spot_img
Homeຂ່າວທ້ອງຖິ່ນຜູ້ເຮັດຂົວຫ້ວຍຜາບັງຫັກ ຍອມສ້ອມແປງຄວາມເສຍຫາຍແລ້ວ

ຜູ້ເຮັດຂົວຫ້ວຍຜາບັງຫັກ ຍອມສ້ອມແປງຄວາມເສຍຫາຍແລ້ວ

Published on

10731086_858059100892430_5946995796380490003_n 10703644_858059147559092_5836140581231466782_n 1959291_858059107559096_408100193655409748_n 1621738_858059187559088_2369578939805784156_n
ຕາມການລາຍງານຂອງພະແນກໂຍທາທິການແຂວງຈຳປາສັກ ໃຫ້ຮູ້ວ່າ: ເມື່ອ ຕອນແລງ ຂອງວັນທີ 17 ຕຸລານີ້, ໄດ້ເກີດ ອຸປະຕິເຫດຂົວຂ້າມຫ້ວຍ ຜາບັງບ້ານ ໂພນ, ຫັກຍ້ອນລົດບັນທຸກໝັກໝາຍເລກທະບຽນ ບກ 1666 ແຂວງ ຈຳປາສັກ ທີ່ບັນ ທຸກໄມ້ເກີນຂະໜາດແລ່ນຂ້າມຂົວດັ່ງກ່າວ, ອັນໄດ້ສ້າງຄວາມເສຍ ຫາຍ ຢ່າງຮ້າຍແຮງ ແລະ ເຮັດໃຫ້ການສັນຈອນໄປມາ ຂອງ ປະຊາຊົນພົບຄວາມຫຍຸ້ງ ຍາກ, ໂດຍສະເພາະການເດີນທາງໄປແຫລ່ງ ທ່ອງທ່ຽວປະຫວັດສາດມໍລະດົກ ໂລກວັດພູຈຳປາສັກ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນເຊົ້າວັນທີ 20 ຕຸລານີ້, ຜູ້ຕາງໜ້າ ບໍລິສັດ ຄຳແສງ ການຄ້າ ຈຳກັດ ຜູ້ຢູ່ໃນຄວາມຮັບຜິດຊອບຂອງ ອຸປະຕິເຫດດັ່ງກ່າວໄດ້ເຂົ້າມາ ທີ່ພະແນກໂຍທາທິການ ແລະ ຂົນ ສົ່ງແຂວງເພື່ອຕົກລົງເຮັດສັນຍາ ສ້ອມແປງ ແລະ ທົດແທນ ຄ່າເສຍຫາຍທັງໝົດຂອງການເສຍຫາຍດັ່ງກ່າວ, ຊຶ່ງຈາກ ການກວດກາເບື້ອງຕົ້ນຂົວດັ່ງ ກ່າວຄືນໃໝ່ໄດ້, ຊຶ່ງຈະຕ້ອງໄດ້ ສ້ອມ ແປງໃໝ່ທັງໝົດຄາດວ່າຈະໃຊ້ງົບປະມານກວ່າ 1 ຕື້ກີບ ແລະ ຈະໃຊ້ເວລາ ສ້ອມແປງປະມານ 3 ເດືອນ ຈິ່ງຈະ ຊ່ວຍໃຫ້ການ ສັນຈອນໄປມາບົນ ເສັ້ນທາງນີ້ມີຄວາມຮັບປະກັນ.

ພະແນກ ຍທຂ ແຂວງຈຳປາສັກ ໃຫ້ຮູ້ວ່າ: ເຫດການຂົວຫ້ວຍຜາບັງຫັກ ເທື່ອນີ້ແມ່ນເປັນຄັ້ງທີ 2 ແລ້ວ, ຊຶ່ງກ່ອນໜ້າໃນປີ 2013, ກໍເກີດຫັກພັງ ລົງມາຍ້ອນລົດບັນທຸກໄມ້ເກີນຂະໜາດແລ່ນຜ່ານຂົວດັ່ງກ່າວເຊັ່ນກັນ ແລະ ກໍໄດ້ປັບໄໝຜູ້ກະທຳຜິດໃນ ວົງເງິນ 900 ລ້ານກວ່າກີບ, ເພື່ອການສ້ອມແປງ ຂົວດັ່ງກ່າວໃຫ້ມີມາດຕະຖານ ແລະ ໄດ້ສັ່ງຫ້າມບໍ່ໃຫ້ລົດຂົນສົ່ງເກີນນ້ຳໜັກ ແລ່ນຜ່ານຂົວດັ່ງກ່າວຢ່າງເດັດຂາດ, ແຕ່ໃນທີ່ສຸດກໍຍັງມີຜູ້ລະເມີດດັ່ງ 2 ເຫດການທີ່ເກີດຂຶ້ນ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...