spot_img
Homeຂ່າວພາຍ​ໃນໂຄງການເຈລະຈາຈັບຄູ່ທຸລະກິດອອນລາຍໄທ-ສປປ ລາວ ຂະຫຍາຍຕະຫຼາດອອນລາຍບໍ່ຕ້ອງສະຕ໊ອກສິນຄ້າ

ໂຄງການເຈລະຈາຈັບຄູ່ທຸລະກິດອອນລາຍໄທ-ສປປ ລາວ ຂະຫຍາຍຕະຫຼາດອອນລາຍບໍ່ຕ້ອງສະຕ໊ອກສິນຄ້າ

Published on

ໂຄງການເຈລະຈາຈັບຄູ່ທຸລະກິດອອນລາຍ ໄທ-ສປປ ລາວ ຂະຫຍາຍຕະຫຼາດອອນລາຍ ຕອບຮັບເທນສັງຄົມ ຜູ້ທີ່ມີສູງອາຍຸອີກ ດ້ວຍລະບົບຕົວແທນ ( ດ໋ອບຊິບ ) ບໍ່ຕ້ອງສະຕ໊໋ອກສິນຄ້າ.

ສຳນັກງານສົ່ງເສີມການຄ້າໃນປະເທດ, ນະຄອນຫຼວງວຽງຈັນ, ຈັດໂຄງການເຈລະຈາຄູ່ທຸລະກິດອອນລາຍໄທ-ສປປ ລາວ ເພື່ອສ້າງເຄືອຂ່າຍການຄ້າລະຫວ່າງຜູ້ປະກອບການ SME ຂອງໄທ ກັບຜູ້ຈັດຈຳໜ່າຍໃນ ສປປ ລາວ, ໃນການສ້າງໂອກາດຂອງທຸລະກິດເພື່ອຜ່າວິກິດສະຖານະການໃນປະຈຸບັນລວມທັງຍັງເປັນການເປີດໂອກາດໃຫ້ຜູ້ປະກອບການ, ສາມາດຂະຫຍາຍທຸລະກີດຜ່ານແບບຟອມອອນລາຍ.

ໂດຍໃນປີນີ້ທາງໂຄງການເນັ້ນໜັກໄປທີ່ກຸ່ມສິນຄ້າ, ອາຫານ ແລະ ເຄື່ອງດື່ມ ທຸລະກິດແຟນຊາຍ, ສິນຄ້າກະເສດ Smart Farmer, ສິນຄ້າສຸຂະພາບ ແລະ ຄວາມສວຍ ຄວາມງາມ.

ເປັນຕົ້ນເຊັ່ນ: ແບຣນທ່າຊ້າງ, ການເຟສຸຂະພາບ, ເຈາະຕະຫຼາດຜູ້ສູງອາຍຸ , ລວມເຖິງຄົນຮັກສຸຂະພາບທີ່ຕໍ່ໂຕຕໍ່ເນື່ອງທຸກປີ ໂດຍເປັນກາເຟທີ່ລວມສານສະກັດສະໝູນໄພທຳມະຊາດເຖິງ 25 ຊະນິດ, ຖັງເຊົ່າ, ເຫັດຫຼິນຈື່, ກະບອງເພັດເປັນຕົ້ນ. ທັງນີ້ຍັງສົ່ງເສີມໃຫ້ໂອກາດກຸ່ມສູງອາຍຸມາເປັນຕົວແທນຂາຍ ເພື່ອໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ແລະ ສ້າງລາຍໄດ້, ໂດຍກາເຟຂາຍໃນຮູບແບບກ່ອງ ໂດຍໃຊ້ລະບົບການຂະຫຍາຍ ກິດຈະການດ້ວຍລະບົບຕົວແທນຈຳໜ່າຍ ( ດ໊ອບຊີບ ) ໂດຍທີ່ບໍ່ຕ້ອງສະຕ໋ອກສິນຄ້າ, ໂດຍສາມາດຕິດຕາມຄລິບວິດີໂອເລື່ອງລາວ ແລະ ເບື້ອງຫຼັງກົນລະຍຸດທີ່ເຮັດໃຫ້ແບຣນປະສົບຜົນສຳເລັດໄດ້ທີ່

https://www.youtube.com/watch?v=jnp3e2d29W0

ສຳລັບຜູ້ປະກອບການທີ່ຕ້ອງການສະໝັກເຂົ້າຮ່ວມໂຄງການສາມາດສະໝັກໄດ້ທີ່ www.businesstradingcenter.com ຕັ້ງແຕ່ມື້ນີ້ເປັນຕົ້ນໄປ ແລະ ຕິດຕໍ່ປະສານຂໍລາຍລະອຽດເພີ່ມຕື່ມໄດ້ທີ່ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ, ທີ່ນະຄອນຫຼວງວຽງຈັນ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...