spot_img
Homeຂ່າວຕ່າງປະເທດຊາວຊົນເຜົ່າໃນມຽນມາໜີຕາຍຫຼັງກອງທັບທະຫານໃຊ້ເຄື່ອງບິນຖິ້ມລະເບີດໃສ່ບ້ານເຮືອນ!!

ຊາວຊົນເຜົ່າໃນມຽນມາໜີຕາຍຫຼັງກອງທັບທະຫານໃຊ້ເຄື່ອງບິນຖິ້ມລະເບີດໃສ່ບ້ານເຮືອນ!!

Published on

ແຫຼ່ງຂ່າວ Khaosod ຂອງໄທ ໄດ້ລາຍງານວ່າ: ມີເຄື່ອງບິນຂັບໄລ່ຈໍານວນ 2 ລໍາໄດ້ຖິ້ມລະເບີດໃສ່ບ້ານເຮືອນຂອງຊາວຊົນເຜົ່າກະຫຼ່ຽງໃນຕອນກາງຄືນຂອງວັນອາທິດຈົນເຖິງເວລາ 2 ໂມງເຊົ້າຂອງວັນຈັນ ທີ 29 ມີນາ 2021 ທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ແລະ ບາດເຈັບຢ່າງຕໍ່າ 7 ຄົນ.

ກອງທັບມຽນມາໄດ້ໃຊ້ເຄື່ອງບິນຂັບໄລ່ຈໍານວນ 2 ລໍາເປັນການໂຈມຕີຕໍ່ຕ້ານກອງທັບປົດປ່ອຍແຫ່ງຊາດຊົນເຜົ່າກະຫຼ່ຽງ (Karen National Liberation Army) ແລະ ສູນລັດຖະການສະຫະພາບແຫ່ງຊາດຊົນເຜົ່າກະຫຼ່ຽງ (Karen National Union – KNU) ທີ່ຕັ້ງຢູ່ບ້ານ ເດໂປໂນ ແຂວງ ຜາປູນ ເຮັດໃຫ້ຊາວຊົນເຜົ່າກະຫຼ່ຽງຢ່າງໜ້ອຍ 1,000 ກວ່າຄົນຕ້ອງໄດ້ໜີອອກຈາກທີ່ຢູ່ອາໄສ ເຊິ່ງຄາດວ່າຊາວຊົນເຜົ່າບາງສ່ວນຈະພະຍາຍາມໜີເຂົ້າໄປຍັງປະເທດໄທ.

ສະຖານະການໃນມຽນມາຕອນນີ້ຍັງຢູ່ໃນຂັ້ນຮຸນແຮງ ເນື່ອງມາຈາກການເຮັດລັດຖະປະຫານຂອງນາຍພົນ ມິນ ອ່ອງ ຫຼາຍ ແລະ ການໂຈມຕີທາງອາກາດທີ່ເກີດຂື້ນໃນຄັ້ງນີ້ ຖືໄດ້ວ່າເປັນການຍົກລະດັບການປາບປາມ ແລະ ສ້າງຄວາມຮຸນແຮງຂື້ນອີກຂອງກອງທັບມຽນມາ. ສະຫະພາບແຫ່ງຊາດຊົນເຜົ່າກະຫຼ່ຽງເປັນອົງກອນຕິດອາວຸດທີ່ເກົ່າແກ່ທີ່ສຸດຂອງມຽນມາ ໂດຍໃນວັນຈັນທີ່ຜ່ານມາ ສູນລັດຖະການສະຫະພາບແຫ່ງຊາດຊົນເຜົ່າກະຫຼ່ຽງ ໄດ້ຍື່ນຂໍ້ຮຽກຮ້ອງໃຫ້ກອງທັບມຽນມາຢຸດຂ້າປະຊາຊົນ ແລະ ປ່ອຍໂຕຄົນທີ່ຕິດຄຸກທາງການເມືອງທັງໝົດ.

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...