spot_img
Homeຂ່າວຕ່າງປະເທດການແຜ່ລະບາດຢ່າງໜັກຂອງໂຄວິດ-19 ໃນອິນເດຍ ກ່ຽວຂ້ອງກັບຫຼາຍໆປະເທດໃນໂລກ?

ການແຜ່ລະບາດຢ່າງໜັກຂອງໂຄວິດ-19 ໃນອິນເດຍ ກ່ຽວຂ້ອງກັບຫຼາຍໆປະເທດໃນໂລກ?

Published on

ອິນເດຍເປັນປະເທດທີ່ມີສະຖິຕິການຕິດເຊື້ອໂຄວິດ-19 ເປັນອັນດັບທີ 4 ຂອງໂລກ ເຊິ່ງການແຜ່ລະບາດໃນຮອບນີ້ເຮັດໃຫ້ເຈົ້າໜ້າທີ່ຕ້ອງໄດ້ເຜົາສົບຜູ້ເສຍຊີວິດທັງກາງເວັນ, ກາງຄືນ ແລະ ຍັງໄດ້ສ້າງບ່ອນເຜົາສົບຊົ່ວຄາວເພື່ອຮອງຮັບຈໍານວນຄົນທີ່ເສຍຊີວິດເປັນຈໍານວນຫຼາຍໃນແຕ່ລະມື້.

ດຣ. ໂສມຍາ ສະວາມິນາທານ ຫົວໜ້າຄະນະນັກວິທະຍາສາດຂອງອົງການອະນາໄມໂລກ (WHO) ກ່າວໄວ້ວ່າ: ສະຖານະການນີ້ບໍ່ແມ່ນພຽງແຕ່ວິກິດຂອງອິນເດຍເທົ່ານັ້ນ ແຕ່ເປັນວິກິດຂອງຄົນໝົດທັງໂລກ, ໄວຣັສໂຄໂຣນາມັນບໍ່ໄດ້ສົນໃຈເລື່ອງເຂດແດນ, ເຊື້ອຊາດ, ອາຍຸ, ເພດ ຫຼື ສາສະໜາ ເພາະສິ່ງທີ່ກໍາລັງເກີດຂື້ນໃນອິນເດຍ ໄດ້ເຄີຍເກີດຂື້ນແລ້ວໃນປະເທດອື່ນ.

ນອກຈາກອິນເດຍຈະມີການຕິດເຊື້ອສູງແລ້ວ ກໍຍັງມີອີກປັດໄຈທີ່ເຮັດໃຫ້ເກີດຄວາມກັງວົນນັ້ນກໍຄືເຊື້ອໄວຣັສກາຍພັນ, ຍິ່ງຈໍານວນຜູ້ຕິດເຊື້ອໂຄວິດ-19 ໃນອິນເດຍເພີ່ມຂື້ນຫຼາຍເທົ່າໃດໂອກາດທີ່ຈະເກີດເຊື້ອໄວຣັສກາຍພັນຊະນິດໃໝ່ໆກໍເພີ່ມຫຼາຍຂື້ນເທົ່ານັ້ນ ເພາະການຕິດເຊື້ອແຕ່ລະຄັ້ງເພີ່ມໂອກາດທີ່ເຊື້ອຈະເກີດການປ່ຽນແປງ ແລະ ຄວາມກັງວົນຂອງນັກວິທະຍາສາດກໍຄືການກາຍພັນທີ່ເກີດຂື້ນອາດເພີ່ມໂອກາດທີ່ວັກຊີນໃນປັດຈຸບັນຈະໃຊ້ບໍ່ໄດ້ຜົນ.

ສະພາບການຂອງອິນເດຍເຮັດໃຫ້ປະຊາຊົນພາຍໃນປະເທດມີປະຊາກອນທີ່ໄດ້ຮັບວັກຊີນປ້ອງກັນພຽງແຕ່ 10% ຂອງຈໍານວນປະຊາກອນ ທັງທີປະເທດອິນເດຍເປັນທີ່ຕັ້ງຂອງສະຖາບັນເຊຣຸ່ມແຫ່ງອິນເດຍ(Serum Institute of India) ທີ່ເປັນຜູ້ຜະລິດວັກຊີນລາຍໃຫຍ່ຂອງໂລກ ດ້ວຍເຫດນີ້ວິກິດການແຜ່ລະບາດຂອງໂຄວິດ-19 ໃນອິນເດຍຈຶ່ງສົ່ງຜົນຕໍ່ກັບຄົນທົ່ວໂລກ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...