ນ.ວ ລະດົມທຶນຊ່ວຍເຫລືອຜູ້ບຳບັດຢາເສບຕິດ ຢູ່ສູນສົມສະຫງ່າ

20141021135932

 

ເນື່ອງ​ໃນ​ໂອກາດ​ວັນ​ແຫ່ງຊາດ ຕ້ານ​ຢາ​ເສບ​ຕິດ 12 ຕຸລາ ຄົບຮອບ 13 ປີ (12/10/2001-12/10/2014) ອົງການ​ປົກຄອງ

ນະຄອນຫຼວງ​ວຽງ​ຈັນ ຮ່ວມ​ກັບຄະນະ​ກຳມະການ​ແຫ່ງ​ຊາດ ເພື່ອ​ກວດກາ ແລະ ຄວບ​ຄຸມ​ຢາເສບ​ຕິດ ແລະ ສູນ​ປິ່ນປົວ

ແລະ ເຝິກ​ວິຊາ​ຊີບ​ຜູ້​ຕິດ​ຢາ​ເສບ​ຕິດ ນະຄອນ​ຫຼວງ​ວຽງ​ຈັນ ໄດ້​ຮ່ວມ​ກັນຈັດ​ຕັ້ງ​ງານ​ລະດົມ​ທຶນ ເພື່ອ​ຊ່ວຍເຫຼືອ​ຜູ້​ປະສົບ​

ເຄາະ​ຮ້າຍ​ຈາກ​ຢາເສບ​ຕິດ ທີ່​ປິ່ນປົວ ແລະ ເຝີກ​ວິຊາຊີບ​ສົມ​ສະຫງ່າ ເຂົ້າ​ໃນ​ການ​ກໍ່ສ້າງ​ຕຶກ​ຫໍ​ພັກ​ຫຼັງ​ໃໝ່ ຂຸດ​ເຈາະນ້ຳ​ບາ​

ດານ ອ່າງ​ນ້ຳ ສ້າງ​ສະໜາມ​ກີລາ ແລະ ສິ່ງ​ອຳນວຍຄວາມ​ສະດວກ​ອື່ນໆ​ຂຶ້ນ​ວັນ​ທີ 21 ຕຸລາ 2014 ທີ່​ສູນ​ປິ່ນປົວ ແລະ ເຝີກ​

ວິຊາ​ຊີບ​ຜູ້​ຕິດ​ຢາ​ເສບ​ຕິດ (ສົມ​ສະຫງ່າ) ໂດຍ​ເປັນ​ປະທານຂອງ​ທ່ານ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​

ວຽງຈັນ ບັນດາ​ທ່ານ​ລັດຖະມົນຕີ​ວ່າການ ຊ່ວຍ​ວ່າການ ທ່ານ​ຮອງເຈົ້າ​ຄອງ​ນະຄອນຫຼວງ ທູ​ຕາ​ນຸທູດ ຜູ້ຕາງໜ້າ​ອົງ​ການ

ຈັດຕັ້ງສາກົນປະຈຳ​ລາວ ບັນດາ​ນັກ​ທຸລະ​ກິດ ບໍລິສັດ​ຫ້າງ​ຮ້ານ ຜູ້​ປະກອບ​ການ ທັງ​ພາຍ​ໃນ ແລະ ຕ່າງປະເທດ​ເຂົ້າ​ຮ່ວມ.

 

ໂອກາດ​ນີ້ ທ່ານ​ເຈົ້າ​ຄອງ​ນະຄອນ​ຫຼວງ​ວຽງ​ຈັນ ໄດ້​ກ່າວ​ວ່າ: ອີງໃສ່​ຕົວ​ເລກ​ຂໍ້​ມູນ​ລາຍ​ງານໃນປັດຈຸບັນ ​ມີ​ຜູ້​ບຳບັດ​ຢູ່​ສູນ

​ສົມ​ສະຫງ່າ ມີ​ຈຳນວນ​ເຖິງ 1.711 ຄົນ ຍິງ 90 ຄົນ ເຂົາເຈົ້າ​ເຫຼົ່ານັ້ນ ຕາມ​ທຳ​ມະ​ດາແມ່ນ​ກຳລັງ​ເປັນນັກຮຽນ-ນັກ​ສຶກ​ສາ

ເປັນ​ກຳລັງແຮງ​ໃຫ້​ແກ່​ຄອບຄົວ ແລະ ສັງຄົມ ແຕ່​ພັດ​ມາ​ປະສົບ​ເຄາະ​ຮ້າຍ ຕົກ​ເປັນ​ເຫຍື່ອ​ຂອງ​ຢາ​ເສບ​ຕິດ ອີງໃສ່​ສະ

ພາບ​ຕົວ​ຈິງ​ຂອງ​ສະຖານ​ທີ່​ພັກ​ເຊົາ​ຂອງ​ສູນ ແມ່ນ​ມີຄວາມ​ຄັບແຄບ ແອ​ອັດ​ຫຼາຍ ບໍ່ພຽງພໍ​ທີ່​ຈະ​ຮອງ​ຮັບ​ກັບ​ຈຳນວນ​ຜູ້

​ທີ່​ເຂົ້າ​ມາ​ບຳບັດ ເພື່ອ​ເປັນ​ພື້ນຖານ​ຊ່ວຍ​ໃຫ້​ເຂົາເຈົ້າ​ເຫຼົ່ານັ້ນ​ຫຼຸດພົ້ນ​ອອກ​ຈາກ ການ​ເປັນ​ທາດຂອງ​ຢາ​ເສບ​ຕິດ ຈຳ​ຕ້ອງ

​ມີ​ພື້ນຖານ​ໂຄງ​ລ່າງ​ຮອງ​ຮັບ​ພຽງພໍໃນການ​ບຳບັດ ປິ່ນປົວ ຖື​ໂອກາດ​ນີ້ ຕາງໜ້າ​ໃຫ້​ອົງການ​ປົກຄອງ​ນະຄອນ​ຫຼວງ ສະ

ແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ ທັງ​ສູນ​ກາງ ແລະ ທ້ອງຖິ່ນ ປະຊາຊົນ​ທຸກ​ຊັ້ນ​ຄົນໃນ​ທົ່ວ​ປະເທດ

ທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​ຢູ່ປະເທດ​ເຮົາ ແລະ ຮູ້​ບຸນຄຸນ​ມາຍັງ​ບັນດາ​ປະເທດ​ເພື່ອນ​ມິດ

ອົງການຈັດຕັ້ງ​ສາກົນ ສະ​ຖາ​ບັນການ​ເງິນ ອົງ​ການຈັດຕັ້ງ​ທີ່​ບໍ່​ສັງກັດ​ລັດຖະບານ ຜູ້​ປະກອບ​ການ ທັງ​ພາກ​ລັດ ແລະ

ເອກະ​ຊົນ ທັງພາຍ​ໃນ ແລະ ຕ່າງປະເທດ ໄດ້ໃຫ້ການ​ສະໜັບສະໜູນ ອູ້ມຊູຊ່ວຍເຫຼືອ ໃນ​ການ​ແກ້​ໄຂ​ບັນຫາຢາ​ເສບ​ຕິດ​

ຢ່າງ​ດີ​ຕະຫຼອດ​ມາ.

 

ສະເພາະ​ການ​ລະດົມ​ທຶນ​ໃນຄັ້ງ​ນີ້ ​ມີ​ຫຼາຍ​ພາກສ່ວນ ທັງ​ພາກລັດ ແລະ ເອກະ​ຊົນ ບຸກຄົນ ບັນດາ​ບໍລິສັດ​ຫ້າງ​ຮ້ານ​ໃຫ້

ການ​ປະກອບ​ສ່ວນ​ເປັນ​ເງິນສົດ ທັງ​ໝົດ 54 ລ້ານ​ກວ່າ​ກີບ ໃນ​ນັ້ນ ມີ​ບໍລິ​ສັດ ເພັດ​ບັນດິດ​ກໍ່ສ້າງ ບໍລິສັດ ກຣິດ​ຕະ​ພົງ

​ກຣຸບ ແລະ ບໍລິສັດ ຈິດ​ຈະເລີນ​ກໍ່ສ້າງ ພາກສ່ວນ​ລະ 10 ລ້ານ​ກີບ ແລະ ຍັງ​ມີ​ພາກສ່ວນ​ທີ່​ໄດ້​ແຈ້ງ​ເຈດ​ຈຳນົງປະກອບ​

ສ່ວນ​ຕື່ມ​ອີກ 64 ລ້ານ​ກວ່າກີບ ແຕ່​ເມື່ອ​ທຽບໃສ່​ຄວາມ​ຕ້ອງການ​ກໍ່​ເຫັນ​ວ່າ​ຍັງ​ບໍ່​ທັນ​ພຽງພໍ ດັ່ງນັ້ນ ບຸກຄົນ ຫຼື ພາກ

ສ່ວນ​ໃດ ມີ​ປະສົງ​ໃຫ້ການ​ປະກອບສ່ວນ ກໍ່ສາມາດ​ຕິດຕໍ່​ພົວພັນ​ກັບ​ທາງ​ຄະນະ​ຮັບຜິດຊອບ ​ທີ່​ຫ້ອງການ​ຄະນະ​ກຳມະ

ການ​ກວດກາ ແລະ ຄວບຄຸມ​ຢາ​ເສບ​ຕິດ ນະຄອນຫຼວງວຽງ​ຈັນ ຕຶກ​ຫ້ອງ​ວ່າການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ຊັ້ນ

3 ຫຼື ໂທລະສັບ ຫ້ອງການ 021 260265 ຫຼື 020 22441899 ແລະ 020 56662807 ໄດ້​ຕາມເວລາ​ວັນ​ລັດ​ຖະ​ການ.

 

ແຫລ່ງຂ່າວ: ວຽງຈັນໃໝ່