Homeຂ່າວທ້ອງຖິ່ນຢ່າປະໝາດ! ສັກວັກຊີນຄົບ 2 ເຂັມກໍ່ສາມາດຕິດເຊື້ອໂຄວິດ-19ໄດ້

ຢ່າປະໝາດ! ສັກວັກຊີນຄົບ 2 ເຂັມກໍ່ສາມາດຕິດເຊື້ອໂຄວິດ-19ໄດ້

Published on

ສະພາບການລະບາດຂອງໂຄວິດ-19 ໃນຮອບນີ້ຖືໄດ້ວ່າ ສປປ ລາວ ຕ້ອງຮັບມືໜັກພໍສົມຄວນ ເນື່ອງຈາກມີການລະບາດເປັນກວ້າງ ຫຼ້າສຸດ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ລາຍງານສະ ພາບການລະບາດຂອງໂຄວິດ-19 ໃນ ສປປ ລາວ ໃນວັນທີ 24 ເມສາ 2021 ເຊິ່ງພົບຜູ້ຕິດເຊື້ອລາຍໃໝ່ ເພີ່ມ 88 ຄົນ, ຜູ້ຕິດເຊື້ອໃໝ່ໃນນະຄອນຫຼວງວຽງຈັນ 84 ຄົນ, ແຂວງບໍ່ແກ້ວ 2 ຄົນ, ແຂວງຈຳປາສັກ 2 ຄົນ.

ນັບຕັ້ງແຕ່ມີການລະບາດເມື່ອເດືອນມັງກອນ 2020 ຈົນຮອດປະຈຸບັນ ກວດພົບເຊື້ອສະສົມ 247 ຄົນ. ປິ່ນປົວຫາຍດີ 49 ຄົນ ກຳລັງປິ່ນປົວ 198 ຄົນ ແລະ ຄາດເນວ່າຈະພົບຜູ້ຕິດເຊື້ອໂຄວິດ-19 ຫຼາຍເຖິງ 2,000ຄົນ.

ປັດຈຸບັນ, ມີປະຊາຊົນຈຳນວນຫຼາຍໄດ້ເຂົ້າຮັບວັກຊີນໂຄວິດ-19 ບາງຈຳນວນກໍ່ໄດ້ຮັບວັກຊີນຄົບ 2 ເຂັມແລ້ວ, ເຖິງແນວນັ້ນກໍ່ຕາມ ວັນນີ້,​ ໃນບັນດາຜູ້ຕິດເຊື້ອ ທັງ 88 ຄົນ ພົບວ່າມີ 1 ໃນນັ້ນທີ່ມີປະຫວັດຮັບວັກຊີນປ້ອງກັນໂຄວິດຄົບທັງ 2 ເຂັມຮຽບ ຮ້ອຍແລ້ວ, ເຊິ່ງສະແດງໃຫ້ເຫັນວ່າຜູ້ໄດ້ຮັບວັກຊີນຄົບຕາມຈຳນວນຍັງສາມາດຕິດເຊື້ອໂຄວິດ-19ໄດ້ ແຕ່ຈະມີອາການບໍ່ຮຸນແຮງ ແລະ ມີໂອກາດໃນການແຜ່ກະຈາຍເຊື້ອໄດ້ໜ້ອຍທີ່ສຸດ.

ສະນັ້ນ, ເພື່ອປ້ອງກັນການຕິດເຊື້ອ ແລະ ຢຸດການກະຈາຍແຜ່ເຊື້ອໂຄວິິດ-19 ພວກເຮົາຄວນຢູ່ເຮືອນ ແລະ ບໍ່ຄວນໄປສະຖານທີ່ສ່ຽງ ຫຼື ພົບປະກັບບຸກຄົນທີ່ມີຄວາມສ່ຽງທີ່ຈະເຮັດໃຫ້ເກີດການຕິດເຊື້ອ ແລະ ສິ່ງສຳຄັນຕ້ອງໃສ່ຜ້າປິດປາກທຸກຄັ້ງທີ່ຢູ່ຮ່ວມກັບຄົນອື່ນ ແລະ ໝັ່ນລ້າງມືໃຫ້ສະອາດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...