spot_img
Homeຂ່າວພາຍ​ໃນປະກາດຢ່າງເປັນທາງການ ມິສຢູນິເວີສລາວ 2020

ປະກາດຢ່າງເປັນທາງການ ມິສຢູນິເວີສລາວ 2020

Published on

ສະຫຼຸບເປັນທີ່ຮຽບຮ້ອຍແລ້ວ ກັບການປະກາດ ມິສຢູນິເວີສລາວ 2020 (Miss Universe Laos) ເຊິ່ງຈະກາຍເປັນຕົວແທນຂອງປະເທດເພື່ອໄປປະກວດ Miss Universe 2020 ທີ່ ສະຫະລັດອາເມລິກາ ໂດຍເຈົ້າຂອງມົງກຸດຄົນທີ 4 ນັ້ນກໍ່ໄດ້ແກ່ ຄຣິດຕິນາ ລາຊະສິມມາ ເຊິ່ງຫຼາຍຄົນນັ້ນກໍ່ຄຸ້ນໜ້າຄຸ້ນຕາເປັນຢ່າງດີໃນວົງການບັນເທີງລາວ.

ການປະກາດແຕ່ງຕັ້ງຜູ້ໄດ້ຮັບຕຳແໜ່ງ ມິສຢູນິເວີສລາວ 2020 ປະກາດຂຶ້ນໃນວັນທີ 18 ມີນາ 2021 ໂດຍປີນີ້ບໍ່ມີການຈັດກອງປະກວດ ແລະ ຊື່ຂອງຄຣິດຕິນາ ກໍ່ຖືກກ່າວເຖິງຜ່ານຫຼາຍໆສື່ວ່າຈະໄດ້ຮັບຕຳແໜ່ງ ຈົນສຸດທ້າຍກໍແມ່ນແທ້.

ຄຣິດຕິນາ ເຂົ້າສູ່ວົງການບັນເທິງດ້ວຍການປະກວດ MISS LAO 2012 ພ້ອມທັງໄດ້ຮັບຕຳແໜງໃນຄັ້ງນັ້ນດ້ວຍ ນອກນັ້ນ ຍັງໄດ້ເຂົ້າສູ່ວົງການນາງແບບຂອງລາວຕັ້ງແຕ່ນັ້ນມາ ຈົນຮອດປະຈຸບັນ. ສ່ວນເສັ້ນທາງຂອງການກ້າວຂືຶ້ນສູ່ການໄດ້ຮັບຕຳແໜ່ງມິສຢູນິເວີສລາວ 2020 ນັ້ນ ກໍ່ບໍ່ແມ່ນເລື່ອງງ່າຍເຊັ່ນດຽວກັນ ເພາະ ຄຣິດຕິນາ ມີຄວາມຕັ້ງໃຈເຂົ້າຊີງມົງກຸດຂອງມິສຢູນິເວີສລາວຕັ້ງແຕ່ປີ 2019 ແລ້ວ ແຕ່ໃນຄັ້ງນັ້ນກໍ່ຕ້ອງພາດໂອກາດໄປ ເພາະເດີນທາງກັບປະເທດລາວເພື່ອສະໝັກເຂົ້າປະກວດຄັ້ງນັ້ນບໍ່ທັນ ເນື່ອງຈາກຕິດພາລະກິດຫຼາຍໆຢ່າງທີ່ຍັງບໍ່ລົງໂຕ ລວມເຖິງກອງປະກວດກໍ່ມີການປັບປ່ຽນກຳນົດຮັບສະໝັກແບບກະທັນຫັນ.

ໃນນາມສຳນັກຂ່າວ ລາວໂພສ ຂໍສະແດງຄວາມຍິນດີ ມາຍັງ ຄຣິດຕິນາ ລາຊະສິມມາ ທີ່ໄດ້ເປັນໂຕແທນໃນການປະກວດມິສຢູນິເວີສ 2020 ໃນເວທີລະດັບໂລກ ເພາະໝາຍເຖິງການຕາງໜ້າທີ່ຈະນໍຳເອົາຄວາມເປັນລາວໄປສະແດງເທິງເວທີສາກົນ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...