Homeຂ່າວພາຍ​ໃນລາຍລະອຽດສະຖານະການໂຄວິດ-19 ໃນ ສປປ ລາວ ວັນທີ 2 ພຶດສະພາ 2021

ລາຍລະອຽດສະຖານະການໂຄວິດ-19 ໃນ ສປປ ລາວ ວັນທີ 2 ພຶດສະພາ 2021

Published on

ສປປ ລາວ ໃນວັນທີ 01 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 3,091 ຕົວຢ່າງ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 112 ຕົວຢ່າງ, ເຊີ່ງແບ່ງອອກເປັນແຕ່ລະແຂວງດັ່ງນີ້: ນະຄອນຫຼວງ 34 ຕົວຢ່າງ, ແຂວງວຽງຈັນ 3 ຕົວຢ່າງ, ແຂວງຈຳປາສັກ 11 ຕົວຢ່າງ, ແຂວງບໍ່ແກ້ວ 60 ຕົວຢ່າງ (ເມືອງຕົ້ນເຜິ້ງ 57 ຕົວຢ່າງ ແລະ ແຂວງບໍ່ແກ້ວ 3 ຕົວຢ່າງ), ແຂວງສະຫວັນນະເຂດ 3 ຕົວຢ່າງ ແລະ ແຂວງບໍລິຄໍາໄຊ 1 ຕົວຢ່າງ.

ປະຈຸບັນ ສປປ ລາວ ມີ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 933 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 51 ຄົນ ແລະ ຍັງນອນຕິດຕາມປິ່ນປົວທັງໝົດ ຈຳນວນ 882 ຄົນ, ລາຍລະອຽດດັ່ງນີ້: ນະຄອນຫຼວງວຽງຈັນ 591 ຄົນ (ໃໝ່ 34), ແຂວງຈຳປາສັກ 117 ຄົນ (ໃໝ່ 11), ສຳລັບຄົນເຈັບແຂວງເຊກອງ ແມ່ນ ນອນປິ່ນປົວຢູ່ແຂວງຈຳປາສັກ, ແຂວງບໍ່ແກ້ວ 91 ຄົນ (ໃໝ່ 60), ແຂວງສະຫວັນນະເຂດ 28 ຄົນ (ໃໝ່ 3), ແຂວງຫຼວງພະບາງ 14 ຄົນແຂວງວຽງຈັນ 13 ຄົນ (ໃໝ່ 3), ຄົນເຈັບແຂວງວຽງຈັນ1 ຄົນ ມາປີ່ນປົວໃນ  ນະຄອນຫຼວງວຽງຈັນ, ແຂວງສາລະວັນ 6 ຄົນ, ແຂວງຫຼວງນ້ຳທາ 6 ຄົນ, ແຂວງອຸດົມໄຊ 5 ຄົນ, ແຂວງຜົ້ງສາລີ 3 ຄົນ, ແຂວງໄຊຍະບູລີ 3 ຄົນ, ແຂວງບໍລິຄຳໄຊ 3 ຄົນ (ໃໝ່ 1), ແຂວງຄຳມ່ວນ 1 ຄົນ, ແຂວງຊຽງຂວາງ 1 ຄົນ.

ຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ.

ສຳລັບລາຍລະອຽດ ຂອງຜູ້ຕິດເຊື້ອໃໝ່ 112 ຄົນ (ກໍລະນີຢັ້ງຢືນທີ 822-933):

  • ສຳລັບຜູ້ຕິດເຊື້ອໃໝ່ ຢູ່ແຂວງ ຈຳປາສັກ, ບໍ່ແກ້ວ, ສະຫວັນນະເຂດ, ແຂວງວຽງຈັນ ແລະ ບໍລິຄຳໄຊ ແມ່ນລ້ວນແຕ່ມີປະຫວັດສຳຜັດໃກ້ຊິດ ກັບກໍລະນີຕິດເຊື້ອ ພາຍໃນແຂວງຂອງຕົນ;
  • ສ່ວນ 34 ຄົນທີ່ຕິດເຊື້ອໃໝ່ຢູ່ນະຄອນຫຼວງວຽງຈັນ ກໍ່ລ້ວນແຕ່ເປັນຜູ້ທີ່ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອທີ່ກ່ຽວພັນກັບກໍລະນີທີ 59;

ສຳລັບສະຖານທີ່ທີ່ບັນດາຜູ້ຕິດເຊື້ອໄດ້ເດີນທາງໄປລ້ວນແລ້ວແຕ່ແມ່ນບ່ອນດຽວກັບຜູ້ຕິດເຊື້ອເກົ່າເຊັ່ນ: ຮ້ານຄາລາໂອເກະ ໄດມອນ, ຮ້ານຄາລາໂອເກະ 8118, ຮ້ານເບຍ Funny 89, ພັບ ມາລີນາ, ຮ້ານອາຫານມານາແມະ, ສວນນ້ຳໄອເຕັກ (ງານປາຕີສະນ້ຳ), ຮ້ານຄາລາໂອເກະວີກຕໍ, ສາມແຍກນາໄຊ, ບັນດາວັດໃນໃຈກາງນະຄອນຫຼວງວຽງຈັນ, ຮ້ານຂາຍຂອງກີນສຸກຕະຫຼາດໂພນຕ້ອງ, ເມືອງຈັນທະບູລີ, ບໍລີສັດບໍ່ແຮ່ຄຳ ດາລີ ບ້ານ ຫ້ວຍຄຳ, ເມືອງສັງທອງ, ບໍລິສັດໄຟ້າລາວ, ໜອງບືກ ນະຄອນຫຼວງວຽງຈັນ, ຮ້ານອາຫານມັງກອນທອງ ບ້ານດົງຄຳຊ້າງ, ກອງສີນລະປະກອງທັບໂພນເຄັງ, ຮ້ານ ບິກຊີແຖວທາດຫຼວງ, ຮ້ານອາລູມີນຽມ ຢູ່ບ້ານດອນແດງ ເມືອງ ຈັນທະບູລີ, ອາພາດເມັນ 3 Y ບ້ານໂພນຕ້ອງຈອມມະນີ, ເມືອງຈັນທະບູລີ, ຕະຫຼາດໂພນຕ້ອງຈອມມະນີ.​

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...