Homeຂ່າວຕ່າງປະເທດຄູໃນມຽນມາຫຼາຍກວ່າ 125,000 ຄົນ ຖືກສັ່ງພັກວຽກ ຍ້ອນອອກມາປະທ້ວງລັດຖະປະຫານ !!

ຄູໃນມຽນມາຫຼາຍກວ່າ 125,000 ຄົນ ຖືກສັ່ງພັກວຽກ ຍ້ອນອອກມາປະທ້ວງລັດຖະປະຫານ !!

Published on

ລັດຖະບານທະຫານຂອງມຽນມາສັ່ງພັກວຽກຄູຫຼາຍກວ່າ 125,000 ຄົນ ທີ່ເຂົ້າຮ່ວມໃນການເຄື່ອນໄຫວຕໍ່ຕ້ານລັດຖະປະຫານເມື່ອເດືອນກຸມພາທີ່ຜ່ານມາ.

ທາງລັດຖະບານທະຫານຂອງມຽນມາໄດ້ອອກຄໍາສັ່ງພັກວຽກຂອງຄູໃນປະເທດມຽນມາກ່ອນທີ່ຈະເປີດເທີມໃໝ່ພຽງບໍ່ດົນ ໃນຂະນະທີ່ຄູ ແລະ ຜູ້ປົກຄອງນັກຮຽນຈໍານວນຫຼາຍຮ່ວມກັນຕໍ່ຕ້ານການເປີດສົກຮຽນໃໝ່ເພື່ອກົດດັນລັດຖະບານທະຫານມຽນມາ, ທັງນີ້ຄູທີ່ຖືກພັກວຽກມີຈໍານວນທັງໝົດ 125,900 ຄົນ ຈາກຈໍານວນຄູທີ່ມີຢູ່ໃນປະເທດຫຼາຍກວ່າ 430,000 ຄົນ ອີງຕາມສະຖິຕິເມື່ອສອງປີກ່ອນ.

ກ່ອນໜ້ານີ້ໜັງສຶພິມ New Light of Myanmar ຂອງທາງການມຽນມາໄດ້ຂໍໃຫ້ຄູ ແລະ ນັກຮຽນທຸກຄົນກັບເຂົ້າມາຮຽນໃນມື້ເປີດເທີມທີ່ກໍາລັງຈະມາຮອດໃນເດືອນໜ້າ ເພື່ອທີ່ຈະເຮັດໃຫ້ລະບົບການສຶກສາຂອງມຽນມາໄດ້ດໍາເນີນຕໍ່ໄປ ແຕ່ຜູ້ປົກຄອງຂອງນັກຮຽນຫຼາຍຄົນບອກວ່າຈະບໍ່ໃຫ້ລູກຂອງຕົນເອງໄປໂຮງຮຽນ ດ້ວຍເຫດຜົນດ້ານຄວາມປອດໄພ ແລະ ເພື່ອຕໍ່ຕ້ານລັດຖະປະະຫານ.

ທາງດ້ານໂຄສົກລັດຖະບານເອກະພາບແຫ່ງຊາດຂອງມຽນມາ ຫຼື ລັດຖະບານເງົາ ໄດ້ສົ່ງອີເມລໄປຂໍໃຫ້ອົງກອນຜູ້ບໍລິຈາກລະຫວ່າງປະເທດຢຸດການສະໜັບສະໜຸນກະຊວງສຶກສາທິການມຽນມາທີ່ຢູ່ພາຍໃຕ້ການນໍາຂອງລັດຖະບານທະຫານ ໂດຍທາງລັດຖະບານເງົາຈະເລືອກວິທີອື່ນໃນການສະໜັບສະໜຸນນັກຮຽນ ແລະ ຄູ ໃນມຽນມາທີ່ປະຕິເສດການສຶກສາຂອງລັດຖະບານທະຫານດ້ວຍຕົນເອງ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...