spot_img
Homeຂ່າວຕ່າງປະເທດຕຸ໊ກກະຕາຢາງແບບສວມໃສ່

ຕຸ໊ກກະຕາຢາງແບບສວມໃສ່

Published on

185605

ເວັບ​ໄຊ​ຂ່າວ​ອັງ​ກິດ “ເດິ ມິ​ເລີ” ລາຍ​ງານ​ຈາກ​ລັດ​ຟະ​ລໍ​ລິ​ດາ ປະເທດ​ສະ​ຫະລັດ​ອະ​ເມ​ລິ​ກາ ເມື່ອ​ວັນທີ່ 19 ຕຸລາ. ວ່າ ນາ ຍໍ​ດຳ ລາ​ມອດ ໜຸ່​ມເມ​ລິ​ກາ​ໃນ​ລັດ​ຟະ​ລໍ​ລິ​ດາ​ ສືບ​ທອດ​ກິດຈະການ​ຜະລິດ​ຊຸດ​ຕຸ​ກກະ​ຕາ​ຢາງ​ຜູ້ຍິງ​ແບບ​ສວມ​ໃສ່ ເອົາ​ໃຈ​ຜູ້​ຊາຍ ​ຫລື ​ເຫລົ່າ​ບັນດາ​ເພດ​ທີ່​ສາມ​ທີ່​ຕ້ອງ​ການ​ອາໄສ​ຢູ່ໃນ​ຮ່າງ​ຂອງ​ຕຸ໊ກ​ກະ​ຕາ​ຢາງ ຜູ້ຍິງ ໂດຍ​ຂະນະ​ນີ້​ເຂົາ​ເບິ່ງແຍງ​ກິດຈະການ​ດັ່ງ​ກ່າວ​ກັບ ແມ່ ແລະ​ ຜະລິດ​ສິນ​ຄ້າ​ປ້ອນ​ທ້ອງຕະຫ​ລາດ​ຫລາຍ​ສິບ​ຊຸດ​ຕໍ່​ອາທິດ ເຮັດໃຫ້​ຕັ້ງ​ແຕ່​ຕັ້ງ​ກິດຈະການ​ມາ​ມີ​ຊຸດ​ຕຸ໊​ກກະ​ຕາ​ຢາງ​ຜູ້ຍິງ​ແບບ​ສວມ​ໃສ່​ສຳລັບ​ຜູ້​ຊາຍ​ອອກ​ສູ່ ຕະ​ຫລາດ​ໂລກ​ແລ້ວ​ປະມາ 400, 000 ຕົວ

ລາ​ມອດ​ຈະ​ເຂົ້າ​ມາ​ເບິ່ງແຍງ​ການ​ຜະລິດ​ຊຸດ​ດັ່ງ​ກ່າວ​ອາທິດ​ລະ​ເທື່ອ ໂດຍ​ຊຸດ​ຈະ​ມີ​ລັກສະນະ​ເປັນ​ຢາງ​ຫົດຢືດ​ໄດ້ ເນັ້ນ​ເປັນ​ຮູບ​ຮ່າງ​ທີ່​ມີ​ຊັດສ່ວນ​ຂອງ​ຜູ້ຍິງ ນອກ​ຈາກ​ນີ້ ຍັງມີ​ໜ້າ​ເອິກ​ປອມ​ຕິດ​ຢູ່​ນຳ​ ລາ​ມອດ​ ເປີ​ດເຜີຍວ່າ ພໍ່​ຂອງ​ເຂົາ​ໄດ້​ຄວາມ​ຄິດ​ການ​ຜະລິດ​ ຜະລິດຕະພັນ​ນີ້​ມາ​ຈາກ​ລາຍ​ການ​ໂທລະພາບ ທີ່​ມີ​ເນື້ອ​ຫາ​ກ່ຽວກັບ​ຕຸ໊​ກກະ​ຕາ​ຢາງ​ຂະໜາດ​ເທົ່າ​ຕົວ​ຄົນ ແລະ ​ຄົ້ນ​ພົບ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ຊາຍ​ບາງ​ຄົົນທີ່​ຕ້ອງ​ການ​ອາໄສ​ຢູ່ໃນ​ຮ່າງ​ຂອງ​ຕຸ໊​ກກະ​ຕາ​ເຫລົ່າ​ນັ້ນ

ຊຸດ​ແຕ່​ລະ​ຊຸດ​ຈະ​ໃຊ້​ເວລາ​ໃນ​ການ​ຜະລິດ 4 ຊົ່ວ​ໂມງ ມີ​ນ້ຳ​ໜັກ 5.4 ກິ​ໂລ​ກຣາມ ສາມາດ​ຫົດຢືດໄດ້​ເຂົ້າ​ກັບ​ທຸກ​ຂະໜາດ​ຕົວ​ຂອງ​ຜູ້​ສວມ​ໃສ່​ໄດ້ ແລະ ​ສາມາດ​ສວມ​ໃສ່​ເປັນ​ເວລາ​ດົນ​ໂດຍ​ບໍ່​ອຶດ​ອັດ ນອກ​ຈາກ​ນີ້ ໂຮງ​ງານ​ຂອງ​ພວກເຂົາ​ຍັງ​ຜະລິດ​ຊຸດ​ສຳລັບ​ໃສ່​ປົກ​ປິດ​ຮອຍ​ແຜ​ເປັນ​ ຫລື ​ແຜ​ໄຟ​ໄໝ້​ອີກ​ດ້ວຍ

185606

185607

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)