spot_img
Homeຂ່າວທ້ອງຖິ່ນມາດຕະການຜ່ອນຜັນໃນໄລຍະວັນທີ 21 ພຶດສະພາ ຫາ 4 ມິຖຸນາ 2021

ມາດຕະການຜ່ອນຜັນໃນໄລຍະວັນທີ 21 ພຶດສະພາ ຫາ 4 ມິຖຸນາ 2021

Published on

ຜ່ານການຈັດຕັ້ງປະຕິບັດ ເຫັນວ່າ ການຈັດຕັ້ງທຸກຂັ້ນ, ທຸກພາກສ່ວນ ລວມທັງພາກລັດ, ພາກທຸລະກິດ ແລະ ສັງຄົມ ລ້ວນແຕ່ໄດ້ປະຕິບັດໜ້າທີ່ ແລະ ພັ​ນ​ທະ​ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ການ​ລະ​ບາດ​ມີທ່າອ່ຽງຫຼຸດລົງ ຢູ່ບາງແຂວງ, ແຕ່ເຖິງຢ່າງໃດກໍ່ຕາມ ສະພາບການລະບາດ ກໍຍັງສືບຕໍ່ແຜ່ລາມໃນຊຸມຊົນ ເປັນວົງກວ້າງ ແລະ ຢູ່​ບາງ​ບໍ​ລິ​ເວນ​ໃນ​ທົ່ວ​ປະ​ເທດ ໂດຍສະເພາະ ຢູ່ນະຄອນຫຼວງວຽງຈັນ. ເຊິ່ງເຮັດໃຫ້ການຄວບຄຸມ ແລະ ສະກັດກັ້ນການລະບາດມີຄວາມຫຍຸ້ງຍາກຂຶ້ນ, ແກ່ຍາວເວລາມາດົນສົມຄວນ ອັນ​ໄດ້ສົ່ງຜົນກະທົບຕໍ່​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ຊາດ, ລວມ​ທັງ​ການ​ທຳ​ມາ​ຫາ​ກິນ, ສຸຂະພາບ ແລະ ຊີວິດອິນ​ຊີຂອງປະຊາຊົນ​ບໍ່​ໜ້ອຍ. ສຳລັບມາດຕະການຜ່ອນຜັນ ມີດັ່ງນີ້:

  1. ທ້ອງຖິ່ນໃດ​ທີ່ບໍ່​ມີ​ການ​ລະ​ບ​າດໃນ​ຊຸມ​ຊົນ ໃຫ້​ສາ​ມາດເດີນ​ທາງ​​ເຂົ້າ​-ອອກ​ ​ພາຍ​ໃນ​ທ້ອງຖິ່ນຕົນ ໄດ້ປົກ​ກະ​ຕິ.
  2. ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານ​ທາງບົກ​ລະ​ຫວ່າງ​ແຂວງ​ຕໍ່​ແຂວງ​ທີ່​ບໍ່​ມີ​ການ​ລະ​ບາດໃນຊຸມຊົນ
  3. ສຳລັບຮ້ານອາຫານ ແລະ ຮ້ານກາເຟ ໃຫ້ເປີດສະເພາະແຕ່ຜູ້ສັ່ງກັບເມືອເຮືອນຕົນ ຫຼື ມີບໍລິການສົ່ງເຖິງສະຖານທີ່ເທົ່ານັ້ນ. ຫ້າມບໍ່ໃຫ້ລູກຄ້ານັ່ງກິນ-ດື່ມ ຢູ່ໃນຮ້ານອາຫານ ຫຼື ຮ້ານກາເຟ ເປັນອັນຂາດ.
  4. ອະນຸຍາດເປີດການຮຽນ-ການສອນ ຢູ່ສະຖານການສຶກສາ ຢູ່ໃນເຂດທີ່ບໍ່ມີການລະບາດໃນຊຸມຊົນ 14 ວັນ ຜ່ານມາ.
  5. ອະນຸຍາດໃຫ້ອອກກຳລັງກາຍ, ຫຼິ້ນກິລາຢູ່ກາງແຈ້ງ ເຊັ່ນ: ຍ່າງອອກກຳລັງກາຍຢູ່ຕາມສະຖານທີ່ຕ່າງໆ, ການຫຼິ້ນກິລາກ໊ອບ, ເຕະບານ, ກິລາອື່ນໆ. ແຕ່ໃຫ້ເຈົ້າພາບຂອງສະຖານທີ່ດັ່ງກ່າວ ສ້າງແຜນລະອຽດໃນການປະຕິບັດມາດຕະການສະກັດກັ້ນ, ປ້ອງກັນພະຍາດ COVID-19 ຢ່າງເຄັ່ງຄັດ ແລ້ວສະເໜີຕໍ່ຄະນະສະເພາະກິດ ແລະ ອົງການປົກຄອງທ້ອງຖິ່ນເປັນຜູ້ພິຈາລະນາອະນຸມັດ ເປັນແຕ່ລະກໍລະນີໄປ.
  6. ອະ​ນຸ​ຍາດ​ໃຫ້ຜູ້ຂັບລົດ ແລະ ພະນັກງານຂົນສົ່ງສິນ​ຄ້າ​ ເຂົ້າ​-ອອກລະ​ຫວ່າງ​ແຂວງ​ຕໍ່ແຂວງ ສາມາດສົ່ງສິນຄ້າ ເຖິງປາຍທາງໄດ້ ບໍ່ຈຳເປັນຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່​ຕ້ອງກວດ​ຫາ​ເຊື້ອ​ພະຍາດ COVID-19 ແລະ ບໍ່ຈຳກັດບໍລິເວນ ຢູ່ແຂວງປາຍທາງ 14 ວັນ, ແຕ່ຕ້ອງ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ການ​ຕິດ​ເຊື້ອ ແລະ ແຜ່​ເຊື້ອ​ທີ່​ຄະ​ນະ​ສະ​ເພາະ​ກິດ​ວາງ​ອອກຢ່າງເຂັ້ມງວດ. ສຳລັບການຂົນສົ່ງສິນ ຄ້າລະຫວ່າງປະເທດໃຫ້ສືບຕໍ່ຈັດຕັ້ງປະຕິບັດຕາມທີ່ໄດ້ເຄີຍປະຕິບັດໃນໄລຍະຜ່ານມາ. ໃນພາກປະຕິ ບັດຕົວຈິງໃຫ້ທຸກພາກສ່ວນກ່ຽວຂ້ອງປະຕິບັດເປັນເອກະພາບ ຕາມຄຳແນະນຳ ຂອງຄະນະສະເພາະກິດຂັ້ນສູນກາງ ແລະ ຄຳແນະນຳ ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021.

ກ່ຽວກັບມາດຕະການຈັດຕັ້ງປະຕິບັດແຈ້ງການສະບັບນີ້ມອບໃຫ້ຂະແໜງການ ແລະ ອົງການປົກ ຄອງທ້ອງຖິ່ນທຸກຂັ້ນ ລວມທັງຢູ່ຂັ້ນເມືອງ, ບ້ານ ຫຼື ເຈົ້າໜ້າທີ່ໜ່ວຍປະຕິບັດງານຢູ່ແຕ່ລະຂັ້ນ ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ ແລະພັນທະຂອງຕົນຕາມມາດຕະການທີ່ລັດຖະບານ ກໍຄືຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ກໍລະນີພົບເຫັນມີຜູ້ລະເມີດ ແມ່ນຕ້ອງດຳເນີນຕາມມາດຕະການ, ຕາມກົດໝາຍ ແລະ ລະບຽບການກໍານົດຢ່າງເຂັ້ມງວດ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...