spot_img
Homeຂ່າວຕ່າງປະເທດແຈກຫວຍໃຫ້ປະຊາຊົນທີ່ມາສັກວັກຊີນ ຖ້າຖືກໄດ້ 1 ລ້ານ ໂດລາ

ແຈກຫວຍໃຫ້ປະຊາຊົນທີ່ມາສັກວັກຊີນ ຖ້າຖືກໄດ້ 1 ລ້ານ ໂດລາ

Published on

ວັນທີ 13 ພຶດສະພາ ສະຫາລັດອາເມລິກາ ກຳລັງຫາວິທີທາງ ເພື່ອເປັນແຮງຈູງໃຈໃຫ້ປະຊາຊົນມາສັກວັກຊີນໂຄວິດ-19 ຫຼັງທີ່ປະຊາຊົນເລີ່ມມາສັກວັກຊີນໜ້ອຍລົງ ແລະ ເພື່ອໃຫ້ອາເມຣິກາສາມາດປະກາດ “ເອກະລາດຈາກໂຄວິດ” ໃຫ້ໄດ້ພາຍໃນວັນຊາດ ທີ 7 ກໍລະກົດ ຈະມາຮອດນີ້.

ຫຼ້າສຸດ, ລັດໂອໄຮໂອ ມີຄວາມຄິດສຸດສ້າງສັນຄື ການເຮັດຫວຍວັກຊີນ ຫຼື Lottery Vaccine ໂດຍຈະແຈກໃຫ້ຄົນທີ່ມາສັກວັກຊີນໂຄວິດທຸກຄົນ ແລະ ຈະປະກາດຜູ້ໂຊກດີ ທີ່ຖືກຫວຍ ອາທິດ ລະ 5 ຄົນ ໂດຍມີເງິນລາງວັນເປັນເງິນສົດ ຄົນ ລະ 1 ລ້ານ ໂດລາ.

ເງື່ອນໄຂລາງວັນມີຄື: ຖ້າເປັນຜູ້ໃຫຍ່ທີ່ມີອາຍຸ 18 ປີ ຂື້ນໄປ ກໍຈະໄດ້ຮັບຫວຍ ແລະ ມີສິດລຸ້ນເງິນລ້ານ ແຕ່ຖ້າແມ່ນຜູ້ທີ່ມີອາຍຸຕ່ຳ ກວ່າ 18 ປີ ມາສັກວັກຊີນ ກໍຈະໄດ້ຮັບຫວຍເຊັ່ນກັນ ແຕ່ລາງວັນ ຈະກາຍເປັນທຶນການສຶກສາແທນ ເຊິ່ງເປັນທຶນຮຽນຈົບ 4 ປີ ໃນມະຫາວິທະຍາໄລຕ່າງໆ ໃນລັດໂອໄຮໂອ.

ບົດຄວາມຫຼ້າສຸດ

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...