Homeຂ່າວພາຍ​ໃນນັກແຂ່ງຂັນຄະນິດສາດ (Mathlete) ຈາກໂຮງຮຽນຕ່າງໆໃນ ນະຄອນຫຼວງວຽງຈັນ ໄດ້ຍາດເອົາລາງວັນກັບບ້ານຈາກ ງານແຂ່ງຂັນຄະນິດສາດປະຈຳປີລະຫວ່າງໂຮງຮຽນຄັ້ງທີ 13 ທີ່ຖືກຈັດຂື້ນທີ່ນະຄອນຫຼວງວຽງຈັນ ໃນຊ່ວງເດືອນກຸມພາ ແລະ ມີນາ.

ນັກແຂ່ງຂັນຄະນິດສາດ (Mathlete) ຈາກໂຮງຮຽນຕ່າງໆໃນ ນະຄອນຫຼວງວຽງຈັນ ໄດ້ຍາດເອົາລາງວັນກັບບ້ານຈາກ ງານແຂ່ງຂັນຄະນິດສາດປະຈຳປີລະຫວ່າງໂຮງຮຽນຄັ້ງທີ 13 ທີ່ຖືກຈັດຂື້ນທີ່ນະຄອນຫຼວງວຽງຈັນ ໃນຊ່ວງເດືອນກຸມພາ ແລະ ມີນາ.

Published on

ບັນດານັກຮຽນຈາກໂຮງຮຽນໃນທ້ອງຖິ່ນ, ໂຮງຮຽນນານາຊາດ ແລະ ໂຮງຮຽນເອກະຊົນໃນນະຄອນຫຼວງວຽງຈັນ ໄດ້ຖືກຮັບເຊີນເຂົ້າຮ່ວມການແຂ່ງຂັນດ້ານໄຫວພິບຄວາມສາມາດໃນງານແຂ່ງຂັນຄະນິດສາດປະຈຳປີຄັ້ງທີ 13 (ISMO) ທີ່ເປັນເຈົ້າພາບຈັດງານໂດຍໂຮງຮຽນນານາຊາດລາວ. ບັນດາລາຍຊື່ຜູ້ຊະນະ ແລະ ອັນດັບໄດ້ຖືກປະກາດໃຫ້ຊາບໃນພິທີມອບລາງວັນທີ່ໄດ້ຈັດຂື້ນໃນວິທະຍາເຂດໜອງບອນຂອງໂຮງຮຽນນານາຊາດລາວໃນຊ່ວງວັນທີ 20 ມີນາ 2021 ທີ່ຜ່ານມາ.

ໃນປີນີ້, 3 ອັນດັບທໍາອິດຂອງປະເພດຊັ້ນປະຖົມແມ່ນຕົກເປັນຂອງນັກຮຽນຈາກ ໂຮງຮຽນນານາຊາດປັນຍາທິບ ເຊິ່ງໄດ້ແກ່ ນະຊາຍົດສະນັນ ແສງທອງສິຣີກະມົນ (Nachayossanan Saengtongsrikamon) ໃນອັນດັບທີ 1, ແສງໄຊ ສີຊົມພູ (Sengxay Sixomphou) ຢູ່ອັນດັບ 2 ແລະ ຈໍແດນ ເທ (Jordan Tay) ພ້ອມກັບ ສິລິໂຊກ ໄຊຍະເວດ (Sirisok Xayyaveth) ຈາກໂຮງຮຽນ ວິລະຖາວອນ ແມ່ນໄດ້ອັນດັບ 3 ຮ່ວມກັນ. ນອກນັ້ນ ຍັງຕາມມາດ້ວຍ ພຸດທະສອນ ດັ່ງປັນຍາ ຈາກໂຮງຮຽນຈີນຫຼຽວໂຕ້ຢູ່ອັນດັບທີ 4 ແລະ ຄຳມຸງຄຸນ ລໍບູແນງ ຈາກໂຮງຮຽນນານາຊາດປັນຍາທິບຢູ່ອັນດັບທີ 5.

ສ່ວນປະເພດມັດທະຍົມ, ອັນດັບ 1 ໄດ້ແກ່ ສຸລິຍາ ບືງວັດທະນາ ຈາກໂຮງຮຽນ ນິຣະດາ, ອັນດັບ 2 ເປັນຂອງ ຮຽວ ອຸນ ຣີ (Hyo Un Ri) ຈາກໂຮງຮຽນນານາຊາດ ກຽດຕິສັດ ພ້ອມກັບ ມຸກດາວັນ ບານຸວົງ ຈາກໂຮງຮຽນພອນສະຫວັນ ນໍາມາໃນອັນດັບ 3. ສ່ວນອັນດັບ 4 ໄດ້ແກ່ ອີ ວູ ວອນ (Lee woo Won) ຈາກໂຮງຮຽນນານາຊາດປັນຍາທິບ ແລະ ອັນດັບ 5 ແມ່ນ ລັດຕະມາໄທສານ ແກ້ວດາຣາ ຈາກໂຮງຮຽນມັດທະຍົມສົມບູນວຽງຈັນ.

ນັກຮຽນ 3 ອັນດັບທໍາອິດໃນແຕ່ລະປະເພດໄດ້ຮັບລາງວັນເປັນເງິນສົດມູນຄ່າສູງເຖິງ 1,000,000 ກີບ ສຳລັບອັນດັບທີໜຶ່ງ, 750,000 ກີບ ສຳລັບອັນດັບສອງ, 500,000 ກີບ ສຳລັບອັນດັບສາມ ພ້ອມກັບໃບຢັ້ງຢືນ. ສໍາລັບນັກຮຽນທີ່ບໍ່ໄດ້ຢູ່ໃນສາມອັນດັບທໍາອິດແມ່ນໄດ້ຮັບຫຼຽນລາງວັນ ແລະ/ຫຼື ໃບຢັ້ງຢືນຄວາມຕັ້ງໃຈພະຍາຍາມຂອງພວກເຂົາ.

ການແຂ່ງຂັນຄະນິດສາດລະຫວ່າງໂຮງຮຽນເປັນການແຂ່ງຂັນປະຈຳປີດ້ານຄະນິດສາດສຳລັບນັກຮຽນຊັ້ນປະຖົມ (ເກຣດ 3, 4, 5) ແລະ ຊັ້ນມັດທະຍົມ (ເກຣດ 6, 7, 8, 9).

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...