spot_img
Homeຂ່າວຕ່າງປະເທດລອຍນ້ຳດ້ວຍຄວາມເມົາ ໄປໄກເຖິງ 75 ກິໂລແມັດ

ລອຍນ້ຳດ້ວຍຄວາມເມົາ ໄປໄກເຖິງ 75 ກິໂລແມັດ

Published on

       185512

         ຍິງ​ຊາວ​ຈີນ​ອາຍຸ 57 ປີ ດື່ມ​ເຫລົ້າ​ຈົນ​ເມົາ ກ່ອນ​ລົງ​ລອຍ​ໃນ​ແມ່ນ້ຳ​ແຍງ​ຊີ 10 ຊົວໂມງ. ເປັນ​ລະ​ຍະ​ທາງ 75 ກິໂລແມັດ.   ພິດ​ເຫລົ້າ​ອາດ​ເຮັດໃຫ້​ທ່ານ​ຂາດ​ສະຕິ​ໄດ້ ​ປ້າ​ຄົນນີ້​ເມົາ​ແລ້ວ​ພ້ຽນ ລອຍ​ໄປ​ໂຜ່​ອີກ​ມົນ​ທົນ​ໜຶ່ງ​ເປັນ​ລະ​ຍະ​ທາງ​ເຖິງ 75 ກິໂລແມັດ. ນາງ​ຜູ້​ແຂງແຮງແບບ​ຂາດ​ສະຕິ​ລາຍ​ນີ້ ຊື່​ວ່າ ເຊີນ​ອ້າຍ​ຫລັນ ອາຍຸ 57 ປີ ດື່ມ​ເຫລົ້າ​ຂາວ ໄປຈິ່ວ ພຽງ​ຄົນ​ດຽວ​ໄປ​ເຖິງ 2 ແກ້ວ ແລະ ​ທັນ​ທີ​ທີ່​ລິດ​ນ້ຳ​ເມົາ​ອອກກໍ່​ຂາດ​ສະຕິ ຢາກ​ໄປ​ອອກ​ກຳ​ລັງ​ກາຍ​ດ້ວຍ​ການ​ລອຍ​ໃນ​ແມ່ນ້ຳ ບໍ່​ເຊື່ອ​ກໍ​ຕ້ອງ​ເຊື່ອ​ແທ້ໆ ວ່າ​ຄົນ​ເມົາ​ຈະ​ມາ​ໄກ​ເຖິງ​ພຽງ​ນີ້ ເພາະ​ເຈົ້າ​ນາງ​ລອຍ​ຂ້າມ​ແມ່ນ້ຳ​ແຍງ​ຊີ​ຈາກ​ມົນ​ທົນ​ຫູ​ເປຍ ໄປ​ຍັງ​ມົນ​ທົນ​ຈຽງ​ຊີ ເປັນ​ລະ​ຍະ​ທາງ​ເຖິງ 75 ກິໂລ ລວມ​ລະ​ຍະ​ເວລາ​ທັງ​ໝົດ 10 ຊົ່ວໂມງ ໂຊກດີທີ່​ນາງ​ບໍ່​ຕ້ອງ​ເປັນ​ສົບ​ອືດ​ຟູ​ນ້ຳ ເພາະ​ມີ​ຄົນ​ໄດ້ຍິນ​ສຽງ​ຂອງ​ເຈົ້າ​ປ້າ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫລືອ ຈຶ່ງ​​​ເຂົ້າໄປ​ຊ່ວຍ​ຊີວິດ​ຂອງ​ນາງ​ໄວ້​ທັນ​ເວລາ ນາງ​ອ້າຍ​ຫລັນ ບອກວ່າ ຕອນ​ລົງ​ນ້ຳ​ໄປ​ຮູ້ສຶກ​ມຶນ​ຫົວ​ຫລາຍ ແຕ່​ພໍ​ສະຕິ​ກັບ​ຄືນ​ມາ​ກໍ​ເງີຍ​ໜ້າ​ຂຶ້ນ​ເບິ່ງ​ຟ້າ ​ແລະ ​ຮູ້​ວ່າ​ເປັນ​ຕອນ​ກາງ​ຄືນ 10 ຊົວໂມງ.  ທີ່​ລອຍ​ໄປ​ນັບ​ວ່າ​ເກັ່ງ​ຫລາຍ ເພາະ​ກ້ອງ​ກະ​ແສ​ນ້ຳ​ມີ​ຫຍັງ​ຫລວງຫລາຍ​ທັງ​ທອນ​ໄມ້ ປາ​ຊະນິດ​ຕ່າງໆ ແຕ່​ນາງ​ກໍ​ຍັງມີ​ຊີວິດ​ລອດ​ມາ​ໄດ້​ຢ່າງ​ປອດ​ໄພ

 

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...