ກຸ່ມຄົນທີ່ເປັນຕົ້ນເຫດໃນການແຜ່ເຊື້ອໂຄວິດ-19 ໃນລາວຈະຖືກດຳເນີນຄະດີບໍ່ມີການລະເວັ້ນເດັດຂາດ

ໃນວັນທີ 5 ພຶດສະພາ 2021, ພົນຕີ ຄໍາກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານຄວາມຄືບໜ້າໃນການສືບສວນ-ສອບສວນບຸກ ຄົນ, ກຸ່ມຄົນ ເຊິ່ງລວມຄົນລາວ ແລະ ຄົນຕ່າງປະເທດ ທີ່ເປັນຕົ້ນເຫດໃນການແຜ່ເຊື້ອໂຄວິດ-19 ໃນຕົ້ນເດືອນ ເມສາ 2021 ທີ່ຜ່ານມາ.

ນັບແຕ່ທ້າຍປີ 2019 ມາເຖິງທ້າຍເດືອນມີນາ ປີ 2021 ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ຈໍານວນ 49 ຄົນ ແລະ ທັງໝົດເເມ່ນໄດ້ຮັບການປິ່ນປົວຫາຍດີ, ບໍ່ມີກໍລະນີເສຍຊີວິດ, ເເຕ່ມາຮອດຕົ້ນເດືອນເມສາ 2021, ຍ້ອນ ມີບຸກຄົນ, ກຸ່ມຄົນຈໍານວນໜຶ່ງ ຊຶ່ງມີຄົນລາວ, ຄົນຕ່າງ ປະເທດໄດ້ເຄື່ອນ ໄຫວລະເມີດລະບຽບກົດໝາຍ; ຈໍານວນໜຶ່ງລັກລອບເຂົ້າ-ອອກຕາມຊາຍແດນລະຫວ່າງ ສປປ ລາວ ກັບປະເທດໃກ້ຄຽງ ເຊິ່ງເປັນພື້ນທີ່ທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ລະບາດ ຢ່າງຮຸນແຮງ; ພ້ອມກັນນີ້ກໍມີບາງບຸກຄົນຢູ່ພາຍໃນປະເທດຂາດສະຕິໃນການປະຕິບັດນະໂຍບາຍ ແລະ ມາດ ຕະການສະກັດກັ້ນທີ່ພາກສ່ວນກ່ຽວຂ້ອງແຕ່ລະຂັ້ນວາງອອກ ດ້ວຍການກະທໍາຕ່າງໆເຊັ່ນ: ໃຫ້ການຊ່ວຍເຫຼືອ, ປົກປິດ ເເລະ ຮ່ວມກັນກະທໍາຜິດນໍາເອົາເຊື້ອພະຍາດໄປແຜ່ລະບາດໃນສະຖານທີ່ຊຸມຊົນເປັນຕົ້ນ: ສະຖານບັນ ເທີງ, ຮ້ານອາຫານ, ຮ້ານກິນດື່ມ, ຮ້ານບໍລິການຕ່າງໆ ຕະຫຼອດຮອດສະຖານທີ່ທ່ອງທ່ຽວ ແລະ ອື່ນໆ. ເຊິ່ງເປັນສາເຫດກໍ່ໃຫ້ເກີດການແຜ່ລະບາດພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ ເປັນວົງກວ້າງ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມຕໍ່ຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບ ຮ້ອຍ, ປອດໄພຂອງສັງຄົມ; ສົ່ງຜົນສະທ້ອນເຖິງການພັດທະນາເສດຖະ ກິດ-ສັງຄົມ ຕະຫຼອດການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ.

ຜ່ານການສືບສວນ-ສອບສວນເກັບກໍາຂໍ້ມູນຂອງເຈົ້າໜ້າທີ່ ຈຶ່ງຮູ້ໄດ້ວ່າກຸ່ມຄົນດັ່ງກ່າວມີອາຊີບເປັນກໍາ ມະກອນ, ນັກຮຽນ-ນັກສຶກສາ, ເປັນເຈົ້າໜ້າທີ່ຂອງລັດ, ຈໍານວນໜຶ່ງກໍເປັນປະຊາຊົນລາວ ແລະ ຈໍານວນໜຶ່ງ ກໍເປັນຄົນຕ່າງປະເທດ ທີ່ເປັນປະເທດໃກ້ຄຽງມີຊາຍແດນຕິດຈອດກັນ, ການກະທໍາຂອງພວກກ່ຽວເປັນການ ລະເມີດຕໍ່ກົດໝາຍຂອງ ສປປ ລາວ, ເປັນການກະທໍາຜິດຕໍ່ປະມວນກົດໝາຍອາຍາ, ກົດໝາຍວ່າດ້ວຍ ການເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດ, ກົດໝາຍວ່າດ້ວຍການກັນ ເເລະ ຄວບຄຸມພະຍາດ ຕິດຕໍ່ ເຊິ່ງແນ່ ນອນທີ່ສຸດເປົ້າໝາຍດັ່ງກ່າວຈະຕ້ອງຖືກດໍາເນີນຄະດີຕາມຂະບວນການຍຸຕິທໍາ, ໝາຍຄວາມ ວ່າອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕໍາຫຼວດປະກອບສໍານວນຄະດີສົ່ງໄອຍະການສັ່ງຟ້ອງສານ ເເລະ ຕັດສິນລົງໂທດຕາມສະຖານຄວາມຜິດໜັກ ຫຼື ເບົາຂອງເເຕ່ລະຄົນ (ກໍລະນີຄົນຕ່າງປະເທດກໍຕ້ອງດໍາເນີນ ການຕາມກົນໄກສົ່ງ: ຕົວຜູ້ຮ້າຍຂ້າມແດນຕາມສົນທິສັນຍາ 2 ຝ່າຍ).

ແຕ່ເນື່ອງຈາກໃນປັດຈຸບັນນີ້, ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ມີທ່າອ່ຽງຂະ ຫຍາຍຕົວຢູ່; ກຸ່ມຄົນດັ່ງກ່າວຈໍານວນໜຶ່ງຢູ່ໃນໄລຍະກັກຕົວຢູ່ສູນກັກບໍລິເວນ, ຈໍານວນໜຶ່ງກໍຢູ່ໃນໄລຍະປິ່ນປົວ ພະຍາດຢູ່ຕາມໂຮງໝໍເເຫ່ງຕ່າງໆ ສະນັ້ນ, ຈຶ່ງບໍ່ສາມາດນໍາຕົວມາສືບສວນ-ສອບສວນ ຕາມຂັ້ນຕອນ ຂອງການດໍາເນີນຄະດີໄດ້ຢ່າງເຕັມສ່ວນ. ເມື່ອໃດພວກກ່ຽວທັງໝົດປິ່ນປົວຫາຍຂາດຈາກພະຍາດໂຄວິດ-19 ເຈົ້າໜ້າທີ່ກໍຈະສືບຕໍ່ນໍາຕົວມາດໍາເນີນຄະດີຕາມຂະບວນການຍຸຕິທໍາ, ຕາມສະຖານຄວາມຜິດໜັກ – ເບົາທີ່ກົດໝາຍກໍານົດ, ຈະບໍ່ມີການລະເວັ້ນເດັດຂາດເຖິງກຸ່ມຄົນດັ່ງກ່າວຈະເປັນເຈົ້າໜ້າທີ່ລັດ, ເປັນກໍາມະກອນຮັບຈ້າງ, ເປັນນັກຮຽນ-ນັກສຶກສາ, ເປັນປະຊາຊົນທົ່ວໄປ; ຈະເເມ່ນຄົນລາວ ຫຼື ຄົນຕ່າງປະເທດກໍຕ້ອງໄດ້ປະຕິບັດຕາມລະບຽບກົດ ໝາຍຂອງ ສປປ ລາວ ເພື່ອໃຫ້ຄວາມເປັນທໍາແກ່ສັງຄົມ.

ຮຽບຮຽງຂ່າວ: ພຸດສະດີ