spot_img
Homeຊີວິດແລະຄວາມຮັກເຊົາໄດ້ແລ້ວກັບການມອບກາຍຖວາຍຮັກ

ເຊົາໄດ້ແລ້ວກັບການມອບກາຍຖວາຍຮັກ

Published on

ຜູ້ຍິງເຈັບປວດມາຫຼາຍຕໍ່ຫຼາຍແລ້ວຍາມທີ່ຄິດ ຈະມັດໃຈຜູ້ຊາຍດ້ວຍການເອົາເຊັກມາລໍ້ ການຍອມປ່ອຍຕົວປ່ອຍກາຍໄວເກີນໄປ ລົງທ້າຍມັກຈະບໍ່ເກີດຜົນດີຫຍັງເລີຍ ແລ້ວກໍຕ້ອງຈົບລົງດ້ວຍນ້ຳຕາຊ້ຳແລ້ວຊ້ຳອີກ.

ເອົາເຊັກມາລໍ້…ຫວັງໃຫ້ເຂົາຈິງຈັງນຳ

ນີ້ຄືການຕັດສິນໃຈຜິດພາດຄັ້ງຍິ່ງໃຫຍ່ມະໂຫລານຂອງຜູ້ຍິງ ເສຍນ້ຳຕາແລະເຈັບແສບກັນມາຫຼາຍແລ້ວ ເພາະຄິດວ່າ ຖ້າມັກຜູ້ຊາຍຄົນໃດແລ້ວຍອມເສຍ ຄວາມສາວໃຫ້ທັງທີ່ຫາກໍຮູ້ຈັກກັນບໍ່ດົນ ຍັງບໍ່ຮູ້ນິໄສໃຈຄໍກັນພໍ ຈະເຮັດໃຫ້ເຂົາຮັກເຮົາຫຼາຍຂຶ້ນແລະຜູກໃຈໄວ້ໄດ້ ເຊິ່ງຄວາມຈິງແລ້ວຕໍ່ໃຫ້ເຊັກສຸດມັນຂະໜາດໃດ ກໍບໍ່ແມ່ນຫຼັກປະກັນວ່າຈະລົງທ້າຍທີ່ການ ແຕ່ງງານນຳກັນ.

ໃຊ້ເຊັກສ້າງຄວາມຜູກພັນ

ຜູ້ຍິງບາງຄົນຄິດວ່າຖ້າຍັງບໍ່ມີເຊັກ ກໍເບິ່ງຄືບໍ່ໃກ້ຊິດຕິດແທດກັນພໍ ກໍເລີຍໃຊ້ເຊັກມາເປັນໂຕສ້າງຄວາມຮູ້ສຶກ ໃກ້ຊິດແລະເປັນເຄື່ອງມືເລັ່ງໃຫ້ເກີດຄວາມຮັກ ເຊັກເປັນການສະແດງຄວາມຮັກໃນອີກແບບໜຶ່ງ ແຕ່ບໍ່ແມ່ນວິທີທີ່ເຮັດໃຫ້ຮັກສົມຫວັງ ຜູ້ຍິງສ່ວນຫຼາຍມັກເອົາເຊັກໄປປົນກັບຄວາມຮັກ ເລິກເຊິ່ງເຖິງໃຈ ເຊັກກໍເປັນອາລົມຮັກໃກ້ຊິດແບບໜຶ່ງ ແຕ່ຄ້າຍກັບຄວາມລຸ່ມຫຼົງຄືຄົນຕິດຢາຫຼາຍກວ່າ ອາລົມແບບນີ້ພໍດົນໆໄປເລິ່ມຊິນເຄີຍ ກໍມັກຈະຈືດຈາງລົງຢ່າງວ່ອງໄວ ແຕ່ຖ້າມີຄວາມຮັກຄວາມຜູກພັນເປັນພື້ນຖານ ມາກ່ອນກໍຍັງສາມາດຢູ່ໄປໄດ້ອີກດົນນານ ເຊິ່ງຄວາມຜູກພັນນັ້ນຕ້ອງໃຊ້ເວລາສະສົມ ບໍ່ແມ່ນພຽງແຕ່ກະໂດດຂຶ້ນຕຽງກໍຜູກພັນກັນໄດ້ ຜູ້ຍິງທີ່ມີຄວາມເຊື່ອໝັ້ນໃນໂຕເອງມັກຈະ ໃຊ້ເຊັກເປັນການເບີກທາງໄປສູ່ຄວາມຮັກ ແລະມັກຈົບລົງທີ່ຜູ້ຊາຍບໍ່ໄດ້ຄິດຈິງຈັງນຳ ພໍເບື່ອໜ່າຍກໍຕີໂຕຈາກໄປ.

ເຊັກກັບຄວາມຮັກ

ຜູ້ຊາຍບໍ່ຈຳເປັນຕ້ອງຮູ້ສຶກພິດເສດກັບຜູ້ຍິງ ທີ່ຕົນເອງມີເຊັກນຳ ແຕ່ຜູ້ຍິງຈະມີເຊັກກັບຄົນທີ່ຕົນເອງມັກ ແລ້ວພໍມີຫຍັງກັນແລ້ວກໍຮູ້ສຶກຜູກພັນ ກັບຜູ້ຊາຍຄົນນັ້ນ ດັ່ງນັ້ນ, ຖ້າມີເຊັກກັນແລ້ວຜູ້ຊາຍງຽບຫາຍໄປ ຜູ້ຍິງຈະເປັນຝ່າຍເຈັບຊ້ຳຫຼາຍກວ່າ ເພາະຄິດວ່າເຂົາຄົງຈິງຈັງນຳຖ້າໃຫ້ເຂົາແລ້ວ ຫຼັງຈາກນັ້ນກໍຈະເລິ່ມລໍຄອຍໃຫ້ເຂົາຈິງຈັງ ແລະວາດຝັນເຖິງການແຕ່ງງານ ໂດຍມີເຊັກກັບຜູ້ຊາຍໄປເລື້ອຍໆ ເພາະຄິດວ່ານີ້ຄືການສ້າງຄວາມຜູກພັນທາງກາຍ ເຊິ່ງໜ້າຈະສື່ໄປເຖິງຈິດໃຈໄດ້ ແລ້ວຜູ້ຍິງກໍຈະເລັ່ງລັດຮຽກຮ້ອງ ທັງທີ່ຍັງຮູ້ຈັກນິໄສໃຈຄໍກັນບໍ່ດີພໍ ຫຼາຍມື້ໄປຜູ້ຊາຍກໍເບື່ອໜ່າຍແລະຕີໂຕອອກຫ່າງ.

ລໍຖ້າເມື່ອພ້ອມຈະດີກວ່າ

ໃນນາມທີ່ຜູ້ຂຽນເປັນຜູ້ຊາຍຢາກຂໍແນະນຳວ່າ ຢ່າຟ້າວໃຈຮ້ອນມີເຊັກກັບຄົນທີ່ເຮົາມັກໄວເກີນໄປ ທັງທີ່ຫາກໍຄົບກັນ ຄວນລໍຖ້າໃຫ້ເກີດຄວາມໃກ້ຊິດໄວ້ວາງໃຈກັນ ມີຄວາມຮັກຄວາມເຂົ້າໃຈກັນ ແລະຄິດຈິງຈັງນຳກັນກ່ອນດີກວ່າ ນັ້ນຄືສ້າງຄວາມຜູກພັນທາງໃຈກ່ອນເປັນພື້ນຖານ ແລ້ວຄ່ອຍສ້າງຄວາມຜູກພັນທາງກາຍ ເພື່ອເປັນຮາກຖານໃຫ້ຄວາມສຳພັນໝັ້ນຄົງແຂງແຮງ ເພາະຖ້າສ້າງຄວາມຜູກພັນທາງກາຍກ່ອນ ໂດຍທີ່ຄວາມຜູກພັນທາງໃຈຍັງຄອນແຄນ ຄວາມຜູກພັນທາງກາຍນີ້ແຫຼະຈະເປັນ ໂຕບັ່ນທອນຄວາມຮູ້ສຶກດີໆ ທີ່ມີຢູ່.

ຢ່າຢ້ານວ່າເຂົາຈະຫາວ່າເຮົາຫຼິ້ນໂຕ ຢ່າຢ້ານວ່າຖ້າບໍ່ມີຫຍັງນຳແລ້ວ ເຂົາຈະໄປຫາຜູິຍິງອື່ນ ຖ້າເປັນແນວນັ້ນກໍປ່ອຍເຂົາໄປທ້ອນ ເພາະຜູ້ຊາຍທີ່ຄິດແບບນັ້ນຈະເປັນຜູ້ຊາຍ ທີ່ຕີໂຕອອກຫ່າງທັນທີທີ່ໄດ້ແລ້ວ ອິອິ
ແອັດມິນຊຽງ

 

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...