spot_img
Homeຂ່າວຕ່າງປະເທດຜົນວິໄຈອັງກິດເຜີຍສັກວັກຊີນປ້ອງກັນໂຄວິດເຂັມດຽວກໍ່ຊ່ວຍຫຼດການແຜ່ກະຈາຍຂອງໂຄວິດໄດ້

ຜົນວິໄຈອັງກິດເຜີຍສັກວັກຊີນປ້ອງກັນໂຄວິດເຂັມດຽວກໍ່ຊ່ວຍຫຼດການແຜ່ກະຈາຍຂອງໂຄວິດໄດ້

Published on

ສຳນັກຂ່າວຊິນຫົວລາຍງານເມື່ອວັນທີ 29 ເມສາ 2021 ວ່າ ຜົນການສຶກສາຈາກສຳນັກງານສາທາລະນະສຸກອັງກິດລະບຸວ່າ ການສັກວັນຊີນປ້ອງກັນໂຄວິດ-19 ພຽງໂດສດຽວ ສາມາດຫຼຸດການກະຈາຍຂອງເຊື້ອໄວຣັສໂຄໂຣນ່າສາຍພັນ SARS-CoV-2 ໄດ້ເຖິງ 50%.

ການສຶກສາເບື້ອງຕົ້ນລະບຸວ່າ ຜູ້ທີ່ຕິດເຊື້ອໂຄວິດຢ່າງໜ້ອຍ 3 ອາທິດ ມີແນວໂນ້ມແຜ່ເຊື້ອໃຫ້ຄົນໃນຄອບຄົວດຽວກັນຫຼຸດລົງ 38-49% ເມື່ອທຽບກັບຜູ້ທີ່ບໍ່ໄດ້ຮັບວັກຊີນ ໂດຍຜູ້ເຂົ້າຮ່ວມການວິໄຈໃນຄັ້ງນີ້ແມ່ນຜູ້ທີ່ໄດ້ຮັບວັກຊີນ ໄຟເຊີ (Pfizer) ຫຼື ເອາຕຣ້າເຊນເນກາ (AstraZeneca) ແລ້ວ ຈຳນວນ 1 ໂດສ.

ທ່ານ ປີເຕີ ອິງລິຊ ທີ່ປຶກສາຜູ້ອາວຸໂສຈາກສຳນັກງານຄວບຄຸມໂຣກລະບາດໃຫ້ສຳພາດກັບສຳນັກຂ່າວສະກາຍ ນິສ ວ່າ ການຄົ້ນພົບນີ້ເປັນເລື່ອງທີ່ໜ້າຍິນດີທີ່ສຸດ ເຮັດໃຫ້ມີຫຼັກຖານເພີ່ມຂຶ້ນຢ່າງຕໍ່ເນື່ອງວ່າການສັກວັກຊີນຈະຊ່ວງປ້ອງກັນປະຊາຊົນຈາກການຕິດເຊື້ອ ເຖິງຄົນທີ່ສັກວັກຊີນແລ້ວຈະຍັງຕິດເຊື້ອໂຄວິດ-19 ແຕ່ພວກເຂົາມີແນວໂນ້ມຈະບໍ່ແຜ່ເຊື້ອນີ້ໃຫ້ກັບຄົນອື່ນໄດ້.

ການສຶກສາດັ່ງກ່າວຍັງບໍ່ໄດ້ຖືກທົບທວນໂດຍຄົນທີ່ມີຄຸນວຸດທິ ຫຼາຍກວ່າ 57,000 ຄົນໄດ້ເຂົ້າຮ່ວມ, ອາໄສຢູ່ໃນ 24,000 ຄົວເຮືອນດ້ວຍການສັກວັກຊີນແລ້ວໜຶ່ງຄົນ. ໂດຍພວກເຂົາຖືກນຳມາປຽບທຽບກັບປະຊາຊົນເກືອບ 1 ລ້ານຄົນທີ່ຍັງບໍ່ໄດ້ຮັບວັກຊີນ.

ທັງນີ້, ປະເທດອັງກິດມີປະຊາຊົນໄດ້ຮັບວັກຊີນປ້ອງກັນໂຄວິດ-19 ໂດສທຳອິດແລ້ວ33.8 ລ້ານຄົນ ໂດຍ 1 ໃນ 4 ຂອງຜູ້ໃຫຍໃນປະເທດໄດ້ຮັບວັກຊີນຄົບ 2 ໂດສແລ້ວ ໃນຂະນະທີ່ໂູຄງການສັກວັກຊີນທົ່ວປະເທດໄດ້ຄວບຄຸມໄປເຖິງປະຊາຊົນທີ່ມີອາຍຸ 42 ປີຂຶ້ນໄປ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...