ດື່ມເຫລົ້າແກ້ໜາວ ເປັນຄວາມເຊື່ອທີ່ຜິດ!

400-lpa040811.1

ຄົົນທີ່​ເຊື່ອ​ຕາມ​ຄຳ​ບອກ​ເລົ່າ​ຂອງ​ຄົນ​ອື່ນ​ ບວກ​ກັບ​ຄວາມ​ຮູ້ສຶກ​ຂອງ​ຕົນ​ເອງ​ວ່າ ຮ່າງກາຍ​ເບິ່ງ​ຄື​ຈະ​ຮູ້ສຶກ​ອົບ​ອຸ່ນ​ຂຶ້ນ​ມາ​ທັນ​ທີ​ ເມື່ອ​ໄດ້​ດື່ມ​ແອວກໍ​ຮໍ ​ເຂົ້າໄປ​ຈັກ​ຈອກ​ນັ້ນ​ບໍ່​ຖື​ວ່າ​ຜິດ ພຽງ​ແຕ່​ເປັນ​ຄົົນທີ່​ອາດຈະ​ຍັງ​ບໍ່​ເຄີຍ​ຮູ້​ຜົນ​ການ​ວິ​ໄຈ​ຫລາຍ​ຕໍ່​ຫລາຍ​ອັນ ທີ່​ໃຫ້​ຄຳ​ຕອບ​ວ່າ ຕົກລົງ​ແລ້ວ ດື່ມ​ແອວກໍ​ຮໍ​ເຮັດໃຫ້​ຮ່າງກາຍ​ອຸ່ນ​ຂຶ້ນ​ແທ້ຫລືບໍ່?

ຄຳ​ຖາມ​ນີ້​ມີ​ຄຳ​ຕອບ​ແນ່ນອນ ​ແລະ ​ເປັນ​ຄຳ​ຕອບ​ທີ່​ໄດ້ຮັບ​ການ​ພິສູດ​ແລ້ວ​ຮຽບຮ້ອຍ​ແລ້ວວ່າ ​ຂະ​ບວນ​ການ​ວິ​ໄຈ​ທາງ​ວິທະຍາ​ສາດ ແຕ່​ກ່ອນ​ຈະ​ໄປ​ຮູ້​ເຖິງ​ຜົນ​ການ​ວິ​ໄຈ​ກ່ຽວກັບ​ເລື່ອງ​ນີ້​

ດື່ມ​ເຫລົ້າ​ແກ້​ໜາວ ເຮັດໃຫ້​ເກີດ​ພາ​ວະ Hypothermia ແລະ ​ເຖິງ​ຂັ້ນ ເສຍ​ຊີ​ວິດໄດ້

ການ​ວິ​ໄຈ​ທີ່​ມີ​ອອກ​ມາ​ໃນ​ຮອບ​ຫລາຍ​ປີ​ທີ່​ຜ່ານມາ​ຍັງ​ຢືນຢັນ​ກົງ​ກັນ​ວ່າ ແອວກໍ​ຮໍ ​ທີ່​ໃຜ​ຫລາຍ​ຄົນ​ຍົກ​ຍ້ອງ​ໃຫ້ເປັນ​ເຄື່ອງ​ດື່ມ​ທີ່​ເໝາະ​ສົມ​ທີ່ສຸດ​ກັບ​ສະພາ​ວະ​ອາ​ກາດ​ໜາວ​ນັ້ນ ແທ້​ຈິງ​ແລ້ວ​ພຽງ​ແຕ່​ເຮັດໃຫ້​ຜູ້​ດື່ມ​ພຽງແຕ່​ຮູ້ສຶກ​ເຖິງ​ຄວາມ​ອົບ​ອຸ່ນ​ທີ່​ຜິວ​ກາຍ​ເທົ່າ​ນັ້ນ ແຕ່​ທີ່​ບໍ່​ຮູ້ສຶກ​ໂຕ​​ກໍ​ຄື​ອຸນຫະພູມ​ທີ່​ຫລຸດ​ຕ່ຳ​ລົງ​ພາຍ​ໃນ​ແກນກາງ​ຮ່າງກາຍ​ອັນ​ຈະ​ນຳ​ໄປ​ສູ່​ຄວາມ​ສ່ຽງ​ໃນ​ການ​ເກີດ​ພາ​ວະ ໄຮ​ໂປ​ເທີ​ເມຍ  (hypothermia) ເຊິ່ງ​ເຮັດໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຕໍ່​ອະໄວຍະວະ​ໃນ​ຮ່າງກາຍ​ ແລະ ​ຖ້າຫາກ​ຮຸນແຮງ​ກໍ​ເຖິງ​ຂັ້ນ​ເສັຍຊີວິດ​ໄດ້​ເລີຍ

ອົງການ​ອະນາໄມ​ໂລກ  (WHO) ຢືນຢັນ ດື່ມ​ເຫລົ້າ​ແກ້​ໜາວ ຄວາມ​ເຊື່ອ​ທີ່​ເປັນ​ຜົນ​ຮ້າຍ​ຕໍ່​ຮ່າງກາຍ!

ແມ່ນແຕ່​ອົງ​ການ​ອະນາໄມ​ໂລກ​ເອງ​ກໍ​ໄດ້​ເຜີຍແຜ່​ຄວາມ​ຮູ້​ກ່ຽວກັບ “ຄວາມ​ເຊື່ອ​ແລະ​ຄວາມ​ເຂົ້າໃຈ​ຜິດ​ຕ່າງໆ ກ່ຽວກັບ​ແອວ​ກໍ​ຮໍ​ໄວ້​ເທິງ​ເວັບ​ໄຊ ນໍາ  ​ຫວັງ​ວ່າ​ຈະ​ຊ່ວຍ​ແກ້​ຄວາມ​ເຂົ້າໃຈ​ຜິດໆ ຫລາຍ​ຢ່າງ​ ເຊິ່ງ​ອາດ​ເປັນ​ອັນຕະລາຍ​ຕໍ່​ສຸຂະພາບ​ ຫລື ​ເຖິງ​ຂັ້ນ​ທຳລາຍ​ຊີວິດ​ຫາກ​ເຮັດ​ຕາມ​ຄວາມ​ເຊື່ອ​ແບບ​ຜິດໆ​ເຫລົ່າ​ນັ້ນ ແລະ ​ໜຶ່ງ​ໃນ​ຄວາມ​ເຊື່ອ​ທີ່​ບໍ່​ຖືກ​ຕ້ອງ​ກ່ຽວກັບ​ແອວກໍ​ຮໍ ​ທີ່​ອົງການ​ອະນາໄມ​ໂລກ​ໃຫ້ ຂໍ້​ມູນ​ໄວ້​ຄື ການ​ດື່ມ​ ແອວ​ກໍ​ຮໍ ​ເປັນ​ວິທີ​ໃນ​ການ​ຜ່ອນຄາຍ​ຄວາມໜາວ​ທີ່​ດີ​ ສ່ວນ​ຄຳ​ອະທິບາຍ​ສັ້ນໆ ​ແຕ່​ໄດ້​ໃຈ​ຄວາມ​ຂອງ​ອົງການ​ອະນາໄມ​ໂລກ​ຕໍ່​ຄຳ​ຖາມ​ນີ້ ກໍ​ເປັນ​ຄຳ​ອະທິບາຍ​ດຽວ​ກັບ​ທີ່​ຜົນ​ການ​ວິ​ໄຈ​ທີ່​ຍົກ​ມາ​ທັງ​ຫລາຍ​ນີ້​ໄດ້​ຕອບ​ໃຫ້​ຮູ້​ແລ້ວ ແຕ່​ຂໍ​ຢ້ຳ​ອີກ​ເທື່ອໜຶ່ງ​ນັ້ນ​ຄື “ສະພາບ​ແວດ​ລ້ອມ​ທີ່​ມີ​ອາ​ກາດ​ເຢັນ ຮ່າງກາຍ​ຈະ​ພະຍາຍາມ​ຮັກສາຄວາມ​ອົບ​ອຸ່ນ​ໃນ​ຮ່າງກາຍ​ໃຫ້​ຢູ່ໃນ​ສະພາບ​ທີ່​ທົນ​ຕໍ່​ສະພາ​ວະ​ທີ່​ເຢັນ​ໄດ້ ໂດຍ​ການ​ຫລຸດ​ການ​ໄຫລ​ວຽນ​ຂອງ​ກະ​ແສ​ເລືອດ​ທີ່​ຜິວ​ໜັງ​ລົງ​ເພື່ອ​ໃຫ້​ເລືອດ​ໄຫລ​ວຽນ​ໄປ​ທີ່​ອະໄວຍະວະ​ສຳຄັນ​ໃນ​ແກນ​ຂອງ​ຮ່າງກາຍ ແອວ​ກໍ​ຮໍ ​ຈຶ່ງ​ບໍ່ແມ່ນ​ວິທີ​ທີ່​ດີ​ທີ່​ຈະ​ເຮັດໃຫ້​ຮ່າງກາຍ​ຮູ້ສຶກ “ອຸ່ນ” ແຕ່​ພັດ​ເຮັດໃຫ້​ອຸນຫະພູມ​ຮ່າງກາຍ​ຫລຸດ​ຕ່ຳ​ລົງ ໂດຍ​ເພີ່ມ​ອຸນຫະພູມ (ໜ້ອຍໜຶ່ງ) ທີ່​ຜິວ​ໜັງ (ເບິ່ງ​ໄດ້​ຈາກ​ການ​ໜ້າ​ແດງ ເບິ່ງ​ມີ​ເລືອດ​ຝາດ ສຸດ​ທ້າຍ​ອາດ​ເກີດ​ພາ​ວະ Hypothermia ໄດ້