spot_img
Homeຂ່າວຕ່າງປະເທດປະຊາຊົນປະກອບສ່ວນທີ່ດິນເພື່ອຂະຫຍາຍທາງຮ່ອມໃຫ້ກ້ວາງຂື້ນ

ປະຊາຊົນປະກອບສ່ວນທີ່ດິນເພື່ອຂະຫຍາຍທາງຮ່ອມໃຫ້ກ້ວາງຂື້ນ

Published on

ອີງຕາມ VNEXPRESS ລາຍງານວ່າ: 454 ຄອບຄົວ ໃນເມືອງເຈັດ ແຂວງໂຮ່ຈີມີນ ປະເທດຫວຽດນາມ ເຫັນດີບໍລິຈາກເນື້ອທີ່ 7000 ຕາແມັດ ເພື່ອຂະຫຍາຍທາງໃຫ້ກວ້າງຂຶ້ນຈຳນວນ 10 ຮ່ອມ. ສິ່ງນີ້ໄດ້ເກີດຂື້ນພາຍໃຕ້ກິດຈະກຳທີ່ຈັດຂື້ນໃນເມືອງເມື່ອບໍ່ດົນມານີ້, ເພື່ອຮຽກຮ້ອງໃຫ້ມີການບໍລິຈາກທີ່ດິນເພື່ອຂະຫຍາຍທາງຮ່ອມ ໃນໄລຍະ ປີ 2021-2025.

ການຂະຫຍາຍທາງຮ່ອມໃຫ້ກວ້າງຂື້ນ ຈະຊ່ວຍໃຫ້ລົດສຸກເສີນ, ລົດດັບເພີງ ແລະ ອື່ນໆ ເຂົ້າເຖິງໄດ້ງ່າຍຂື້ນ. ພ້ອມທັງເປັນການເພີ່ມມູນຄ່າ ຂອງບ້ານໃນເຂດນັ້ນ. ທາງຮ່ອມທີ່ຢູ່ໃນເປົ້າໝາຍແມ່ນມີຄວາມກວ້າງ ປະມານ 2 ແມັດ. ຖ້າຂະຫຍາຍອອກໄປ, ແຕ່ລະຮ່ອມຈະມີຄວາມກ້ວາງພໍສຳລັບລົດສອງຄັນແລ່ນຜ່ານໄດ້ໃນເວລາດຽວກັນ. ເຊິ່ງມູນຄ່າຊົດເຊີຍສຳລັບຄອບຄົວໃດທີ່ບໍລິຈາກທີ່ດິນແມ່ນຈະໄດ້ 30 ລ້ານດົງ (1,300 ໂດລາ) ຫາ 50 ລ້ານດົງ ຕໍ່ 1 ຕາແມັດ.

ພາບເຈົ້າເມືອງ ກຳລັງປຶກສາຫາລືກັບປະຊາຊົນກ່ຽວກັບແຜນຂະຫຍາຍທາງໃຫ້ກວ້າງຂື້ນໃນ ປີ 2021

ທ່ານ ແກັກ ສີ ຕຽນ ອາຍຸ 55 ປີ ເຊິ່ງອາໄສຢູ່ໃນຮ່ອມທີ 41 ຖະໜົນຈຽນຊຸງ 9 (Chuyen Dung 9) ນີ້ ຫຼາຍກວ່າ 30 ປີ ລາວໄດ້ຕົກລົງທີ່ຈະມອບດິນໃຫ້ເມືອງໃນເນື້ອທີ່ 10 ຕາແມັດ ສໍາລັບການຂະຫຍາຍທາງຮ່ອມ ແລະ ໄດ້ເວົ້າວ່າ: “ຂ້ອຍເສຍຊັບສິນສ່ວນໜຶ່ງຂອງຂ້ອຍ, ແຕ່ສິ່ງທີ່ຕອບແທນແມ່ນມີປະໂຫຍດຫຼາຍໃຫ້ແກ່ຊຸມຊົນ ແລະ ຍັງເປັນການຍົກສູງມູນຄ່າເຮືອນຂອງຂ້ອຍນຳອີກ.”

ຮ່ອມທີ່ມີຄວາມກວ້າງ 2,7 ແມັດ ໃນປະຈຸບັນໄດ້ປະສົບໄພນໍ້າຖ້ວມເປັນເວລາຫຼາຍປີ. ເຊິ່ງເປັນເລື່ອງທີ່ຍາກ ເມື່ອລົດສຸກເສີນຈະເຂົ້າໄປໃນຮ່ອມ ແລະ ຜູ້ຄົນທີ່ອາໄສ ກໍ່ມີຄວາມກັງວົນຢູ່ສະເໝີກ່ຽວກັບການເກີດຄວາມສ່ຽງຂອງອັກຄີໄພ ໃນສະພາບທີ່ແອອັດແບບນີ້.

ທ່ານ ຕຽນ ກ່າວວ່າ: ຂ້ອຍ ແລະ ຜູ້ບໍລິຈາກທີ່ດິນຄົນອື່ນໆຫວັງວ່າ: ເມືອງດັ່ງກ່າວຈະຊ່ວຍດ້ານການເງິນ ແລະ ຊ່ວຍໃນການປັບປຸງເຮືອນຫຼັງເກົ່າ.

ຫຼາຍກວ່າ 95 ສ່ວນຮ້ອຍ ຂອງ 75 ຄອບຄົວ ທີ່ອາໄສຢູ່ໃນຮ່ອມໄດ້ມອບທີ່ດິນຂອງເຂົາເຈົ້າ ແລະ ອຳນາດການປົກຄອງທ້ອງຖິ່ນກໍ່ກຳລັງຈະສຳເລັດຂັ້ນຕອນທາງກົດໝາຍ ເພື່ອໃຫ້ວຽກງານຂະຫຍາຍທາງນີ້ ສາມາດປະຕິບັດໄດ້ໃນສາມເດືອນຂ້າງໜ້າ.

ບົດຄວາມຫຼ້າສຸດ

ມະນີຍົມ ອໍໂຕ້ ກຣຸບ ກາຍເປັນຕົວແທນຜະລິດຕະພັນ ເອຊີແດລໂກ (ACDelco) ຢ່າງເປັນທາງການໃນລາວພຽງຜູ້ດຽວ

ໃນວັນທີ 28 ມີນາ 2025 ບໍລິສັດ ມະນີຍົມ ອໍໂຕ້ ກຣຸບ ໄດ້ມີພິທິເຊັນສັນຍາຢ່າງເປັນທາງການ ເພື່ອກາຍເປັນຕົວແທນຈຳໜ່າຍຜະລິດຕະພັນ ເອຊີແດລໂກ (ACDelco) ໃນລາວ ຢ່າງເປັນທາງການ. ພິທີລົງນາມໄດ້ຈັດຂຶ້ນທີ່ສູນບໍລີການ...

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...