບິນທະຫານ ຂື້ນປະກົບໄລ່ຕາມເຄື່ອງບິນໂດຍສານ ຂອງສາຍການບິນໄຣອັນແອ RYANAIR ໃຫ້ກັບລົງຈອດທີ່ ສະໜາມບິນຂອງ ນະຄອນກຸງມິນ ຂອງເບລາຣຸດ ພຽງເພາະຢາກຈັບກຸມນັກຂ່າວຄົນໜຶ່ງ.

ຜູ້ຖືກຈັບກຸມແມ່ນ ທ້າວ ຣາມັນ ໂປຣຕາເຊວິສ ອາຍຸ 26 ປີ ອາຊີບ ນັກຂ່າວ ແລະ ນັກເຄື່ອນໄຫວ ທາງການເມືອງ ເຊິ່ງເປັນຜູ້ກໍຕັ້ງສະຖານນີ ເທເລແກຣມ ເນັກຊາຕາ ແລະ ສະຖານນີທີ່ຄ້າຍຄືກັນອີກຫຼາຍຊ່ອງ ເຊິ່ງສ່ວນໃຫຍ່ແມ່ນນຳສະເໜີເລື່ອງການປະທ້ວງຕໍ່ຕ້ານລັດຖະບານລູຄາເຊນໂກ ແລະ ເປັນຜູ້ກ້າວິຈານ ທ່ານ ອາເລັກ ຊານເດີ ລູຄາເຊນໂກ ປະທານາທິບໍດີ ເບລາຣຸດ ເຮັດໃຫ້ ທ້າວ ຣາມັນ ຖືກຂຶ້ນບັນຊີວ່າຜູ້ກໍ່ການຮ້າຍ, ຈົນຖືກປາບປາມ ເຮັດໃຫ້ ທ້າວ ຣາມັນ ຕ້ອງໜີລີ້ໄປຢູ່ຕ່າງປະເທດ ແຕ່ກໍ່ຖືກຈັບກຸມທີ່ສະໜາມບິນ ນະຄອນກຸງມິນ ຈາກເຮືອບິນ ອັນແອ RYANAIR ທ່ຽວບິນ FR4978 ກຣີດ (Greece) – ວີນີຣຸດ (Vilnius)ຫຼັງຈາກເຮືອບິນທະຫານ ຂີ່ໄລ່ຕາມໃຫ້ເຮືອບິນໂດຍສານຍ້ອນກັບມາລົງຈອດສຸກເສີນ ໂດຍກ່າວວ່າ: ມີຄົນຈະວາງລະເບີດເທິງເຮືອບິນໂດຍສານ.

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...